ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີໃຕ້ ຍ້າຍ ບ່ອນຫລົບລີ້ ຂອງຊາວເກົາຫຼີເໜືອ ທີ່ໂຕນໜີ 18 ຄົນ ຢູ່ລາວ


ແຜນທີ່ລາວ
ແຜນທີ່ລາວ
ຊາວເກົາຫຼີເໜືອທີ່ໂຕນໜີ 18 ຄົນຢູ່ລາວ ໄດ້ຖືກຍ້າຍຈາກບ່ອນ ຫຼົບລີ້ແຫ່ງນຶ່ງເຂົ້າໄປຢູ່ສະຖານທູດເກົາຫຼີໃຕ້ ໃນນະຄອນວຽງຈັນ ເມື່ອວັນອັງຄານຜ່ານມານີ້.

ໜັງສືພິມເກົາຫຼີໃຕ້ຫຼາຍສະບັບລາຍງານຂ່າວໃນມື້ວັນສຸກວານນີ້
ວ່າການເຄື່ອນໄຫວດັ່ງກ່າວມີຂຶ້ນຫຼັງຈາກລັດຖະບານລາວໄດ້ສົ່ງ
ພວກໜຸ່ມນ້ອຍເກົາຫຼີເໜືອ 9 ຄົນທີ່ມີອາຍຸລະຫວ່າງ 15 ຫາ 23 ປີ ໄປຍັງຈີນໃນທ້າຍເດືອນ
ແລ້ວ ຊຶ່ງໃນທີ່ ສຸດ ພວກກ່ຽວກໍໄດ້ຖືກສົ່ງກັບຄືນໄປເກົາຫຼີເໜືອນັ້ນ.

ວີໂອເອພະແນກພາສາເກົາຫຼີໄດ້ຕິດຕໍ່ໄປຍັງກະຊວງການຕ່າງປະເທດເກົາຫຼີໃຕ້ເພື່ອຂໍການ ຢືນຢັນກ່ຽວກັບເລື່ອງນີ້ ແຕ່ທາງກະຊວງຕ່າງປະເທດເກົາຫຼີໃຕ້ໄດ້ປະຕິເສດບໍ່ຍອມໃຫ້ການ ຢືນຢັນ ໂດຍອ້າງເລື່ອງຄວາມປອດໄພຂອງພວກທີ່ໂຕນໜີ.

ແຕ່ແນວໃດກໍຕາມ ສື່ມວນຊົນຂອງເກົາຫຼີໃຕ້ ໄດ້ອ້າງແຫຼ່ງຂ່າວທາງການທູດທີ່ແຈ້ງວ່າ ລັດ
ຖະບານເກົາຫຼີໃຕ້ ໄດ້ຕັດສິນໃຈຍ້າຍພວກໂຕນໜີ 18 ຄົນ ທີ່ພັກຢູ່ບ່ອນຫຼົບລີ້ໃນນະຄອນ ວຽງຈັນ ເຂົ້າໄປຢູ່ສະຖານທູດ ແລະບ້ານພັກຂອງທ່ານທູດ ເພື່ອຄໍ້າປະກັນຄວາມປອດໄພ ຂອງພວກເຂົາ ແລະເວົ້າຕື່ມວ່າ ໃນບັນດາພວກໂຕນໜີ 18 ຄົນນີ້ ກໍມີພວກໜຸ່ມນ້ອຍຮວມ ຢູ່ນຳດ້ວຍ.

ແຫຼ່ງຂ່າວເວົ້າວ່າ ພວກເຈົ້າໜ້າການທູດ ພວມເພີ້ມການດຳເນີນຄວາມພະຍາຍາມ ເພື່ອນຳ ເອົາຊາວເກົາຫຼີເໜືອທີ່ໂຕນໜີທັງ 18 ຄົນ ໄປຍັງກຸງໂຊລ.

ຂະນະດຽວກັນ ສະມາຊິກສະພາຕໍ່າ ຂອງເກົາຫຼີໃຕ້ ທ່ານ Kim Jae-won ໄດ້ເດີນທາງໄປ ເຖິງນະຄອນວຽງຈັນ ໃນວັນພະຫັດຜ່ານມານີ້ ເພື່ອສົນທະນາເລື້ອງທີ່ທາງການລາວຈັດສົ່ງ ໜຸ່ມນ້ອຍເກົາຫຼີເໜືອ 9 ຄົນກັບຄືນປະເທດນັ້ນ ໃນຖານະທູດພິເສດ ຂອງພັກລັດຖະບານ ເກົາຫຼີໃຕ້ ພ້ອມກັບເຈົ້າໜ້າທີ່ກະຊວງການຕ່າງປະເທດເກົາຫຼີໃຕ້.

ກ່ອນອອກເດີນທາງ ທ່ານ Kim ເວົ້າວ່າ ທ່ານຈະຮ້ອງຂໍໃຫ້ລັດຖະບານລາວຮ່ວມມືໃນການ ຊ່ອຍໃຫ້ຊາວເກົາຫຼີເໜືອ ທີ່ໂຕນໜີໄປຮອດລາວນັ້ນ ເດີນທາງໄປຍັງເກົາຫຼີໃຕ້ດ້ວຍຄວາມ ປອດໄພ.

ສື່ມວນຊົນເກົາຫຼີໃຕ້ລາຍງານວ່າ ການຍົກຍ້າຍຊາວເກົາຫຼີເໜືອ 18 ຄົນ ເຂົ້າໄປຢູ່ສະຖານ ທູດເກົາຫຼີໃຕ້ ມີຂຶ້ນຫຼັງຈາກປະທານາທິບໍດີ Park Geun-hye ໄດ້ກ່າວຢໍ້າເຖິງການຄໍ້າປະ ກັນຄວາມປອດໄພໃຫ້ແກ່ຊາວເກົາຫຼີເໜືອທີ່ໂຕນໜີຫຼັງຈາກເຈົ້າໜ້າທີ່ລາວໄດ້ສົ່ງໜຸ່ມນ້ອຍ ເກົາຫຼີເໜືອ 9 ຄົນໄປຈີນ.

ພວກທີ່ພະຍາຍາມໂຕນໜີຈາກເກົາຫຼີເໜືອແຕ່ບໍ່ປະສົບຄວາມສຳເລັດນັ້ນ ປະເຊີນກັບການ ຖືກລົງໂທດຢ່າງໜັກ ລວມມີ ການຖືກທໍລະມານ ແລະອາດຮວມທັງ ການປະຫານຊີວິດ ນຳ ດ້ວຍ.
XS
SM
MD
LG