ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີເໜືອ ສະເໜີ ເຈລະຈາ ກັບສະຫະລັດ (ວີດິໂອ)


ໂທລະພາບສູນກາງຂ່າວຂອງເກົາຫລີເໜືອ ອ່ານຄໍາປະກາດ ໃນຖະແຫລງການຂອງຄະນະກໍາມາທິການປ້ອງກັນຊາດຂອງເກົາຫລີເໜືອ ໃນວັນອາທິດ ທີ 16 ມິຖຸນາ 2013
ໂທລະພາບສູນກາງຂ່າວຂອງເກົາຫລີເໜືອ ອ່ານຄໍາປະກາດ ໃນຖະແຫລງການຂອງຄະນະກໍາມາທິການປ້ອງກັນຊາດຂອງເກົາຫລີເໜືອ ໃນວັນອາທິດ ທີ 16 ມິຖຸນາ 2013
ເກົາຫລີເໜືອໄດ້ສະເໜີໃຫ້ມີການເຈລະຈາກ່ຽວກັບອາວຸດ
ນີວເຄລຍ ແລະຄວາມໝັ້ນຄົງ ໃນລະດັບສູງກັບສະຫະລັດ
ຊຶ່ງເປັນການທາບ ທາມ ທີ່ມີຂຶ້ນໃນບໍ່ເທົ່າໃດມື້ ລຸນຫລັງທີ່
ກອງປະຊຸມທີ່ໄດ້ວາງແຜນໄວ້ກັບເກົາຫລີໃຕ້ ໄດ້ຖືກຍົກ​ເລີກ.

ຄະນະກໍາມາທິການປ້ອງກັນຊາດຂອງເກົາຫລີເໜືອເວົ້າຢູ່​ໃນ
ຖະແຫລງການທີ່ໄດ້ເຜີຍແຜ່ອອກ ໂດຍອົງການຂ່າວສູນກາງ
ເກົາຫລີຂອງລັດຖະ ບານ ແລະໄດ້ອອກອາກາດ​ທາງວິທະຍຸ ແລະໂທລະພາບຂອງລັດ ໃນວັນອາທິດມື້ນີ້ວ່າ ກຸງວໍຊິງຕັນສາ
ມາດເລືອກເອົາມື້ ແລະສະຖານທີ່ ສໍາລັບການເຈລະຈານີ້​ໄດ້ ແຕ່ວ່າບໍ່ໃຫ້ມີການວາງເງື່ອນໄຂ ລ່ວງໜ້າ.

ຄໍາສະເໜີນັ້ນເວົ້າວ່າ ການເຈລະຈາຈະແນໃສ່ການຫລຸດຜ່ອນຄວາມເຄັ່ງຕຶງ ໃນແຫລມ
ເກົາຫລີ ແລະສ້າງສັນຕິພາບ ແລະຄວາມໝັ້ນຄົງ ໃນພາກພື້ນ.

ກຸງພຽງຢາງເວົ້າອີກວ່າ ຕົນຈະຍັງສືບຕໍ່ເປັນປະເທດທີ່ມີນີວເຄລຍຈົນກວ່າ ການຂົ່ມຂູ່ຈາກ​
ທາງນອກທັງໝົດ ຕໍ່ຕົນນັ້ນ ສິ້ນສຸດລົງ ແລະຮຽກຮ້ອງໃຫ້ສະຫະລັດປະລະການລົງ
ໂທດທັງໝົດ ຕໍ່ເກົາຫລີເໜືອ.

ຄວາມເຄັ່ງຕຶງໃນແຫລມເກົາຫລີ ໄດ້ເພີ້ມສູງຂຶ້ນນັບແຕ່ມີການທົດລອງນີວເຄລຍຄັ້ງ
ທີສາມຂອງເກົາຫລີເໜືອໃນເດືອນກຸມພາ ຊຶ່ງໄດ້ເຮັດໃຫ້ ມີການລົງໂທດຂອງອົງການ
ສະຫະປະຊາຊາດ.

ກອງປະຊຸມໃນລະດັບສູງຂອງສອງປະເທດເກົາຫລີ ທີ່ບໍ່ຄ່ອຍມັກມີຂຶ້ນ ທີ່ໄດ້ກໍານົດຈະ
ຈັດຂຶ້ນໃນວັນພຸດແລ້ວນີ້ ໄດ້ຖືກຍົກເລີກໃນມື້ອັງຄານແລ້ວນີ້ ຍ້ອນຕົກລົງກັນບໍ່ໄດ້ໃນ
ເລື້ອງພິທີການທູດ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG