ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອ ໃຊ້​ສາຍ​ພົວ​ພັນ​ກັບ ຣັດ​ເຊຍ ເພື່ອ​ຂະ​ຫຍາຍ​ຈຸດ​ຢືນ​ກັບ ຈີນ


ໃນ​ພາບ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ຫ້ອງ​ການ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ຜ່ານ​ບັນ​ຊີ telegram ຂອງ​ເຂົາ​ເຈົ້າ​ນັ້ນ, ສະ​ແດ​ງ​ໃຫ້​ເຫັນ​ທ່ານ ກິມ ຈົງ ອຶນ ຈັບ​ມື​ກັບ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ເຂີ​ເກ ຊອຍ​ກູ ໃນ​ນະ​ຄອນຫຼວງ ພຽງ​ຢາງ, ເກົາຫຼີ​ເໜືອ, 19 ຕຸ​ລາ, 2023.
ໃນ​ພາບ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ຫ້ອງ​ການ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ຜ່ານ​ບັນ​ຊີ telegram ຂອງ​ເຂົາ​ເຈົ້າ​ນັ້ນ, ສະ​ແດ​ງ​ໃຫ້​ເຫັນ​ທ່ານ ກິມ ຈົງ ອຶນ ຈັບ​ມື​ກັບ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ເຂີ​ເກ ຊອຍ​ກູ ໃນ​ນະ​ຄອນຫຼວງ ພຽງ​ຢາງ, ເກົາຫຼີ​ເໜືອ, 19 ຕຸ​ລາ, 2023.

ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ​ ຈົງ ອຶນ ແມ່ນ​ກຳ​ລັງ​ໃຊ້​ການ​ພົວ​ພັນ​ທາງ​ການ​ທູດ​ຄັ້ງ​ໃໝ່​ຂອງ​ທ່ານ ແລະ ຂໍ້​ຕົກ​ລົງ​ດ້ານອາ​ວຸດ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ເພື່ອ​ຮັກ​ສາ​ຖາ​ນະ​ຂອງ​ທ່ານ​ກັບ ຈີນ ໃນ​ຂະ​ນະ​ສາມ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ດັ່ງ​ກ່າວ ​ໄດ້​ເຄື່ອນ​ໄຫວ​ເພື່ອ​ຕອບ​ໂຕ້ ສະ​ຫະ​ລັດ, ອີງ​ຕາມ​ການ​ວິ​ເຄາະ.

ເກົາຫຼີ​ເໜືອ ໄດ້​ປະ​ຕິ​ຍານ​ ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ວ່າ ຈະ​ສືບ​ຕໍ່​ການ​ຮ່ວມ​ມື​ທາງ​ທະ​ຫານ​ຂອງ​ເຂົາ​ເຈົ້າ​ກັບ ຣັດ​ເຊຍ ເຖິງ​ແມ່ນ​ຈະ​ມີ​ການ​ອອກ​ສຽງ​ຄັດ​ຄ້ານ​ຈາກ​ສາ​ກົນ​ຢູ່ກອງ​ປະ​ຊຸມ ກ່ຽວ​ກັບອາ​ວຸດ​ທຳ​ມະ​ດາ​ຢູ່ກອງປະຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ​ໃນ​ນະ​ຄອນ ນິວຢອກ ກໍ່ຕາມ.

ທູດ​ຂອງ ເກົາຫຼີ​ເໜືອ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ທ່ານ ກິມ ອິນ ຊຸ​ລ ໄດ້​ກ່າວ​ວ່າ “ສ​ປ​ປ ເກົາຫຼີ ຈະ​ພັດ​ທະ​ນາ​ສາຍ​ພົວ​ພັນ​ຕາມ​ປະ​ເພ​ນີ​ດັ້ງ​ເດີມ ກ່ຽວ​ກັບ ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ ສະ​ຫະ​ພັນ ຣັດ​ເຊຍ ແລະ ບັນ​ດາ​ປະ​ເທດ​ທີ່​ມີ​ອຳ​ນາດ​ອະ​ທິ​ປະ​ໄຕ​ເອ​ກະ​ລາດ​ອື່ນໆ​ຕໍ່​ໄປ.” ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ເກົາຫຼີ ຫຼື ສ​ປ​ປ ເກົາຫຼີ ແມ່ນ​ຊື່​ທາງ​ການ​ຂອງ​ເກົາຫຼີ​ເໜືອ.

ຢູ່ກອງ​ປະ​ຊຸມ​ສະ​ຫະ​ປະ​ຊາ​ຊາດ​ທີ່​ໄດ້​ສືບ​ຕໍ່​ໄປ​ຈົນ​ຮອດ​ວັນ​ພຸດ​ທີ່​ຜ່ານ​ມາ, ຜູ້​ແທນ ສະ​ຫະ​ລັດ ໃນ​ກອງ​ປະ​ຊຸມ ກ່ຽວ​ກັບ​ ການ​ປົດ​ອາ​ວຸດ ທ່ານ ບ​ຣູ​ສ ເທີ​ເນີ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ໄດ້​ປະ​ເມີນ​ວ່າ ການ​ນຳ​ສົ່ງ​ຕູ້​ສິນ​ຄ້າຫຼາຍກວ່າ 1,000 ຕູ້​ທີ່​ເຕັມ​ໄປ​ດ້ວຍ​ອາ​ວຸດ​ໄປ ຣັດ​ເຊຍ ສຳ​ລັບ​ສົງ​ຄາມ​ຂອງ​ເຂົາ​ເຈົ້າ​ກັບ ຢູ​ເຄ​ຣນ ຈະ​ສ້າງ​ຄວາມບໍ່​ໝັ້ນ​ຄົງ​ຕໍ່​ຄວາມ​ປອດ​ໄພ​ສາ​ກົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG