ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້​ນໍາ​ເກົາຫຼີ​ເໜືອ ​ປະຕິຍານ​ວ່າ​ ຈະ​ສົ່ງ​ດາວ​ທຽມ ຂຶ້ນ​ອີກ (ວີດິໂອກ່ຽວຂ້ອງ)


ທ່ານ Kim Jong Un ຜູ້​ນໍາ​ເກົາຫຼີ​ເໜືອ​ປະຕິຍານ​ວ່າ​ຈະ​ສົ່ງ​ດາວ​ທຽມ ຂຶ້ນ​ໄປ​ອະວະກາດ ພຽງ​ບໍ່​ເທົ່າ​ໃດ​ມື້ຫຼັງຈາກ​ການທົດ​ລອງ​ຍິງ​ຈະຫຼວດ​ໄລຍະ​ໄກ​ໄດ້​ເປັນ​ຜົນ​ສໍາ​ເລັດ​ຂອງ​ຕົນ ທີ່​ຍຸ​ແຫຍ່​ການ​ປະນາມ​ຂອງ​ນານາ ຊາດ​ນັ້ນ.

ອົງການ​ຂ່າວ​ກາງ​ທາງ​ການ​ເກົາຫຼີ​ເວົ້າ​ວ່າ ທ່ານ Kim ​ໄດ້​ເນັ້ນ​ຢໍ້າ​ເຖິງ ຄວາມ​ຈໍາ​ເປັນ​ເພື່ອ​ສືບ​ຕໍ່ການ​ສົ່ງ​ດາວ​ທຽມ​ຂຶ້ນ​ໄປ​ອະວະກາດ ​ເພື່ອ​ພັດທະນາ​ວິ​ທະຍາ​ສາດ ເທັກ​ໂນ​ໂລ​ຈີ່ ​ແລະ​ເສດຖະກິດ​ຂອງ​ປະ​ເທດຊາດ.

ສະພາ​ຄວາ​ມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ປະນາມ​ການ​ປ່ອຍດາວ​ທຽມ​ເມື່ອ​ວັນ​ພຸດ​ຜ່ານມານີ້ວ່າ​ເປັນ​ການ​ລະ​ເມີດ​ຢ່າງ​ແຈ້ງ​ຂາວ ຕໍ່​ການລົງ​ໂທດ​ຕ່າງໆ​ທີ່​ຫ້າມ​ບໍ່​ໃຫ້​ປຽງ​ຢາງທົດ​ລອງ​ຈະຫຼວດຂີ​ປະ​ນາ​ວຸດ ​ແລະ ນີວ​ເຄຼຍນັ້ນ.

​ແຕ່​ກໍ​ໄດ້​ມີ​ການ​ສະ​ແດງ​ຄວາມ​ຍິນ​ດີຢ່າງ​ໃຫຍ່ຢູ່​ໃນ​ເກົາຫຼີ​ເໜືອ ທີ່​ປະຊາຊົນ​ແລະ​ທະຫານ​ເກົາຫຼີເໜືອຫຼາຍ​ແສນ​ຄົນ​ພາກັນ​ເຕົ້າ​ໂຮມ​ກັນ​ເມື່ອ​ວັນ​ສຸກ​ມື້​ນີ້ ​ເພື່ອ​ສະ​ເຫຼີມສະຫຼອງຜົນ​ສໍາ​ເລັດ​ຂອງ​ການ​ປ່ອຍ​ດາວ​ທຽມຂຶ້ນ​ສູ່​ອະວະກາດ​ດັ່ງກ່າວ.

ວີດິໂອ: ນັກວິເຄາະກ່າວວ່າ ເຖິງແມ່ນໄດ້ສົ່ງດາວທຽມຂຶ້ນ
ຢ່າງສໍາເລັດຜົນ ເທັກໂນໂລຈີລູກສອນໄຟ ຂອງເກົາຫລີເໜືອ
ກໍຍັງລ້າຫລັງຫລາຍຢູ່:


Despite Launch, North Korea's Missile Technology Still Far Behind
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ
XS
SM
MD
LG