ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກ​ພະ​ນັກ​ງານ ຮ້ານອາຫານ ເກົາຫຼີເໜືອ ໂຕນໄປຂໍລີ້ໄພ ໃນເກົາຫຼີໃຕ້


N. Korea Defectors
please wait
Embed

No media source currently available

0:00 0:00:36 0:00

ພວກ​ຊາວ​ເກົາຫຼີ​ເໜືອອີກ​ກຸ່ມ​ນຶ່ງ ​ໄດ້​ໂຕນໜີ​ຈາກຮ້ານ​ອາຫານທີ່​ບໍລິຫານ​ງານ​ໂດຍພຽງ​ຢາງ ​ໃນ​ຈີນ ​ເພື່ອ​ຂໍ​ລີ້​ໄພ​ໃນ​ເກົາຫຼີ​ໃຕ້ ຊຶ່ງ​ກະຊວງທ້​ອນ​ໂຮມ​ຊາດ ທີ່​ໂຊ​ລ ​ໄດ້​ປະກາດ​ ​ໃນ​ວັນ​ອັງຄານ​ມື້​ນີ້.

ຈຳ​ນວນ​ຂອງ​ພວກໂຕນ​ໜີ ລາຍ​ລະອຽດ​ຕ່າງໆ​ຂອງ​ພວກ​ພະ​ນັກ​ງານ ​ແລະ​ວິທີ​ການ​ໂຕນ​ໜີ ອອກ​ຈາກ​ຈີນ​ນັ້ນ ຍັງ​ບໍ່​ຊັດເຈນ​ເທື່ອ.

ທ່ານ Cho June-hyuck ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ເກົາຫຼີ​ໃຕ້ ​ໄດ້​ກ່າວ​ໃນ​ການ ຖະ​ແຫລ​ງຂ່າວວ່າ “ມັນ​ແມ່ນ​ຄວາມ​ຈິງ​ທີ່​ວ່າ ພວກ​ພະນັກງານ​ຮ້ານ​ອາຫານໃນ​ຕ່າງປະ​ເທດ​ຂອງ​ເກົາຫຼີ​ເໜືອ ​ໄດ້​ໂຕ​ນໜີ, ​ແຕ່​ວ່າ​ພວກ​ເຮົາ​ຍັງ​ບໍ່​ສາມາດ​ໃຫ້​ລາຍ​ລະອຽດ​ໃດໆ​ໄດ້​ກ່ຽວ​ກັບ​ສະຖານະ​ພາຍ​ຂອງ​ພວກ​ກ່ຽວ. ນີ້​ແມ່ນ​ພາລະ​ໜ້າ​ທີ່​ຂອງ​ລັດຖະບານ​ຂອງ​ພວກ​ເຮົາທີ່​ບໍ່ຈະ​ບໍ່​ ໃຫ້​ລາຍ​ລະອຽດໃດໆ ຍ້ອນ​ຄວາມ​ປອດ​ໄພ​ຂອງ​ພວກ​ທີ່​ໂຕນ​ໜີ​ຈາກເກົາຫຼີ​ເໜືອ ​ເລື້ອງ​ການ​ທູດ ​ແລະ​ສາຍ​ພົວພັນກັບປະ​ເທ​ດ​ເພື່ອນ​ບ້ານອື່ນໆ.”

​ໃນ​ເດືອນ​ແລ້​ວ​ນີ້ ​ໄດ້​ມີ​ຊາວເກົາຫຼີ​ເໜືອ 13 ຄົນ ທີ່ເຮັດ​ວຽກ​ຢູ່​ຮ້ານ​ອາຫານ​ເກົາຫລີ​ເໜືອ​ໃນ​ຈີນ ​ໄດໂຕນ​ໜີ​ໄປ​ຍັງເກົາຫຼີໃຕ້. ຜູ້ນຳ​ຂອງເກົາຫຼີໃຕ້ ກ່າວ​ວ່າ ພວກ​ພະນັກງານ​ເຫລົ່ານີ້​ໄດ້​ ​ຫລົບ​ໜີ​ມາ​ ຍ້ອນ​ຄວາມ​ສະໝັກ​ໃຈ ​ໃນ​ຂະນະ​ທີ່ເກົາຫຼີ​ເໜືອ ອ້າງ​ວ່າ ພວກ​ເຂົາ​ຖືກ​ລັກ​ພາ​ຕົວ​ໄປ ​ໂດຍ​ພວກ​ນັກ​ສືບ ທີ່​ຫລອກລວງ​ໃຫ້​ພວກ​ເຂົາ​ເຈົ້າໂຕນ​ໜີ.

​ເຖິງແມ່ນ​ວ່າ ຈະ​ມີ​ຄວາມ​ຄ້າຍ​ຄຶງ​ກັນ​ຂອງ 2 ກຸ່ມດັ່ງກ່າວກໍ​ຕາມ ​ແຕ່ທ່ານ Cho ຍັງຢືນ ຢັດວ່າວ່າ ພວກໂຕນ​ໜີ​ກ່ອນ​ໜ້າ​ນີ້ ​ແມ່ນ​ເຫດການ​ທີ່​ບໍ່​ທຳ​ມະ​ດາ.

ທ່ານ Cho ​ໄດ້​ກ່າວ​ວ່າ “ຄວາມ​ແຕກ​ຕ່າງ​ຂອງ​ການໂຕນໜີ​ຄັ້ງ​ນີ້ ​ແລະ​ຄັ້ງ​ກ່ອນນັ້ນແມ່ນ ວ່າ ຄັ້ງ​ນີ້ ​ແມ່ນ​ການໂຕນ​ໜີ​ຢ່າງ​ເປັນ​ກຸ່​ມກ້​ອນ ​ແລະ​ວ່າ​ລັດຖະບານ​ຂອງ​ພວກ​ເຮົາ ​ໄດ້​ເປີດ​ເຜີຍ​ເຖິງ​ການ​ພິຈາລະນາ​ໃນ​ກໍລະນີ​ນີ້ຢູ່. ກ່ຽວ​ກັບ​ພວກ​ທີ່​ໂຕນ​ໜີ​ຄັ້ງ​ນີ້ ຂ້າພະ​ເຈົ້າ ສາມາດ​ບອກ​ທ່ານ​ໄດ້ວ່າ ລັດຖະບານ​ຂອງ​ພວກ​ເຮົາ​ແມ່ນ​ກຳລັງ​ຮັບ​ມື​ກັບ​ພວກໂຕນ​ໜີ​ນີ້ຕາມ​ລະບຽບ​ ການ​ທີ່​ພວກ​ເຮົາ​ເຄີຍ​ກະທຳ ກັບ​ພວກ​ໂຕນ​ໜີ​ຈາກ​ເກົາຫຼີ​ເໜືອ.”

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG