ຜູ້ນໍາເກົາຫລີເໜືອ ທ່ານ Kim Jong Un ຈັດງານສະຫລອງ
ເພື່ອລະນຶກເຖິງວັນຄ້າຍວັນເກີດຂອງ ທ່ານ Kim Jong Il
ມື້ລາງບິດາຂອງທ່ານ ໃນວັນເສົາວານນີ້.
ພວກນາຍທະຫານແລະແຂກຜູ້ມີກຽດຄົນອື່ນໆ ພາກັນຢືນ
ເບິ່ງ ຂະນະທີ່ທ່ານ Kim ເປີດຜ້າຄຸມຮູບປັ້ນຂອງມື້ລາງບິດາ
ທ່ານ ແລະ ທ່ານ Kim Il Sung, ມື້ລາງພໍ່ຕູ້ຂອງທ່ານ ຢູ່
ນອກໂຮງຮຽນແຫ່ງນຶ່ງໃນນະຄອນຫລວງພຽງຢາງ.
ນອກນັ້ນ ທ່ານ Kim ແລະພັນລະຍາ ທ່ານນາງ Ri Sol Ju
ກໍໄດ້ ນໍາພາແຂກຜູ້ມີກຽດ ຍ່າງຜ່ານພະລາດຊະວັງ
Kumsusan ບ່ອນທີ່ ສົບຂອງທ່ານ Kim Jong Il ຖືກດອຍ
ໄວ້ ໃຫ້ຜູ້ຄົນໄປເບິ່ງ.
ໂທລະພາບຂອງລັດເກົາຫລີເໜືອ ໄດ້ຖ່າຍທອດພາບຄູ່ສາມີພັນລະຍາ Kim ພາກັນຢືນຄໍາ
ນັບຢູ່ຕໍ່ໜ້າຮູບປັ້ນຂອງອະດີດຜູ້ນໍາເກົາຫລີເໜືອທັງສອງທ່ານ. ທ່ານ Kim Jong Un ແລະ
ພັນລະຍາ ຍັງໄດ້ຊົມຫລຽນກາຄໍາຊອບຕ່າງໆ ທີ່ໄດ້ມອບໃຫ້ແກ່ທ່ານ Kim Jong Il ທີ່ໄດ້
ເສຍຊີວິດໄປໃນເດືອນທັນວາ ປີ 2011.