ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ກ່າວເຕືອນວ່າ ມີເຫດການ ໄວຣັສໂຄໂຣນາ ທີ່ເປັນໄພ 'ຮ້າຍແຮງ' ເກີດຂຶ້ນ


ເຈົ້າໜ້າທີ່ຮັກສາຄວາມປອດໄພ ຂອງເກົາຫຼີເໜືອ ໃຊ້ທຸງສີແດງ ເພຶ່ອຢຸດລົດຕັກຊີ ເພື່ອທຳການຂ້າເຊື້ອພະຍາດ ອັນເປັນສ່ວນນຶ່ງຂອງມາດຕະການປ້ອງກັນພະຍາດ COVID-19 ທີ່ເກີດຈາກໄວຣັສໂຄໂຣນາ, ຢູ່ຖະໜົນທາງເຂົ້າໄປ ເມືອງວອນຊານ ແຂວງກັງວອນ ຂອງເກົາຫຼີເໜືອ, ວັນທີ 29 ຕຸລາ 2020.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ຂອງເກົາຫຼີເໜືອ ໃຊ້ທຸງສີແດງ ເພຶ່ອຢຸດລົດຕັກຊີ ເພື່ອທຳການຂ້າເຊື້ອພະຍາດ ອັນເປັນສ່ວນນຶ່ງຂອງມາດຕະການປ້ອງກັນພະຍາດ COVID-19 ທີ່ເກີດຈາກໄວຣັສໂຄໂຣນາ, ຢູ່ຖະໜົນທາງເຂົ້າໄປ ເມືອງວອນຊານ ແຂວງກັງວອນ ຂອງເກົາຫຼີເໜືອ, ວັນທີ 29 ຕຸລາ 2020.

ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ກ່າວວ່າ ມີ “ເຫດການຮ້າຍແຮງ” ທີ່ເປັນໄພຂົ່ມ ຂູ່ຕໍ່ປະເທດຊາດຂອງພວກເຮົາ ກໍຄືຄວາມພະຍາຍາມ ໃນການປ້ອງກັນໄວຣັສໂຄໂຣນານັ້ນ ຊຶ່ງເປັນການຍອມຮັບທີ່ບໍ່ຄ່ອຍມີມາກ່ອນ ໂດຍພຽງຢາງ ຊຶ່ງຕົນກ່າວອ້າງວ່າ ປອດຈາກພະຍາດໂຄວິດ-19.

ໃນລະຫວ່າງກອງປະຊຸມຂອງຄະນະກຳມະການກົມການເມືອງຂອງພັກກຳມະ ກອນທີ່ປົກຄອງປະເທດໃນປັດຈຸບັນ ທ່ານກິມ ໄດ້ຕຳໜິບັນດາເຈົ້າໜ້າທີ່ອະວຸໂສ ສຳລັບຄວາມບໍ່ລະມັດລະວັງໂດຍບໍ່ໄດ້ລະບຸວ່າແມ່ນຫຍັງນັ້ນ ທີ່ກ່ຽວຂ້ອງກັບໂຣກລະບາດຂອງໄວຣັສໂຄໂຣນາ ອີງຕາມລາຍງານ ຂອງອົງການຂ່າວ KCNA ຂອງທາງການ ໃນວັນພຸດມື້ນີ້.

ອົງການຂ່າວ KCNA ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ດັ່ງກ່າວ “ໄດ້ກໍ່ໃຫ້ເກີດເຫດການທີ່ຮ້າຍແຮງເຊິ່ງເຮັດໃຫ້ເປັນວິກິດການຂະໜາດໃຫຍ່ຕໍ່ຄວາມປອດໄພຂອງປະເທດຊາດແລະປະຊາຊົນ.”

ລາຍງານນັ້ນ ບໍ່ໄດ້ສະໜອງລາຍລະອຽດໃດໆ ກ່ຽວກັບ “ເຫດການທີ່ຮ້າຍແຮງ” ຫຼືວ່າ ມັນເປັນໄພອັນຕະລາຍແນວໃດ.

ເກົາຫຼີເໜືອ ສືບຕໍ່ເນັ້ນຢ້ຳວ່າ ຕົນພົບເຫັນສູນກໍລະນີ ຂອງພະຍາດໂຄວິດ-19 ຊຶ່ງເກືອບວ່າ ເປັນການກ່າວອ້າງ ທີ່ເປັນໄປບໍ່ໄດ້ເລີຍ ຊຶ່ງອັນນັ້ນ ກໍໄດ້ຖືກໂຕ້ແຍ້ງໂດຍບັນດານັກຊ່ຽວຊານ ດ້ານການແພດຂອງໂລກ.

ມັນຍັງບໍ່ເປັນທີ່ຈະແຈ້ງວ່າ ການຍອມຮັບໃນວັນພຸດມື້ນີ້ ຂອງຄວາມລົ້ມແຫຼວນັ້ນ ສະທ້ອນໃຫ້ເຫັນການປ່ຽນແປງໃດໆໃນວິທີທາງການຮັບມືກັບໄວຣັສຂອງເກົາຫຼີເໜືອ ຫຼືວ່າ ມັນເປັນຂໍ້ອ້າງ ສຳລັບແຜນການອື່ນໆພາຍໃນປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG