ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ​​ແລະນາໆ​ຊາດ ​ປະນາມ ການ​ຍິງ​ຈະ​ຫລວດ ຂອງເກົາຫລີ​ເໜືອ (ວີດິໂອ)


ຜູ້ຊາຍຊາວເກົາຫລີໃຕ້ຜູ້ນຶ່ງໃຊ້ໂທລະສັບມືຖື ຖ່າຍເອົາຮູບນັກຂ່າວທີ່ອອກຂ່າວ ກ່ຽວກັບການຍິງລູກສອນໄຟ ຂອງເກົາຫລີເໜືອ ໃນຂະນະທີ່ລາວນັ່ງຢູ່ສະຖານີລົດໄຟ ຢູ່ກຸງໂຊນ ຂອງເກົາຫລີໃຕ້ ໃນວັນທີ 12 ທັນວາ 2012.
ຜູ້ຊາຍຊາວເກົາຫລີໃຕ້ຜູ້ນຶ່ງໃຊ້ໂທລະສັບມືຖື ຖ່າຍເອົາຮູບນັກຂ່າວທີ່ອອກຂ່າວ ກ່ຽວກັບການຍິງລູກສອນໄຟ ຂອງເກົາຫລີເໜືອ ໃນຂະນະທີ່ລາວນັ່ງຢູ່ສະຖານີລົດໄຟ ຢູ່ກຸງໂຊນ ຂອງເກົາຫລີໃຕ້ ໃນວັນທີ 12 ທັນວາ 2012.
ສະຫະລັດ​ໄດ້​ຮ່ວມ​ກັບປະຊາຄົມນາໆ​ຊາດ ​ໃນ​ການປະນາມ
ອັນທີ່ຕົນ ເອີ້ນວ່າ ການ​ຍິງ​ຈະ​ຫລວດໄລຍະ​ໄກທີ່ “ເປັນການ
ເກາະຜິດຢ່າງແຮງ” ຂອງເກົາຫລີ​ເໜືອນັ້ນ.

ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດສະຫະລັດ ທ່ານ
Tommy Vietor ກ່າວໃນຄໍາຖະແຫລງສະບັບນຶ່ງວ່າ ການຍິງ
ຈະ​ຫລວດດັ່ງກ່າວ ເປັນການຂົ່ມຂູ່ຕໍ່ຄວາມໝັ້ນຄົງຢູ່ໃນຂົງ
ເຂດ ແລະກໍເປັນການ ລະເມີດໂດຍກົງ ຕໍ່ມະຕິ​ຂອງສະພາຄວາມ ໝັ້ນຄົງສະຫະປະຊາຊາດ ທີ່​ຫ້າມລັດຖະບານກຸງພຽງຢາງ ໃຊ້
ເທັກໂນ​ໂລ​ຈີລູກ​ສອນ​ໄຟຂີ​ປະ​ນາ​ວຸດ​ນັ້ນ.

ທ່ານ Vietor ກ່າວ​ເນ້ນວ່າ ສະຫະລັດຈະຢູ່ໃນທ່າ “ລະວັງຕົວ
ຕໍ່ໜ້າ​ການເກາະຜິດດັ່ງກ່າວຂອງເກົາຫລີ​ເໜືອ ແລະໝາຍໝັ້ນ
ຢ່າງເຕັມສ່ວນຕໍ່ການຮັກສາຄວາມປອດໄພໃຫ້ແກ່ພັນທະມິດຂອງພວກເຮົາຢູ່ໃນຂົງເຂດ.” ທ່ານກ່າວຕື່ມວ່າ ລັດຖະບານກຸງວໍຊິງຕັນ ຈະເຮັດວຽກຮ່ວມກັບສະຫະປະຊາຊາດເພື່ອ “ດໍາເນີນການທີ່ເໝາະສົມ”.

ທ່ານ ພັນ ກິມູນ ເລຂາທິການໃຫຍ່ສະຫະປະຊາຊາດກໍ​ໄດ້ຕໍາໜິການຍິງຈະ​ຫລວດດັ່ງ ກ່າວ ໂດຍເວົ້າວ່າ ມັນເປັນການຝ່າຝືນຕໍ່ “ຄໍາຮຽກຮ້ອງທີ່ເປັນເອກະພາບ ແລະແຮງກ້າ ຂອງປະຊາຄົມສາກົນ”. ທ່ານພັນຍັງກ່າວອີກວ່າ ທ່ານມີຄວາມກັງວົນກ່ຽວກັບ “ຜົນຕາມ
ມາໃນທາງລົບ” ຕໍ່ສັນຕິພາບແລະຄວາມໝັ້ນຄົງຢູ່ໃນຂົງເຂດ ຈາກການ​ຍິງ​ລູກ​ສອນ​ໄຟ
ຫລືຈະຫລວດໄລຍະໄກຂອງ​ເກົາຫລີ​ເໜືອ​ນັ້ນ.

ຈີນ ຊຶ່ງເປັນພັນທະມິດສໍາຄັນ ແລະພາຄີການຄ້າທີ່ໃຫຍ່ທີ່ສຸດຂອງເກົາຫລີເໜືອໄດ້ສະ ແດງ “ຄວາມເສຍໃຈ” ຕໍ່ການ​ຍິງ​ຈະ​ຫລວດ ດັ່ງກ່າວ. ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Hong Lei ເວົ້າວ່າ ລັດຖະບານພຽງຢາງ ຄວນປະຕິບັດຕາມມະຕິ “ທີ່ກ່ຽວຂ້ອງ”
ຂອງສະຫະປະຊາຊາດ.

ແຕ່ວ່າ ບົດບັນນາທິການຂອງອົງການຂ່າວຊິນຫົວຂອງທາງການຈີນ ທີ່ເຜີຍແຜ່ອອກມາ ກ່ອນໜ້ານັ້ນ ເວົ້າວ່າ ຈີນມີ “ສິດທີ່ຈະດໍາເນີນການຄົ້ນຄວ້າທາງອະວະກາດ ທີ່ເປັນໄປ ຢ່າງສັນຕິ” ແລະໄດ້ເຕືອນໃຫ້ ທຸກຝ່າຍຢູ່ໃນທ່າທີທີ່ສະຫງົບ.

XS
SM
MD
LG