ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣໍາ ເວົ້າວ່າ ການນາບຂູ່ ຂອງ ເກົາຫຼີເໜືອ ຈະຕ້ອງຖືກຈັດການ


US-North Korea
please wait
Embed

No media source currently available

0:00 0:00:41 0:00

ສະຫະລັດ ແລະເກົາຫລີເໜືອ

ໃນຕອນເລີ້ມຕົ້ນກອງປະຊຸມຂອງຄະນະລັດຖະບານຂອງທ່ານໃນວັນຈັນວານນີ້ ປະ
ທານາທິ ບໍດີສະຫະຣັດ ທ່ານ ດໍໂນລ ທຣໍາ ໄດ້ກ່າວຮັບປະກັນວ່າ ການນາບຂູ່ຂອງ
ເກົາຫລີເໜືອ ຈະຕ້ອງຖືກຈັດການ.

ໃນການຕອບຄໍາຖາມຂອງນັກຂ່າວນັ້ນ ທ່ານ ທຣໍາກ່າວວ່າ "ພວກເຮົາຈະຈັດການກັບ
ເກົາຫລີເໜືອ. ພວກເຮົາຈະສາມາດຈັດການກັບພວກເຂົາ. ພວກເຮົາຈັດການກັບທຸກ
ສິ່ງທຸກຢ່າງໄດ້."

ໃນເວລາຕໍ່ມາໃນມື້ວານນີ້ ເມື່ອຖືກຖາມວ່າ ການຕອບໂຕ້ຄືນຂອງສະຫະຣັດ ອາດລວມ
ມີ ການບຸກໂຈມຕີຂອງສະຫະຣັດຕໍ່ເກົາຫລີເໜືອກ່ອນຫລືບໍ່ ທ່ານນາງ Sarah
Huckabee Sanders ໂຄສົກປະຈໍາທໍານຽບຂາວຕອບວ່າ "ດັ່ງທີ່ພວກເຮົາໄດ້ເວົ້າ
ຫລາຍໆຄັ້ງຜ່ານມາ ແລ້ວວ່າ ທ່ານປະທານາທິບໍດີຈະບໍ່ປະກາດຄໍາຕັດສິນໃຈຂອງຕົນ
ໃຫ້ໃຜຮູ້ ແຕ່ວ່າທາງເລືອກທຸກຢ່າງກໍາລັງຖືກນໍາເອົາມາພິຈາລະນາກັນຢູ່."

ໃນວັນເສົາຜ່ານມາ ນຶ່ງມື້ພາຍຫລັງທີ່ເກົາຫລີເໜືອໄດ້ຍິງທົດລອງລູກສອນໄຟຂີປະນາ
ວຸດ ທີ່ປະເທດດັ່ງກ່າວເວົ້າວ່າ ສາມາດຍິງມາເຖິງສະຫະລັດໄດ້ນັ້ນ ທ່ານປະທານາທິບໍດີ
ໄດ້ໃຊ້ສື່ສັງຄົມ ກ່າວສັ່ງສອນຈີນ ປະເທດເພື່ອນບ້ານທີ່ມີອໍານາດສູງ ແລະເປັນພັນທະ
ມິດທີ່ສໍາຄັນຂອງເກົາຫລີເໜືອແຕ່ພຽງປະເທດດຽວນັ້ນ.

ທ່ານຂຽນສອງສາມຂໍ້ຄວາມລົງໃນ Twitter ທີ່ເວົ້າວ່າ "ຂ້າພະເຈົ້າຮູ້ສຶກຜິດຫວັງກັບຈີນ
ຫລາຍ. ...ພວກເຂົາເຈົ້າບໍ່ໄດ້ເຮັດຫຍັງເລີຍຕໍ່ເກົາຫລີເໜືອໃຫ້ພວກເຮົາ. ໄດ້ແຕ່ເວົ້າ. ພວກເຮົາຈະບໍ່ໃຫ້ມີການເຮັດແບບນີ້ສືບຕໍ່ໄປໄດ້. ຈີນສາມາດແກ້ໄຂບັນຫານີ້ໄດ້ຢ່າງງ່າຍ
ດາຍ!"

ນັ້ນເປັນການປີ້ນຄືນຄໍາຍ້ອງຍໍທີ່ທ່ານປະທານາທິ ບໍດີສະຫະຣັດເຄີຍມີໃນເມື່ອກ່ອນຕໍ່
ທ່ານ ສີ ຈິ້ງຜິງ ຄູ່ຕໍາແໜ່ງຝ່າຍຈີນຂອງທ່ານ ພາຍຫລັງທີ່ທ່ານທຣໍາ ເປັນເຈົ້າພາບຮັບ
ຕ້ອນທ່ານ ຢູ່ບ່ອນຕາກອາກາດ Mar-a-Largo ໃນຕົ້ນເດືອນເມສາທີ່ຜ່ານມາ. ໃນຕອນ
ນັ້ນ ທ່ານທຣໍາໄດ້ສະແດງຄວາມໝັ້ນໃຈວ່າ ທ່ານ ສີ ຈະໃຊ້ຄວາມກົດດັນຢ່າງພຽງພໍ ຕໍ່
ພຽງຢາງ ເພື່ອໃຫ້ຫລຸດຜ່ອນຄວາມເຄັ່ງຕຶງຢູ່ໃນແຫລມເກົາຫລີລົງ.

ໃນວັນຈັນວານນີ້ ຢູ່ທີ່ສະຫະປະຊາຊາດ ທ່ານ Liu Jieyi ເອກອັກຄະລັດຖະທູດຂອງຈີນ
ປະຈໍາສະຫະປະຊາ​ຊາດ ໄດ້ບ່າຍບ່ຽງການຕິຕຽນຂອງສະຫະລັດໂດຍເວົ້າວ່າ "ມີສອງ
ຝ່າຍຫລັກ ຢູ່ໃນບັນຫາການເຮັດໃຫ້​ເປັນ​ເຂດປອດອາວຸດນິວເຄລຍ ແລະສັນຕິພາບ ແລະການເຮັດໃຫ້ມີສະຖຽນລະພາບ ຢູ່ໃນແຫລມເກົາຫລີ ຊຶ່ງກໍຄື ສະທາລະນະລັດ ປະ
ຊາທິປະໄຕ ປະຊາຊົນເກົາຫລື ຫລື DPRK ແລະສະຫະຣັດ." ທ່ານກ່າວເພີ້ມອີກວ່າ
ທັງສອງປະເທດ "ມີຄວາມຮັບຜິດ ຊອບໃນການເຮັດໃຫ້ທຸກສິ່ງຢ່າງກ້າວໄປ, ເຮັດ
ໃຫ້ເລີ້ມກ້າວໄປໃນທິດທາງທີ່ຖືກຕ້ອງ, ບໍ່ແມ່ນຈີນຈະເປັນຜູ້ເຮັດເຊັ່ນນັ້ນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG