ເກົາຫລີເໜືອ ໄດ້ຂົ່ມຂູ່ເກົາຫລີໃຕ້ ດ້ວຍ "ການທຳລາຍຂັ້ນສຸດ
ທ້າຍ” ໂດຍກ່າວວ່າ ພຽງຢາງສາມາດທີ່ຈະເອົາບາດກ້າວເພີ້ມ
ຕື່ມ ຫລັງຈາກໄດ້ທົດລອງນິວເຄລຍ ໃນອາທິດແລ້ວນີ້ ຖ້າຫາກ
ວ່າກຸງໂຊລແລະບັນດາພັນທະມິດຍັງສືບຕໍ່ຊຸກຍູ້ໃຫ້ສະຫະປະຊາ
ຊາດລົງໂທດຢ່າງໜັກຕໍ່ໂຄງການນິວເຄລຍຂອງເກົາຫລີເໜືອ.
ນັກການທູດເກົາຫລີເໜືອ ທ່ານ Jon Yong Ryong ກ່າວຢູ່ໃນກອງປະຊຸມ ຫລຸດກຳລັງອາວຸດຂອງອົງການສະຫະປະຊາຊາດທີ່ນະຄອນເຈ ນີວາວ່າ ການ “ປະພຶດແບບໂລດໂຜນ” ຂອງເກົາຫຼີໃຕ້ “ມີແຕ່ຈະນໍາໄປສູ່ການຖືກທຳລາຍຂັ້ນສຸດທ້າຍ." ທ່ານກ່າວເພີ້ມເຕີມອີກວ່າ "ດັ່ງທີ່ສຸພາສິດກ່າວໄວ້ວ່າ ໝານ້ອຍທີ່ເກີດໃໝ່ ບໍ່ຮູ້ກັບຄວາມຢ້ານກົວເສືອ.”
ຄໍາຖະແຫລງຂອງ ທ່ານ Jon ໄດ້ຖືກຕຳໜິຕິຕຽນຢ່າງວ່ອງໄວຈາກປະເທດຕ່າງໆ ຮວມທັງເກົາຫລີໃຕ້ ສະຫະລັດ ແລະອັງກິດ.
ເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ Laura Kennedy ຮ້ອງການຂົ່ມຂູ່ຂອງ
ເກົາຫລີເໜືອວ່າ ເປັນການລົບກວນທີ່ສຸດ ແລະກ່າວວ່າ ຄໍາຖະແຫລງນີ້ ແມ່ນເປັນ “ທີ່ໜ້າລັງກຽດແລະຮັບບໍ່ໄດ້” ບໍ່ວ່າຢູ່ໃນກໍລະນີໃດກໍຕາມ ໂດຍສະເພາະຢ່າງຍິງ ຢູ່ໃນກອງປະຊຸມຫລຸດກຳລັງອາວຸດ.
ນັບຕັ້ງແຕ່ພຽງຢາງໄດ້ທົດລອງລະເບີດນິວເຄລຍໃນອາທິດແລ້ວນີ້ເພື່ອ ເປັນການທ້າທາຍ ຕໍ່ມະຕິຂອງອົງການສະຫະປະຊາຊາດ ເກົາຫລີໃຕ້ ໄດ້ເຕືອນວ່າ ຕົນອາດຈະໂຈມຕີເກົາຫຼີເໜຶຶອເໜືອ ຖ້າຫາກຕົນເຊື່ອວ່າ ການໂຈມຕີຈາກເກົາຫຼີເໜືອໃກ້ຈະເກີດຂຶ້ນຈິງ.
ການທົດລອງເທື່ອແລ້ວນີ້ ເປັນການທົດລອງທີ່ແຮງທີ່ສຸດຂອງເກົາຫລີເໜືອ.