ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີ​ເໜືອ ສາມາດໃຊ້ ​ອິນ​ເຕີ​ແນັດຄື​ນ ບາງສ່ວນແລ້ວ


ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ກຳລັງກວດກາ ການປ້ອງກັນທາງອາກາດ ແລະກອງທັບອາກາດ ຂອງເກົາຫລີເໜືອ.
ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ກຳລັງກວດກາ ການປ້ອງກັນທາງອາກາດ ແລະກອງທັບອາກາດ ຂອງເກົາຫລີເໜືອ.

ເກົາຫລີ​ເໜືອ ສາມາດໃຊ້​ອິນ​ເຕີ​ແນັດ​ຄື​ນໄດ້ເປັນບາງສ່ວນ
ແລ້ວ ຫລັງ​ຈາກ​ບໍ່ມີ​ອິນເຕີແນັດໃຊ້ໃນຂອບເຂດ​ກວ້າງຂວາງ
ລຸນ​ຫລັງບໍ່​ເທົ່າ​ໃດ​ມື້ ທີ່ສະຫະລັດໄດ້​ປະກາດວ່າ ຈະ​ຕອບ​ໂຕ້​
ຕໍ່ການ​ໂຈມ​ຕີທາງ​ອິນ​ເຕີ​ແນັດ ​ໃສ່​ບໍລິສັດ Sony ທີ່​ມີ ການ
ຖິ້ມໂທດໃສ່ວ່າ ເປັນການກະທຳຂອງ​ພຽງ​ຢາງນັ້ນ.

ປະ​ເທດ​ຄອມ​ມິ​ວນິສ ທີ່​ໂດດດ່ຽວດັ່ງກ່າວ ມີ​ການໃຊ້​ອິນ​ເຕີ​
ແນັດ​ຢູ່ຂອບເຂດທີ່ ຈຳກັດຢູ່​ແລ້ວ​ ຮວມທັງແວັບ​ໄຊ​ ຂອງ​ອົງ
ການຂ່າວລັດຖະບານ ​ຊຶ່ງໄດ້​ຖືກ​ປິດລົງຢ່າງສິ້ນເຊີງ ​ໃນ​ຕອນ​
ແລງ​ວັນ​ຈັນ​ວານ​ນີ້ ໃນອັນ​ທີ່​ບັນດາ​ຜູ້​ຊ່ຽວຊານ​ ກ່າວ​ວ່າ ປາ
ກົດ​ວ່າ​ເປັນ​ຜົນ​ຂອງການ​ໂຈມ​ຕີ​ທາງ​ອິນ​ເຕີແນັດ.

​ອິນເຕີແນັດຂອງເກົາຫຼີເໜືອ​ໄດ້ມອດໄປປະມານ 9 ຊົ່ວ​ໂມງ ກ່ອນ​ແວັບ​ໄຊ ຫລາຍ​ບ່ອນ
​ໄດ້ກັບຄືນ​ມາ​ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ຮວມທັງອົງການ​ຂ່າວ​ສູນກາງຂອງ ເກົາຫລີ​
ເໜືອ ​ແລະ​ໜັງສືພິມ Rodong Sinmun.

ບໍລິສັດ​ສັງ​ເກດ​ການ​ອິນ​ເຕີ​ແນັດ Dyn Research ກ່າວ​ວ່າ ສີ່ຕາໜ່າງ​ອິນ​ເຕີ​ແນັດຂອງ
​ເກົາຫລີ​ເໜືອ ​ໄດ້​ກັບ​ຄືນມາແລ້​ວຢ່າງ​ເຕັມທີ່. ບໍລິສັດ ທີ່ມີ​ຫ້ອງການ ຢູ່ສະຫະລັດ ດັ່ງກ່າວ
ເວົ້າວ່າ ສາ​ເຫ​ດທີ່​ເຮັດໃຫ້ບໍ່ມີອິນເຕີແນັດໃຊ້ ແມ່ນຍັງ​ບໍ່​ທັນເປັນ​ທີ່ແຈ່ມ​ແຈ້ງ ​ແຕ່່​ມັນ​ກໍເປັນ
ການສອງຄ່ອງທີ່ວ່າ “ຕາໜ່າງ​ທີ່​ບອບ​ບາງ ໄດ້​ຖືກ​ໂຈມ​ຕີຈາກພາຍ​ນອກ.”

ບໍ່ພໍ​ເທົ່າໃດ​ວັນ​ທີ່​ຜ່ານ​ມານີ້ ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ເຕືອນ​
ວ່າ ສະຫະລັດຈະ​ຕອບ​ໂຕ້ ​ຕໍ່​ອັນ​ທີ່ວໍຊິ​ງຕັນ ກ່າວ​ວ່າ ​ເປັນການໂຈມຕີ ເຈາະຂໍ້ມູນໂດຍ
ເກົາຫລີ​ເໜືອ ​ຕໍ່ບໍລິສັດ​ສ້າງ​ຮູບ​ເງົາ Sony.

​ໂຄສົກ​ຍິງ ກະຊວງ​ຕ່າງປະ​ເທດສະຫະລັດຄົນນຶ່ງ ​ເວລາ​ຖາມ​ກ່ຽວ​ກັບ​ສະຖານະການ ​ໄດ້
​ປະຕິເສດບໍ່ຍອມໃຫ້ຄວາມເຫັນໃດໆ. ​ເຖີງຢ່າງໃດ​ກໍດີ ທ່ານ​ນາງ ​ໄດ້​ກ່າວ​ວ່າ ລັດຖະບານ​
ສະຫະລັດ ກຳລັງ​ສົນທະນາ​ຫາ​ທາງ​ເລືອກ​ຢູ່​ຫລາຍ​ຢ່າງໃນ ​ການ​ຕອບ​ໂຕ້​ຕໍ່​ການໂຈມຕີ​
ບໍລິສັດ Sony ​ຊຶ່ງທ່ານ​ນາງກ່າວ​ວ່າ ຈຳນວນນຶ່ງຈະ ສາມາດມອງ​ “ເຫັນ” ໄດ້​ແລະອີກ
​ຈຳນວນ​ນຶ່ງ “ຈະ​ບໍ່ສາມາດມອງ​ເຫັນ.”

​ໃນ​ພາກສ່ວນ​ຂອງເກົາຫຼີ​ເໜືອນັ້ນ ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ຮຽກຮ້ອງ​ໃຫ້ສະຫະລັດ ຂໍ​ຂະມາ
ໂທດ​ທີ່​ເຮັດ​ໃຫ້ພຽງ​ຢາງ ພົວພັນ​ກັບ​ຄວາມສັບສົນ​ກັບການໂຈມຕີບໍລິສັດ Sony. ​ເກົາຫລີ​
ເໜືອ ​ໄດ້​ຂົ່ມຂູ່​ທີ່​ຈະ​ໂຈມ​ຕີ​ຄືນ​ໃນ​ຫລາຍ​ວິ​ທີ​ທາງ ຮວມທັງ​ ສົງ ຄາມທາງ​ອິນເຕີ​ແນັດ
ນຳດ້ວຍ.

XS
SM
MD
LG