ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກລົບເກົ່າ ອາເມຣິກັນ ທີ່ໄປຊອກ ຊາກສົບ ຂອງເພື່ອນ ກັບຈາກ ເກົາຫລີເໜືອ (ວີດິໂອ)


US Veterans Return From N. Korea After Search for Pilot's Remains
please wait

No media source currently available

0:00 0:02:33 0:00
ລິງໂດຍກົງ

ທ່ານ Thomas Hudner ກັບຈາກ ການໄປຊອກຫາຊາກ​ກະດູກ​ ແລະສິ່ງເສດເຫລືອຂອງນັກ​ບິນທ່ານ ທີ່ເສຍຊີວິດ ໃນປີ 1950.

ຊາວອາເມຣິກັນອາຍຸ 88 ປີທີ່ໄດ້ຮັບຫລຽນກຽດຕິຍົດ ຈາກ
ສົງຄາມເກົາຫລີ ໃນອາທິດນີ້ ໄດ້ສິ້ນສຸດການເດີນທາງໄປຍັງ
ເກົາຫຼີເໜືອ ເພື່ອຊອກຫາຊາກ​ກະດູກ​ ແລະສິ່ງເສດເຫລືອ
ຂອງນັກ​ບິນທີ່ໃຫ້ການສະໜັບສະໜຸນທ່ານ ທີ່ເສຍຊີວິດລຸນ
ຫລັງ​ໄດ້​ພະຍາຍາມ​ລົງຈອດສຸກ​ເສີນໃນປີ 1950.

ທ່ານ Thomas Hudner ເວົ້າວ່າ ການເດີນທາງດັ່ງກ່າວ
ແມ່ນໄດ້ຮັບຜົນ ສໍາເລັດເຖິງແມ່ນວ່າທ່ານບໍ່ສາມາດພົບ​ເຫັນເຮືອບິນຫລືຊາກສົບຂອງທ່ານ Jesse Brown ກໍຕາມ.

ທ່ານ Brown ແມ່ນເປັນນັກບິນຂອງກອງທັບ​ເຮືອຊາວອາ
ເມຣິກັນເຊື້ອ ສາຍອາຟຣິກາຜູ້ທໍາອິດ. ຢູ່ໃນສົງຄາມເຫົາຫລີນັ້ນ ຜູ້ກ່ຽວແມ່ນເປັນນັກບິນ
ທີ່​ບິນ​ຄຽງ​ຂ້າງທ່ານ Hudner ຢູ່ໃນລະຫວ່າງຖ້ຽວບິນປະຕິບັດງານຕ່າງໆ ທີ່ພວກທ່ານ ໄດ້
ບິນຂຶ້ນ ຈາກກໍ່າປັ່ນບັນທຸກເຮືອບິນ USS Leyte.

ທັງສອງທ່ານໄດ້ຂີ່ເຮືອບິນ Corsair ຊຶ່ງເປັນເຮືອບິນລົບ ທີ່ມີຈັກດຽວ ເພື່ອ​ໃຫ້ການສະ
ໜັບສະໜຸນທາງອາກາດທີ່ສໍາຄັນຫລາຍ ແກ່ກໍາລັງທະຫານມາຣິນ ໃນລະຫວ່າງບັ້ນ
ລົບຢູ່ອ່າງເກັບນໍ້າ Chosin ຊຶ່ງເປັນບັ້ນລົບ​ທີ່ສໍາຄັນຂອງສົງຄາມດັ່ງກ່າວ.

ໃນມື້ນັ້ນ ທ່ານ Hudner ໄດ້ເອົາຍົນຂອງທ່ານທີ່ເພນັ້ນລົງຈອດລຸນຫລັງ ທີ່ທ່ານ Brown
ໄດ້ລົ້ມລົງ. ມັນເປັນການດໍາເນີນຄວາມພະຍາຍາມ ທີ່ບໍ່ ໄດ້ຜົນເພື່ອເອົາທ່ານ Brown ທີ່
ກໍາລັງຈະເສຍຊີວິດໄປນັ້ນອອກຈາກຫ້ອງ ຂັບທີ່ຫຍໍ້ເຂົ້າ ຊຶ່ງເປັນການກະທໍາທີ່ເຮັດໃຫ້
ທ່ານ Hudner ໄດ້ຮັບຫລຽນ ໄຊກຽດຕິຍົດ.

ການເດີນທາງໄປເກົາຫລີເໜືອ ຮ່ວມກັບທ່ານ Hudner ໃນເດືອນກໍລະກົດນີ້ ກໍຄືທ່ານ Dick Bonelli ທີ່ໄດ້ຮັບຫຼຽນດາວເງິນ ທະຫານມາຣິນ ທີ່ຢູ່ຫ່າງຈາກເນີນທີ່ທ່ານ Hudner ແລະທ່ານ Brown ເອົາເຮືອບິນຂອງ ເຂົາເຈົ້າລົງຈອດ ນັ້ນ 8 ກິໂລແມັດ ໃນວັນທີ 4 ທັນວາ 1950.

ກຸ່ມດັ່ງກ່າວໄດ້ໄປເຖິງກຸງພຽງຢາງໃນເດືອນກໍລະກົດນີ້ ມີຄວາມຫວັງທີ່ ຈະໄປຮ່ວມການ
ເດີນທາງຍາວໄກໄປຍັງເທິງພູ ທີ່ເຮືອບິນຂອງທ່ານ Brown ຕົກລົງນັ້ນ. ແຕ່ວ່າ ເມື່ອໄປ
ເຖິງທີ່ນັ້ນແລ້ວ ພວກເຈົ້າໜ້າທີ່ ທະຫານເກົາຫລີເໜືອ ອະທິບາຍວ່າ ຈະບໍ່ໃຫ້ໄປຢ້ຽມ
ຢາມເຂດອ່າງ Chosin ໄດ້ ຍ້ອນວ່າມີໄພນໍ້າຖ້ວມຍ້ອນຝົນລະດູຮ້ອນທີ່ຕົກໜັກຕາມ ລະດູການ.

ຄໍາສະແດງເຖິງການເຫັນໃຈກໍຄື ທ່ານ Kim Jung Un ຜູ້ນໍາ ປະເທດນັ້ນ ຮູ້ຈັກກ່ຽວກັບ
ການໄປຊອກຫາຂອງພວກເຂົາເຈົ້າດັ່ງກ່າວ ຊຶ່ງເຮັດໃຫ້ການກັບຄືນໄປທີ່ນັ້ນ ເປັນໄປໄດ້
ຫລາຍຂຶ້ນ.
XS
SM
MD
LG