ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະໝອງ ຂອງນັກ​ສຶກສາ ​ອາ​ເມຣິກັນ ​ທີ່​ເກົາຫຼີ​ເໜືອ ປ່ອຍຕົວ​ອອກມາ ໄດ້ຮັບການກະທົບ


ທ້າວ Otto Warmbier ນັກ​ສຶກສາ​ຊາວ ອາ​ເມຣິກັນ ທໍາການບັນລະຍາຍຕໍ່ນັກຂ່າວ ທີ່ນະຄອນພຽງຢາງ ຂອງເກົາຫລີເໜືອ ໃນ ປີ 2016
ທ້າວ Otto Warmbier ນັກ​ສຶກສາ​ຊາວ ອາ​ເມຣິກັນ ທໍາການບັນລະຍາຍຕໍ່ນັກຂ່າວ ທີ່ນະຄອນພຽງຢາງ ຂອງເກົາຫລີເໜືອ ໃນ ປີ 2016

ໂຄສົກ​ຍິງປະ​ຈໍາ​ໂຮງໝໍ​ແຫ່ງ​ນຶ່ງ​ ກ່າວໃນ​ວັນ​ພະຫັດ​ວານ​ນີ້​ວ່າ ນັກ​ສຶກສາ​ຊາວອາ​ເມຣິ
ກັນ​ທີ່​ເກົາຫລີ​ເໜືອປ່ອຍ​ຕົວ​ອອກ​ມາ ພາຍ​ຫລັງ​ທີ່​ໄດ້​ຕິດ​ຄຸກເປັນ​ເວລາ 17 ​ເດືອນນັ້ນ ຕ້ອງ​ທົນ​ທຸກ ​ໃນ​ການ "ບາດ​ເຈັບ​ຕໍ່​ສະໝອງຢ່າງ​ສາຫັດ.”

ພາຍຫລັງ​ທີ່​ໄດ້​ກັບ​ຈາກ​ເກົາຫລີ​ເໜືອ ທ້າວ Otto Warmbier ອາຍຸ 22 ປີ ກໍ​ໄດ້​ຖືກ​ນໍາ
​ສົ່ງ​ໄປ​ໂຮງໝໍ​ສູນ​ກາງ​ການ​ແພດ ​ຂອງ​ມະຫາວິທະຍາ​ໄລ Cincinnati ບ່ອນທີ່ເຮັດ​ໃຫ້​
ອາການ​ຂອງລາວ​ຢູ່​ໃນ​ສະພາວະ​ທີ່​ທຸ່ນ​ທ່ຽງ.

ອີງ​ຕາມ​ບັນດາທ່ານໝໍ, ທຸກ​ພາກສ່ວນ​ຂອງ​ສະໝອງຂອງທ້າວ Warmbier ຖືກ​ກະທົບໝົດ.

Dr. Daniel Kanter, ທີ່​ປິ່ນປົວ​ທ້າວ Warmbier ກ່າວ​ຢູ່​ໃນ​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ວັນ
​ພະຫັດ​ວານ​ນີ້ວ່າ "​ບໍ່ມີ​ຮອງ​ຮອຍສະ​ແດງ​ໃຫ້​ເຫັນ​ເລີຍ​ວ່າ​ ລາວ​ເຂົ້າ​ໃຈ​ພາສາ, ​ເຮັດ​ຕາມ
​ຄໍາ​ສັ່ງ​ໄດ້ ຫລື​ຮູ້ຈັກ​ວ່າ ຕົນ​ເອງ​ຢູ່​ໃສ. ລາວ​ບໍ່ປາກ, ລາວ​ບໍ່ສົນ​ໃຈ​ໃນ​ການ​ເຄື່ອນ​ເໜັງ ຫລື​ການປະພຶດທີ່​ມີ​ຈຸດປະສົງໃດໆ​ເລີຍ."

ທ່ານໝໍ Kanter ​ແລະ​ເພື່ອນ​ຮ່ວງານ​ຂອງ​ທ່ານ ​ເວົ້າ​ເພີ້ມອີກ​ວ່າ ພວກ​ເພິ່ນ​ຍັງ​ບໍ່ມີ​ຂໍ້​ມູນ​ທີ່​
ສາມາດ​ຢືນຢັນ​ໄດ້​ວ່າ ມີ​ຫຍັງ​ເກີດ​ຂຶ້ນກັບ​ທ້າວ Warmbier ກ່ອນ​ລາວ​ຈະອອກຈາກ​
ເກົາຫລີ​ເໜືອມາ ແລະ​ຕາມ​ການ​ຮ້ອງ​ຂໍ​ຂອງ​ຄອບຄົວ​ລາວ ຂໍ້​ມູນ​ເພີ້ມ​ເຕີມ​ກ່ຽວກັບ​ການ
​ປະ​ເມີນ​ພະຍາດ​ຂອງ​ຜູ້ກ່ຽວ ​ແລະ​ຄວາມ​ຫວັງ​ທີ່​ຈະ​ຟື້ນຄືນ​ໄດ້ນັ້ນ ຍັງ​ຈະ​ຮັກສາ​ໄວ້​ໃຫ້
​ເປັນຄວາມ​ລັບ. ​

ທ່ານ Rex Tillerson ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ​ໄດ້​ກ່າວ​ໃນ​ຕອນ
​ເຂົ້າຮ່ວມ​ກອງ​ປະຊຸມ ກ່ຽວກັບ​ພາກພື້ນອາ​ເມຣິກາ​ກາງ ຢູ່ນະຄອນ Miami ​ໃນ​ວັນ​ພະ
ຫັດ​ວານນີ້ວ່າ "ພວກ​ເຮົາ​ດີ​ໃຈ​ທີ່​ເຫັນ​ລາວ​ໄດ້​ກັບ​ຄືນມາບ້ານມາ​ຢູ່​ກັບ​ຄອບຄົວ​ຂອງ​ລາວ
​ອີກ. ພວກ​ເຮົາຈະ​ບໍ່ມີ​ຄໍາ​ເຫັນ​ຫຍັງ​ກ່ຽວກັບ​ສະພາບ​ການ​ທາງສຸຂະພາບຂອງ​ລາວ, ມັນ
​ເປັນ​ເລື້ອງສ່ວນ​ຕົວ ​ທີ່​ຂຶ້ນກັບ​ລາວ ​ແລະ​ຄອບຄົວ​ຂອງ​ລາວ ທີ່​ຈະ​ບອກ​ໃຫ້​ຮູ້. ພ້ອມ​ກັນນັ້ນ
ພວກ​ເຮົາກໍ​ຈະ​ບໍ່​ໃຫ້​ຄໍາ​ເຫັນ​ຫຍັງ​ກ່ຽວກັບສະພາບ​ເຈັບ​ປ່ວຍຂອງ​ລາວ ​ແລະ​ເຫດຜົນ​ທີ່​ວ່າ
​ເປັນ​ຫຍັງ​ລາວ​ຈຶ່ງ​ເປັນ​ເຊັ່ນ​ນັ້ນ. ສະນັ້ນ ພວກ​ເຮົາ​ບໍ່ມີ​ຫຍັງ​ອີກ ​ທີ່​ຈະ​ເວົ້າກ່ຽວກັບ​ເລື່ອງ​ນີ້​ຕື່ມ​."

ພໍ່​ແມ່​ຂອງ​ທ້າວ Warmbier ​ເວົ້າວ່າ ລູກ​ຊາຍ​ຂອງ​ເຂົາເຈົ້າຢູ່​ໃນ​ສະພາບທີ່​ບໍ່ຮູ້ສຶກ​ໂຕມາ
​ໄດ້​ປີກ​ວ່າ​ແລ້ວ ​ແລະ​ພວກ​ເຂົາ​ເຈົ້າ​ອະທິບາຍວ່າ ການ​ທີ່​ລາວ​ຖືກປ່ອຍ​ຕົວ ກໍ​ແມ່ນ​ຍ້ອນ​
ເຫດຜົນ ທາງດ້ານ​ສຸຂະພາບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ

American Student Released by North Korea
please wait

No media source currently available

0:00 0:00:51 0:00

XS
SM
MD
LG