ເກົາຫຼີເໜືອກ່າວໃນວັນສຸກມື້ນີ້ວ່າ ຕົນຍັງເຕັມໃຈທີ່ຈະເຂົ້າຮ່ວມ ການເຈລະຈາກັບສະ
ຫະລັດ “ໃນທຸກເວລາ ແລະທຸກໆຮູບແບບ” ຫຼັງຈາກປະທານາທິບໍດີ ດໍໂນລ ທຣໍາ ໄດ້
ຍົກເລີກການພົບປະກັບຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ.
ຮອງລັດຖະມົນຕີຕ່າງປະເທດ ທ່ານກິມ ກາຍ ກວານ ນັກເຈລະຈານິວເຄລຍທີ່ທີ່ຮູ້
ກັນມາດົນນານແລະນັກການທູດອະວຸໂສ ກ່າວຢູ່ໃນຖະແຫຼງການທີ່ນຳອອກໂດຍສື່ມວນຊົນຂອງທາງການວ່າ ເກົາຫຼີເໜືອ “ເຕັມໃຈ ທີ່ຈະໃຫ້ເວລາແລະໂອ ກາດແກ່
ສະຫະລັດ” ເພື່ອພິຈາລະນາຄືນໃໝ່ຄືນໃໝ່ ກ່ຽວກັບການເຈລະຈາທີ່ໄດ້ກຳນົດໃສ່
ວັນທີ 12 ເດືອນມິຖຸນາ ທີ່ສິງກະໂປ.
ປະທານາທິບໍດີທຣໍາໄດ້ຍົກເລີກແຜນການພົບປະ ກັບຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ
ອຶນ ໂດຍຖີ້ມໂທດໃສ່ຄຳຖະແຫຼງ ທີ່ເປັນການຂົ່ມຂູ່ຫວ່າງມໍ່ໆມານີ້ຂອງພຽງຢາງ ທີ່
ຈະຖອນໂຕ ອອກຈາກການພົບປະ ໃນອັນທີ່ເຫັນວ່າ ເປັນຄຳເວົ້າແບບປະເຊີນໜ້າ
ໂດຍບັນດາເຈົ້າໜ້າທີ່ສະຫະລັດ.
ປະທານາທິບໍດີກ່າວໃນຕອນທ່ຽງ ຢູ່ຫ້ອງໂຣສແວລຕ໌ ຂອງທຳນຽບຂາວ ກ່ອນການ
ເຊັນຮ່າງກົດໝາຍທີ່ບໍ່ກ່ຽວຂ້ອງສະບັບນຶ່ງວ່າ “ຂ້າພະເຈົ້າຄິດວ່າ ນີ້ເປັນການຖ່ວງ
ດຶງທີ່ໃຫຍ່ຫຼວງສຳລັບເກົາຫຼີເໜືອ ແລະແນ່ນອນ ເປັນການຖ່ວງດຶງສຳລັບໂລກດ້ວຍ.”
ປະທານາທິບໍດີຍັງໄດ້ເຕືອນວ່າ ກຳລັງທະຫານຂອງສະຫະລັດ “ແມ່ນພ້ອມແລ້ວແບບ
ທີ່ບໍ່ເຄີຍມີມາກ່ອນ” ພ້ອມດ້ວຍບັນດາພັນທະມິດເກົາຫຼີໃຕ້ແລະຍີ່ປຸ່ນ ຖ້າຫາກວ່າ ເກົາ
ຫຼີເໜືອເອົາບາດກ້າວ “ທີ່ໂງ່ງາວ ຫຼືການປະຕິບັດທີ່ບໍ່ມີຄວາມຮັບຜິດຊອບ.”
ທ່ານກິມ ກາຍ ກວານ ກ່າວວ່າ ການຕິຕຽນຂອງເກົາຫຼີເໜືອຫວ່າງມໍ່ໆນີ້ຕໍ່ບັນດາ
ເຈົ້າໜ້າທີ່ສະຫະລັດທີ່ສະເພາະເຈາະຈົງ ໄດ້ເປັນປະຕິກິລິຍາແບບບໍ່ຮັບຜິດຊອບ
ຕໍ່ສຳນວນໂວຫານຂອງອາເມຣິກັນ ແລະການຄັດຄ້ານໄດ້ສະແດງໃຫ້ເຫັນເຖິງ
“ຄວາມຈຳເປັນອັນຮີບດ່ວນ” ສຳລັບການພົບປະສຸດຍອດ.
ຖະແຫຼງການຂອງທ່ານ ກິມ ກາຍ ກວານ ກ່າວວ່າ “ພວກເຮົາໄດ້ມີຄວາມຮູ້ ສຶກພໍໃຈ
ຢ່າງສູງຕໍ່ປະທານາທິບໍດີທຣໍາ ທີ່ໄດ້ເຮັດການຕັດສິນຢ່າງເດັດຂາດ ຊຶ່ງປະທານາທິບໍ
ດີ ສະຫະລັດຄົນອື່ນໃດໆ ບໍ່ກ້າເຮັດ ແລະໄດ້ເຮັດຄວາມພະຍາຍາມກ່ຽວກັບເຫດການ
ທີ່ສຳຄັນດັ່ງກ່າວເຊັ່ນການພົບປະສຸດຍອດ.”