ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີເໜືອ ສະຫລອງວັນຄ້າຍ ວັນເກີດຄົບຮອບ 101 ປີ ຂອງທ່ານ Kim Il Sung (ວີດິໂອແລະສະໄລດ໌)


ສະມາຊິກພັກຂອງເກົາຫລີເໜືອ ໄປຢ້ຽມຢາມ Mankyongdae ບ່ອນກໍາເນີດ ຂອງທ່ານ Kim Il-sung ຜູ້ສ້າງຕັ້ງເກົາຫລີເໜືອ ໃນວັນຄ້າຍວັນເກີດ ຄົບຮອບ 101 ປີຂອງທ່ານ ໃນນະຄອນພຽງຢາງ ໃນວັນທີ 15 ເມສາ 2013.
ສະມາຊິກພັກຂອງເກົາຫລີເໜືອ ໄປຢ້ຽມຢາມ Mankyongdae ບ່ອນກໍາເນີດ ຂອງທ່ານ Kim Il-sung ຜູ້ສ້າງຕັ້ງເກົາຫລີເໜືອ ໃນວັນຄ້າຍວັນເກີດ ຄົບຮອບ 101 ປີຂອງທ່ານ ໃນນະຄອນພຽງຢາງ ໃນວັນທີ 15 ເມສາ 2013.
ເກົາຫຼີເໜືອກໍາລັງສະຫລອງວັນຄ້າຍວັນເກີດ ຄົບຮອບ 101
ປີຂອງທ່ານ Kim Il Sung ຜູ້ສ້າງຕັ້ງປະເທດທີ່ນິຍົມລະບອບ
ປົກຄອງແບບສະຕາລິນ.

ໃນວັນບຸນທີ່ສໍາຄັນທີ່ສຸດຢູ່ໃນປະຕິທິນຂອງເກົາຫລີເໜືອ ບໍ່ມີ
ການເດີນສວນ ສະໜາມຂອງທະຫານໃນວັນຈັນມື້ນີ້ ແລະບໍ່ມີ
ຮ່ອງຮອຍສະແດງໃຫ້ເຫັນວ່າ ໄດ້ມີການຈັດງານບຸນໃຫຍ່ໃດໆ ທີ່ກຽມໄວ້ແຕ່ຢ່າງໃດເລີຍ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:


ເຖິງແມ່ນວ່າ ເກົາຫລີໃຕ້ໄດ້ຢູ່ໃນທ່າກຽມພ້ອມເພື່ອຮັບມືກັບການເກາະຜິດໃດໆ ເພື່ອ
ເປັນຂີດໝາຍເຖິງວັນດັ່ງກ່າວກໍຕາມ ແຕ່ເກົາຫລີເໜືອກໍບໍ່ໄດ້ທໍາການທົດລອງລູກສອນ
ໄຟຂີປະນາວຸດ ຫລືແມ່ນແຕ່ຍິງຈະຫລວດໄລຍະໃກ້ ດັ່ງທີ່ໄດ້ມີການຄາດຄິດກັນໄວ້
ຢ່າງກວ້າງຂວາງນັ້ນ ເລີຍ.

ຄວາມເປັນຫ່ວງກ່ຽວກັບຄວາມເປັນໄປໄດ້ຂອງການທົດລອງດັ່ງກ່າວ ໄດ້ແຜ່ຜາຍອອກ
ໄປໃນອາທິດແລ້ວນີ້ ເມື່ອເຈົ້າໜ້າທີ່ເກົາຫລີໃຕ້ເວົ້າວ່າ ພວກເຂົາເຈົ້າເຫັນເກົາຫລີເໜືອ
ເຄື່ອນຍ້າຍຖານຍິງລູກສອນໄຟເຄື່ອນທີ່ໄປຕັ້ງໄວ້ຢູ່ ຝັ່ງທະເລກໍ້າຕາເວັນອອກຂອງ
ປະເທດ.

ທ່ານ Kim Il Sung ປູ່ຂອງ Kim Jong Un ຜູ້ນໍາຄົນປັດຈຸບັນຂອງເກົາຫລີເໜືອ ເຖິງແກ່ ອະສັນຍະກໍາ ໃນປີ 1994.

ເບິ່ງສະໄລດ໌ກ່ຽວກັບຂ່າວນີ້:

XS
SM
MD
LG