ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ການ​ກະ​ທຳ​ ຂອງເກົາ​ຫຼີ​ເໜືອ ສະ​ແດງ​ໃຫ້​ເຫັນ ​ເຖິງວິ​ທີ​ການ​ເຈ​ລະ​ຈາກ​ກັນ ທີ່​ອາດເກີດ​ຂຶ້ນ ​ໄດ້


​ທ່ານ ກິມ ຈົງ​ ອຶນ ​ໂບກ​ມື​ອຳ​ລາ​ຝູງ​ຄົນ ທີ່​ໄປ​ສົ່ງ​ທ່ານຢູ່​ທີ່​ສະ​ຖາ​ນີ​ລົດ​ໄຟ ດົງ​ດາງ ກ່ອນ​ເດີນ​ທາງ​ອອກ​ຈາກ​ຫວຽດ​ນາມ​ໄປ ໃນ​ວັນ​ທີ 2 ມີ​ນາ, 2019.
​ທ່ານ ກິມ ຈົງ​ ອຶນ ​ໂບກ​ມື​ອຳ​ລາ​ຝູງ​ຄົນ ທີ່​ໄປ​ສົ່ງ​ທ່ານຢູ່​ທີ່​ສະ​ຖາ​ນີ​ລົດ​ໄຟ ດົງ​ດາງ ກ່ອນ​ເດີນ​ທາງ​ອອກ​ຈາກ​ຫວຽດ​ນາມ​ໄປ ໃນ​ວັນ​ທີ 2 ມີ​ນາ, 2019.

​ເກົາ​ຫລີ​ເໜື​ກ່າວ​ວ່າ ພຽງ​ຢາງບໍ່​ມີ​ເຈ​ດຕະນາ​ທີ່​ຈະ​ຍອມ​ເຮັດ​ຕາມ​ຄວາມ​ຮຽກ​ຮ້ອງ ຂອງວໍ​ຊິງ​ຕັນ ແລະ​ທ່ານ ກິມ ຈົງ​ ອຶນ ຈະ​ອອກ​ຖະ​ແຫລງ​ການ​ໃນ​ໄວໆ​ນີ້ ກ່ຽວ​ກັບ​ການ​ເຈ​ລະ​ຈາ​ກັນ​ໃນ​ອະ​ນາ​ຄົດ​ທີ່​ອາດ​ເກີດ​ຂຶ້ນ​ໄດ້​.

ລາຍ​ງານ​ຕ່າງໆ ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ ກິມ ອາດທຳ​ການ​ຈະ​ພິ​ຈາ​ລະ​ນາຄືນ​ອີກ​ ເພື່ອ​ເຮັດ​ໃຫ້​ຄຳ​ສັງ​ຫ້າມ ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດທີ່ໄດ້​ວາງ​ອອກ​ມາ​ໄດ້​ປີກວ່ານັ້ນ ຍຸດ​ຕິ​ລົງ.

ມີ​ລາຍ​ງານ​ເພີ້ມ​ເຕີມ​ອັນ​ນຶ່ງຈາກ​ອົງ​ການ​ຂ່າວ ເອ​ພີ ວ່າ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດ, ທ່ານ ໂຈ ຊົນ ຮຸຍ ທີ່​ໄດ້​ຖະ​ແຫລງ​ຕໍ່​ພວກ​ນັກ​ຂ່າວ ແລະ​ພວກ​ນັກ​ການ​ທູດ​ໃນ​ພຽງ​ຢາງ​ໃນ​ວັນ​ສຸກມື້ນີ້​ເວົ້າ​ວ່າ ວໍ​ຊິງ​ຕັນ ປະ​ຖິ້ມ ໂອ​ກາດ​ອັນ​ລ້ຳ​ຄ່າ​ໄປ ​ໃນ​ຕອນ​ທີ່​ທ່ານ ກິມ ແລະ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ຂອງ​ສະ​ຫະ​ລັດ ບໍ່​ສາ​ມາດ​ບັນ​ລຸ​ຂໍ້​ຕົກ​ລົງ​ນຳ​ກັນ​ໄດ້ ຢູ່​ໃນ​ກອງ​ປະ​ຊຸມ​ສຸດຍອດ​ຂອງ ພວກ​ເພິ່ນ ທີ່​ຈັດ​ຂຶ້ນ​ຢູ່ທີ່ຮາ​ໂນ່ຍ ໃນ​ທ້າຍ​ເດືອນ​ກຸມ​ພາ​ຜ່ານ​ມານີ້.

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດເກົາ​ຫລີ​ເໜືອ, ທ່ານ ໂຈ ຊົນ ຮຸຍ ​ຖະ​ແຫລງ​ຕໍ່​ພວກ​ນັກ​ຂ່າວ ແລະ​ພວກ​ນັກ​ການ​ທູດ​ໃນ​ພຽງ​ຢາງ​ໃນ​ວັນ​ທີ 15 ມີ​ນາ, 2019
ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດເກົາ​ຫລີ​ເໜືອ, ທ່ານ ໂຈ ຊົນ ຮຸຍ ​ຖະ​ແຫລງ​ຕໍ່​ພວກ​ນັກ​ຂ່າວ ແລະ​ພວກ​ນັກ​ການ​ທູດ​ໃນ​ພຽງ​ຢາງ​ໃນ​ວັນ​ທີ 15 ມີ​ນາ, 2019

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ເວົ້າ​ວ່າ ທ່ານ​ຍ່າງ​ອອກ​ຈາກ​ໂຕະ​ປະ​ຊຸມ​ໄປ ກໍ​ຍ້ອນ​ວ່າ ​ມີຈຸດ​ຢືນ​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບສິ່ງ​ທີ່​ເກົາ​ຫລີ​ເໜືອ​ຕ້ອງ​ໄດ້​ເຮັດ​ເພື່ອ​ໃຫ້​ໄດ້​ຮັບ​ການ​ຍົກ​ເລີກ​ມາດ​ຕະ​ການ​ລົງ​ໂທດ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ເພີ້ມຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ອີກວ່າ ພຽງ​ຢາງ ໄດ້ຮ້ອງຂໍ ​ໃຫ້​ຍົກ​ເລີກ​ມາດ​ຕະ​ການ​ລົງ​ໂທດ​ທັງ​ໝົດ ເພື່ອ​ເປັນ​ການ​ແລກ​ປ່ຽນ ກັບການການ​ໂຈະ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ແລະ​ອາ​ວຸດ​ນິວ​ເຄ​ລຍ ຂອງ​ຕົນ ຕະ​ຫລອດ​ທັງທັບ​ມ້າງ​ບ່ອນ​ທົດ​ລອງ​ທີ່​ໂຮງ​ໄຟ​ຟ້າ​ຢົງ​ບີ​ຢອນ.

ທ່ານ ກິມ ແລະ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ຂອງ​ສະ​ຫະ​ລັດ ລົມ​ກັນ ກ່ອນກອງ​ປະ​ຊຸມ​ສຸດຍອດ​ຂອງ ພວກ​ເພິ່ນ ທີ່​ຈັດ​ຂຶ້ນ​ຢູ່ທີ່ຮາ​ໂນ່ຍ ໃນ​ທ້າຍ​ເດືອນ​ກຸມ​ພາ​ຜ່ານ​ມານີ້
ທ່ານ ກິມ ແລະ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ຂອງ​ສະ​ຫະ​ລັດ ລົມ​ກັນ ກ່ອນກອງ​ປະ​ຊຸມ​ສຸດຍອດ​ຂອງ ພວກ​ເພິ່ນ ທີ່​ຈັດ​ຂຶ້ນ​ຢູ່ທີ່ຮາ​ໂນ່ຍ ໃນ​ທ້າຍ​ເດືອນ​ກຸມ​ພາ​ຜ່ານ​ມານີ້

​ເກົ​າ​ຫລີ​ເໜືອກັ​ບ​ກ່າວ​ອ້າງວ່າ ຕົນ​ໄດ້​ຮ້ອງ​ຂໍ​ເອົາ​ພຽງ​ການ​ຍົກ​ເລີກ ມາດ​ຕະ​ການ​ລົງ​ໂທດ​ເປັນ​ບາງ​ສ່ວນ​ເທົ່າ​ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG