ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິສະພານິຕິບັນຍັດຂອງ ເກົາຫຼີໃຕ້ ກ່າວວ່າ ເກົາຫຼີເໜືອ ຕ້ອງການອະນຸມັດ ຄວາມສະດວກສະບາຍ ເພື່ອເຈລະຈາກັບ ສະຫະລັດ ຄືນໃໝ່


ຜູ້ນໍາເກົາຫຼີເໜືອທ່ານ ຄິມ ຈອງ ອຶນ ກ່າວໃນການປະຊຸມຜູ້ມີອໍານາດເຕັມຂອງຄະນະກໍາມະການການທີ 8 ຂອງພັກແຮງງານເກົາຫຼີ, ຮູບພາບນີ້ຖ່າຍມາຈາກ ວີດີໂອຂອງ KRT ໃນວັນທີ 16 ມິຖຸນາ, ປີ 2021.
ຜູ້ນໍາເກົາຫຼີເໜືອທ່ານ ຄິມ ຈອງ ອຶນ ກ່າວໃນການປະຊຸມຜູ້ມີອໍານາດເຕັມຂອງຄະນະກໍາມະການການທີ 8 ຂອງພັກແຮງງານເກົາຫຼີ, ຮູບພາບນີ້ຖ່າຍມາຈາກ ວີດີໂອຂອງ KRT ໃນວັນທີ 16 ມິຖຸນາ, ປີ 2021.

ອົງການຂ່າວຣອຍເຕີ້ ທີ່ລາຍງານຈາກນະຄອນຫຼວງໂຊລວ່າ ເກົາຫຼີເໜືອຢາກໃຫ້ນານາຊາດຍົກ ເລີກການລົງໂທດຕໍ່ການສົ່ງອອກເຫຼັກ ແລະ ການນໍາເຂົ້ານໍ້າມັນເຊື້ອໄຟທີ່ມີການກັ່ນຕອງແລ້ວ ພ້ອມທັງສິ່ງຈໍາເປັນອື່ນໆ ກ່ອນຈະເລີ້ມຕົ້ນການເຈລະຈາປົດອາວຸດນິວເຄລຍກັບ ສະຫະລັດ ໄດ້, ອີງຕາມຄໍາເວົ້າຂອງສະມາຊິກສະພາຂອງ ເກົາຫຼີໃຕ້ ກ່າວໃນວັນອັງຄານມື້ນີ້.

ເກົາຫຼີເໜືອຍັງຮຽກຮ້ອງໃຫ້ມີການຜ່ອນຜັນການນໍາເຂົ້າສິນຄ້າທີ່ຟຸມເຟືອຍເພື່ອໃຫ້ຕົນສາມາດນໍາເຂົ້າຈໍາພວກເຫຼົ້າ ແລະຊຸດສາກົນຊັ້ນດີ, ອີງຕາມຄໍາເວົ້າຂອງ ສະມາຊິກສະພາຂອງເກົາຫຼີໃຕ້ທີ່ກ່າວຫລັງຈາກໄດ້ຮັບການລາຍງານໂດຍຫຍໍ້ ຈາກອົງການສືບລັບສໍາຄັນຂອງເກົາຫຼີໃຕ້.

ການລາຍງານໂດຍຫຍໍ້ ດັ່ງກ່າວມີຂຶ້ນນຶ່ງອາທິດຫຼັງຈາກທີ່ທັງສອງປະເທດເກົາຫຼີ ປັບປຸງຟື້ນຟູລະບົບການສື່ສານສາຍດ່ວນທີ່ເກົາຫຼີເໜືອໄດ້ໂຈະໄວ້ເມື່ອປີກາຍນີ້.

ໃນວັນອັງຄານມື້ນີ້ ສື່ມວນຊົນຂອງລັດເກົາຫຼີເໜືອບໍ່ໄດ້ກ່າວເຖິງຄໍາຮ້ອງຂໍໃໝ່ໃດໆ ສໍາລັບການຍົກເລີກການລົງໂທດກ່ອນເລີ້ມການເຈລະຈາໃໝ່ໄດ້.

ສະມາຊິກສະພາຂອງເກົາຫຼີໃຕ້ກ່າວວ່າ ທັງຜູ້ນໍາເກົາຫຼີເໜືອທ່ານ ກິມ ຈົງ ອຶນ (Kim Jong Un) ແລະປະທານາທິບໍດີຂອງເກົາຫຼີໃຕ້, ທ່ານ ມູນ ແຈ-ອິນ (Moon Jae-in) ລ້ວນແຕ່ສະແດງຄວາມພໍໃຈທີ່ຈະສ້າງຄວາມໄວ້ວາງໃຈຕໍ່ກັນຄືນອີກ ແລະຈະປັບປຸງຄວາມສໍາພັນນັບຕັ້ງແຕ່ເດືອນເມສາທີ່ຜ່ານມາ, ແລະທ່ານ ກິມ ກໍໄດ້ຂໍໃຫ້ເຊື່ອມຕໍ່ລະບົບສາຍດ່ວນຄືນອີກ.

ພວກເພິ່ນຍັງກ່າວອີກວ່າ ເກົາຫຼີເໜືອຕ້ອງການເຂົ້າສານປະມານ 1 ລ້ານໂຕນ, ເນື່ອງຈາກເສດຖະກິດຂອງປະເທດໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສໂຄໂຣນາ ແລະສະພາບອາກາດທີ່ບໍ່ດີໃນປີທີ່ຜ່ານມາ.

ທະນາຄານກາງຂອງເກົາຫຼີໃຕ້ໄດ້ກ່າວໃນອາທິດທີ່ຜ່ານມາວ່າ ເສດຖະກິດຂອງເກົາຫຼີເໜືອປະສົບກັບບັນຫາການຫົດໂຕຄັ້ງໃຫຍ່ທີ່ສຸດໃນຮອບ 23 ປີໃນປີ 2020 ເນື່ອງຈາກໄດ້ຮັບການລົງໂທດໂດຍອົງການສະຫະປະຊາຊາດ, ມາດຕະການປິດປະເທດເນື່ອງຈາກໂຄວິດ-19 ແລະຜົນກະທົບຈາກສະພາບອາກາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG