ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາຫຼີເໜືອ ມີແຜນ ຈະທົດລອງ ນີວເຄຼຍ ຄັ້ງທີ່ສາມ


ຖານຍິງຈະຫຼວດຂອງເກົາຫຼືເໜືອ
ຖານຍິງຈະຫຼວດຂອງເກົາຫຼືເໜືອ
ເກົາຫຼີ​ເໜືອ​ເວົ້າ​ວ່າ ຕົນຈະ​ທໍາ​ການທົດ​ລອງ​ນີວ​ເຄຼຍຄັ້ງ​ທີ່​ສາມ ​ແລະ​ຈະຍິງຈະຫຼວດ​ເພີ່ມ​ ອີກ ​ເພື່ອເປັນ​ການຕອບ​ໂຕ້​ຕໍ່​ການ​ລົງ​ໂທດ​ຂອງ​ສະຫະປະຊາຊາດ​ທີ່​ໜັກໜ່ວງ​ຂຶ້ນກວ່າ​ ເກົ່າ​ນັ້ນ.

​ເມື່ອ​ວັນ​ພະຫັດ​ມື້​ນີ້ ອົງການ​ຂ່າວ​ສູນ​ກາງຂອງ​ທາງ​ການ​ເກົາຫຼີ​ເວົ້າ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນີ້​ແມ່ນ​ແນ​ເປົ້າໝາຍ​ໃສ່​ໃນ​ສິ່ງ​ທີ່​ເກົາຫຼີ​ເໜືອ​ເອີ້ນ ວ່າ ຫົວໜ້າ​ສັດຕູ ກໍ​ຄື​ສະຫະລັດ​ນັ້ນ​ເອງ. ​ລາຍ​ງານ​ດັ່ງກ່າວ​ທີ່​ໄດ້​ອ້າງ ​ຄໍາ​ເວົ້າ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ຂອງຄະນະ​ກໍາ ມາທິການ​ປ້ອງ​ກັນ​ຊາດ ບໍ່​ໄດ້​ກ່າວ​ເຖິງ​ກຳນົດ​ວັນ​ເວລາ ​ສໍາລັບການ​ທົດ​ລອງ​ຍິງຈະຫຼວດ​ນັ້ນ​ ແຕ່​ຢ່າງ​ໃດ​ເລີຍ.

ການ​ຂົ່ມຂູ່​ທີ່​ວ່ານີ້ ມີ​ຂຶ້ນມື້​ນຶ່ງ ຫຼັງຈາກ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ເຫັນ​ພ້ອມ​ນຳ​ກັນ​ຢ່າງ​ເປັນ​ເອກ​ກະສັນ​ປະນາມ​ການ​ຍິງ​ຈະຫຼວດ ​ຂອງ​ເກົາຫຼີ​ເໜືອເມື່ອ​ເດືອນ​ທັນວາ​ຜ່ານ​ມາ​ ອັນ​ຖື​ວ່າ​ເປັນ​ການລະ​ເມີດ​ການ ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ​ທີ່ມີ​ຜົນ​ບັງຄັບ​ໃຊ້​ຢູ່​ແລ້ວນັ້ນ ທີ່​ຫ້າມ​ບໍ່​ໃຫ້​ເກົາຫຼີ​ເໜືອ​ພັດທະນາ​ເທັກ​ໂນ​ໂລ​ຈີ່​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ແລະ​ນີວ​ເຄຼຍ.

ຖ້າ​ຫາກ​ເປັນ​ໄປ​ຕາມ​ຄໍາຂູ່​ຄັ້ງ​ໃໝ່​ນີ້​ແລ້ວ ກໍ​ນັບ​ວ່າຈະເປັນ​ເທື່ອ​ທີ່​ສາມ ທີ່​ເກົາຫຼີ​ເໜືອ​ໄດ້ທໍ​າການ​ທົດ​ລອງອາວຸດ​ນິວ​ເຄລຍ ລຸນຫຼັງທີ່​ອົງການ​ສະຫະປະຊາ​ຊາດ​ໄດ້ປະນາມ​ການ​ຍິງຈະຫຼວດ​ໄລຍະ​ໄກ​ນັ້ນ.
XS
SM
MD
LG