ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

HRW ຕໍາໜິ ລາວແລະຈີນ ທີ່ສົ່ງ ເກົາຫລີເໜືອ 9 ຄົນ ກັບໄປປະເທດ


ໃນວັນທີ 29 ພຶດສະພາ ພວກປະທ້ວງຊາວເກົາຫລີໃຕ້ ໂຮມຊຸມນຸມກັນເດີນປະທ້ວງ ຢູ່ຕໍ່ໜ້າກະຊວງການຕ່າງປະເທດເກົາຫລີໃຕ້ ຮຽກຮ້ອງໃຫ້ຈີນຍຸຕິການສົ່ງ ຊາວເກົາຫລີເໜືອ 9 ຄົນ ທີ່ລາວສົ່ງໂຕໃຫ້ນັ້ນ ກັບຄືນປະເທດ
ໃນວັນທີ 29 ພຶດສະພາ ພວກປະທ້ວງຊາວເກົາຫລີໃຕ້ ໂຮມຊຸມນຸມກັນເດີນປະທ້ວງ ຢູ່ຕໍ່ໜ້າກະຊວງການຕ່າງປະເທດເກົາຫລີໃຕ້ ຮຽກຮ້ອງໃຫ້ຈີນຍຸຕິການສົ່ງ ຊາວເກົາຫລີເໜືອ 9 ຄົນ ທີ່ລາວສົ່ງໂຕໃຫ້ນັ້ນ ກັບຄືນປະເທດ
ກຸ່ມປົກປ້ອງສິດທິມະນຸດກຸ່ມ​ນຶ່ງ ຮຽກຮ້ອງ​ໃຫ້ເກົາຫລີເໜືອ
“ເປີດເຜີຍໃນທັນທີ” ກ່ຽວກັບບ່ອນຢູ່ຂອງພວກອົບພະຍົບເກົາ
ຫລີເໜືອ 9 ຄົນທີ່ເຊື່ອກັນວ່າ ໄດ້ຖືກບັງຄັບໃຫ້ກັບຄືນໄປຍັງ
ກຸງພຽງຢາງ ຈາກກຸງປັກກິ່ງ.

ທ່ານ Phil Robertson, ຮອງຜູ້ອຳນວຍການ ຮັບຜິດຊອບກ່ຽວ
ກັບຂົງເຂດ ເອເຊຍ ຂອງກຸ່ມປົກປ້ອງສິດທິມະນຸດ Human
Rights Watch ເວົ້າວ່າ ພວກອົບພະຍົບທີ່ອາຍຸລະຫວ່າງ 15
ຫາ 23 ປີແມ່ນມີ “ຄວາມສ່ຽງຢ່າງໜັກ” ເພາະເປັນທີ່ຮູ້ກັນດີວ່າ
ເກົາຫລີເໜືອທໍາການທໍລະມານ ພວກທີ່ຖືກຈັບໄດ້ຍ້ອນພະຍາ
ຍາມໂຕນໜີ ແລະພວກຖືກສົ່ງກັບຄືນປະເທດ.

ທ່ານ Robertson ເວົ້າອີກວ່າ ພວກເຂົາເຈົ້າອາດຈະຖືກສົ່ງໄປຍັງສູນອອກແຮງງານ
ໜັກ ບ່ອນທີ່ພວກເຂົາເຈົ້າຖືກບັງຄັບໃຫ້ອົດເຂົ້າ ແລະບໍ່ໄດ້ຮັບການ ບໍລິການດ້ານຢຸກຢາ,
ຖືກຕົບຕີໂດຍພວກຍາມ ແລະຖືກບັງຄັບໃຫ້ເຮັດວຽກ ເປັນຫລາຍໆຊົ່ວໂມງ ໃນສະ
ພາບທີ່ເປັນຕະລາຍ.

ລາຍງານຕ່າງໆເວົ້າວ່າຊາວເກົາຫລີເໜືອຈຸດັ່ງກ່າວໄດ້ຖືກຈັບຢູ່ລາວໃນເດືອນນີ້ ແລະ
ວ່າເຈົ້າໜ້າທີ່ ຢູ່ທີ່ນັ້ນໄດ້ສົ່ງພວກເຂົາເຈົ້າໃຫ້ຈີນ.

ໜັງສືພິມ Wall Street Journal ເວົ້າວ່າ ນີ້ແມ່ນ “ກໍລະນີທໍາອິດທີ່ຮູ້ກັນ” ວ່າ ມີ
ການຮ່ວມມືລະຫວ່າງລາວກັບເກົາຫລີເໜືອເພື່ອສົ່ງພວກໂຕນໜີກັບຄືນໄປປະເທດ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ເວົ້າອີກວ່າ ຕາມກົດໝາຍສາກົນ
ແລ້ວ ບຸກຄົນໃດກໍຕາມ ແມ່ນມີສິດທີ່ຈະບໍ່ຖືກບັງຄັບໃຫ້ກັບຄືນໄປບ່ອນທີ່ພວກເຂົາເຈົ້າ
ປະເຊີນກັບການປະຫັດປະຫານ ແຕ່ທ່ານ Robertson ເວົ້າວ່າ ລາວແລະຈີນແມ່ນ
ບໍ່ໄດ້ເຄົາລົບຕໍ່ສິດທິອັນນັ້ນ. ທ່ານກ່າວວ່າ:

“ໃນກໍລະນີນີ້ ເປັນທີ່ຈະແຈ້ງວ່າ ລາວ ແລະຈີນໄດ້ຮ່ວມມືກັນກັບລັດຖະ
ບານ ເກົາຫລີເໜືອ ໃນການລະເມີດສິດທິຂອງເຂົາເຈົ້າ. ທ່ານຮູ້ບໍ່ສິ່ງ
ທີ່ພວກເຮົາ ເຫັນກໍຄື ລາວ ແລະຈີນ ອີກຄັ້ງນຶ່ງ ສະແດງໃຫ້ເຫັນເຖິງ
ການບໍ່ເອົາຫົວຊາຕໍ່ສິດທິມະນຸດ ໂດຍການອຸນະຍາດໃຫ້ ລັດຖະບານ
ເກົາຫລີເໜືອ ບັງຄັບໃຫ້ 9 ຄົນນີ້ ກັບຄືນປະເທດ. ລາວແລະຈີນ ຄວນ
ຈະເຮັດພັນທະຂອງຕົນໃຫ້ຫລ້ອນ ໂດຍອະນຸຍາດໃຫ້ມີການຕັດສິນວ່າ
ກຸ່ມດັ່ງກ່າວມີສະຖານະພາບເປັນອົບພະຍົບ ຫຼືບໍ່ ບໍ່ແມ່ນສົ່ງເຂົາເຈົ້າກັບ
ຄືນປະເທດ."


ອົງການດັ່ງກ່າວເວົ້າອີກວ່າ ມີການເຊື່ອກັນວ່າ ເຈົ້າໜ້າທີ່ເກົາຫລີເໜືອໄດ້ຕິດຕາມ ບຸກ
ຄົນທັງ 9 ໃນຂະນະທີ່ເຂົາເຈົ້າຖືກສົ່ງຈາກລາວໄປຍັງຈີນ ແລະຈາກຈີນໄປຍັງກຸງພຽງຢາງ.

ໃນວັນພຸດວານນີ້ ສະຫະລັດສະແດງຄວາມເປັນຫ່ວງ ກ່ຽວກັບການລາຍງານທີ່ວ່າຈີນ
ໄດ້ສົ່ງຊາວເກົາຫຼີເໜືອ 9 ຄົນທີ່ລາວສົ່ງໂຕໃຫ້ນັ້ນ ກັບຄືນປະເທດ. ເຈົ້າໜ້າທີ່ກະຊວງ
ການຕ່າງປະເທດສະຫະລັດກ່າວຕໍ່ອົງການຂ່າວ Yonhap ຂອງເກົາຫລີໃຕ້ໂດຍບໍ່
ປະສົງອອກນາມວ່າ ສະຫະລັດຮຽກຮ້ອງໃຫ້ທຸກປະເທດ ຢູ່ໃນຂົງເຂດດັ່ງກ່າວ ຮ່ວມ
ມືກັນໃຫ້ການປົກປ້ອງແກ່ອົບພະຍົບຊາວເກົາຫລີເໜືອ ຢູ່ໃນດິນແດນຂອງຕົນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG