ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ເຕືອນກ່ຽວກັບການຕອບໂຕ້ຕໍ່ໃບປິວ ແລະລໍາໂພງສຽງດັງ ຂອງເກົາຫຼີໃຕ້


ພາບທີ່ສະໜອງໃຫ້ໂດຍເສນາທິການຮ່ວມຂອງເກົາຫຼີໃຕ້ ແລະໄດ້ຮັບການເຜິຍແຜ່ໂດຍກະຊວງປ້ອງກັນປະເທດເກົາຫຼີໃຕ້ ໂດຍສະແດງໃຫ້ເຫັນເສດຕ່າງໆຈາກບາລລູນ ທີ່ຄາດວ່າຖືກສົ່ງມາໂດຍ ເກົາຫຼີເໜືອ, ຕົກຢູ່ບໍລິເວນໃກ້ກັບສະຖານີຕໍາຫຼວດ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 9 ມິຖຸນາ 2024.
ພາບທີ່ສະໜອງໃຫ້ໂດຍເສນາທິການຮ່ວມຂອງເກົາຫຼີໃຕ້ ແລະໄດ້ຮັບການເຜິຍແຜ່ໂດຍກະຊວງປ້ອງກັນປະເທດເກົາຫຼີໃຕ້ ໂດຍສະແດງໃຫ້ເຫັນເສດຕ່າງໆຈາກບາລລູນ ທີ່ຄາດວ່າຖືກສົ່ງມາໂດຍ ເກົາຫຼີເໜືອ, ຕົກຢູ່ບໍລິເວນໃກ້ກັບສະຖານີຕໍາຫຼວດ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 9 ມິຖຸນາ 2024.

ນ້ອງສາວຜູ້ມີອິດທິພົນຂອງຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ອອກມາເຕືອນກ່ຽວກັບການຕອບໂຕ້ຕໍ່ເກົາຫຼີໃຕ້ຄືນໃໝ່ ຖ້າເກົາຫຼີໃຕ້ຫາກຍັງຄົງສືບຕໍ່ເຜີຍແຜ່ການກະຈາຍສຽງດ້ວຍລໍາໂພງສຽງດັງ ພ້ອມທັງການກະຈາຍໃບປິວ ທ່າມກາງຄວາມເຄັ່ງຕຶງທີ່ກໍາລັງຂຸ້ນຂ້ຽວຂຶ້ນ, ອີງຕາມລາຍງານຂອງອົງການຂ່າວ Reuters.

ທ່ານນາງ ກິມ ໂຢ ຈອງ ກ່າວ​ໃນຖະ​ແຫຼງການສະບັບນຶ່ງ ທີ່ເຜີຍແຜ່ໂດຍອົງການຂ່າວສູນກາງຂອງເກົາຫຼີເໜືອ ຫຼື KCNA ​ໃນ​ຕອນ​ແລງຂອງ​ວັນ​ອາທິດ​ວານ​ນີ້ ດ້ວຍການນໍາໃຊ້ຊື່ທາງການຂອງເກົາຫຼີໃຕ້ ແລະ ເກົາຫຼີເໜືອ ​ວ່າ “ຖ້າ ​ສາທາລະນະລັດ​ເກົາຫຼີ ຫຼື ເກົາຫຼີໃຕ້ (ROK) ດຳ​ເນີນການເກາະຜິດດ້ວຍ​ການແຜ່ກະຈາຍ​ໃບ​ປິວ ​ແລະກະຈາຍສຽງດ້ວຍ​ລຳໂພງ​ສຽງດັງ​ ຢູ່ບໍລິເວນຂົງ​ເຂດ​ຊາຍ​ແດນ, ແນ່ນອນວ່າ ຕົນ​ຈະໄດ້​ເປັນ​ພະຍານ​ເຖິງ​ການ​ຕອບ​ໂຕ້​ຄັ້ງ​ໃໝ່​ຂອງ ສ. ປ. ປ. ​ເກົາຫຼີ ຫຼື ເກົາຫຼີເໜືອ (DPRK).”

ກອງທັບ​ຂອງ​ເກົາຫລີ​ໃຕ້ກ່າວວ່່າ ຕົນໄດ້ດໍາເນີນການກະຈາຍສຽງດ້ວຍລໍາໂພງໂດຍກົງ​ໃສ່​ເກົາຫລີ​ເໜືອ​ ໃນ​ວັນ​ອາທິດ​ວານ​ນີ້, ​ພາຍຫຼັງການກ່າວເຕືອນ​ວ່າ ຕົນຈະ​ປະຕິບັດການດັ່ງກ່າວ​ນັ້ນ ຖ້າ​ພຽງ​ຢາງ ຫາກຍັງຄົງ​ສືບ​ຕໍ່​ສົ່ງ​ບາລລູນ​ທີ່ບັນຈຸ​ຂີ້​ເຫຍື້ອ​ເຂົ້າ​ໄປ​ໃນ ເກົາຫຼີ​ໃຕ້.

ເກົາຫຼີເໜືອ, ໃນວັນເສົາແລ້ວນີ້ ໄດ້ດໍາເນີນການປ່ອຍບາລລູນທີ່ບັນຈຸຂີ້ເຫຍື້ອຈໍານວນ 330 ລູກ, ຊຶ່ງກອງທັບຂອງເກົາຫຼີໃຕ້ກ່າວວ່າ ບາລລູນປະມານ 80 ລູກໄດ້ລອຍຂ້າມບໍລິເວນຊາຍແດນເຂົ້າໄປໃນເກົາຫຼີໃຕ້. ​ໃນ​ວັນ​ຈັນ​ມື້​ນີ້, ​ເກົາຫລີ​ໃຕ້ ​ກ່າວອີກ​ວ່າ ​ມີການປ່ອຍບາລລູນເພີ້ມອີກຈໍານວນ 310 ລູກ, ​ໂດຍ​ມີ​ປະມານ 50 ລູກ​ ຕົກລົງສູ່ບໍລິເວນຂົງເຂດ​ຂອງ ເກົາຫຼີ​ໃຕ້.

ທ່ານ ກິມ, ເຊິ່ງເປັນຮອງ​ຜູ້​ອຳ​ນວຍການກົມ​ຂອງພັກ​ແຮງງານທີ່ປົກຄອງປະເທດໃນປັດຈຸບັນ ໂດຍ​ກ່າວເຖິງການກະຈາຍສຽງດ້ວຍລໍາໂພງ​ຂອງເກົາຫຼີໃຕ້ວ່າ “ນີ້​ເປັນ​ການສະແດງອອກແບບຈະແຈ້ງຕໍ່​ສະ​ຖາ​ນະ​ການທີ່​ອັນ​ຕະ​ລາຍ​ທີ່​ສຸດ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG