ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ປະນາມ ການລົງໂທດຊຸດໃໝ່ ຂອງສະຫະລັດ


NORTH KOREA US SANCTIONS VIDEO
please wait

No media source currently available

0:00 0:00:25 0:00

ເບິ່ງວີດີໂອ ລາຍງານ ກ່ຽວກັບເລື້ອງນີ້

ເກົາຫຼີ​ເໜືອໄດ້​ອອກ​ມາປະນາມ ສະຫະລັດ ທີ່​ໄດ້​ປະກາດ​ໃຊ້
ມາດຕາ​ການ​ລົງ​ໂທດ​ຮອບ​ໃໝ່​ ຕໍ່​ຕົນ ຊຶ່ງ​ເປັນ​ການລົງ​ໂທດ​
ຕໍ່​ການ​ທີ່​ເກົາຫຼີ​ເໜືອລັກ​ເຈາະຂໍ້​ມູນ​ຄອມພິວ​ເຕີ້ ຂອງ​ບໍລິສັດ
Sony Pictures ຕາມ​ທີ່​ມີ​ການກ່າວ​ຫານັ້ນ.

​ອົງການ​ສູນ​ກາງຂ່າວ​ຂອງ​ເກົາຫຼີ​ເໜືອ ​ໄດ້​ອ້າງ​ເຖິງ​ຄຳ​ເວົ້າຂອງ
​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ເກົາຫຼີ​ເໜືອ ທີ່​ເອີ້​ນມາດຕາ​
ການ​ລົງ​ໂທດ​ນັ້ນວ່າ ເປັນ​ການ​ “​ປໍ​ລະ​ປັກ ​ແລະ ປາບ​ປາມ”
​ແລະ ​ກ່າວ​ຕໍ່​ໄປວ່າ ມັນ​ມີ​ແຕ່ຈະເຮັດ​ໃຫ້ຄວາ​ມຕັ້ງ​ໃຈ​ ແລະ ຄວາມ
​ເດັດດ່ຽວ ​ຂອງ​ພຽງ​ຢາງ ໜັກ​ແໜ້ນ​ຂຶ້ນ ​ເພື່ອ​ປ້ອງ​ກັນອະທິປະ​ໄຕ​
ຂອງ​ປະ​ເທດ.

ປະທານາທິບໍດີສະຫະລັດ ທ່ານ​ລາຣັກ ​ໂອ​ບາ​ມາ ​ໃນ​ວັນ​ສຸກ​ຜ່ານ​ມາ ​ໄດ້​ລົງ​ນາມ​ໃນ​
ຄຳ​ສັ່ງບໍລິຫານ ທີ່​ອະນຸຍາດ​ໃຫ້​ນຳ​ໃຊ້ການ​ລົງ​ໂທດຊຸດ​ຫລ້າ​ສຸດ​ນີ້ ຕໍ່​ເກົາຫຼີ​ເໜືອ ຊຶ່ງ
ແນ​ໃສ່ ​3 ອົງການຈັດຕັ້ງ ​ແລະ 10 ສ່ວນບຸກຄົນ. ບັນດາ​ເຈົ້າໜ້າ​ທີ່​ທຳນຽບຂາວ ກ່າວ​ວ່າ
ການ​ລົງ​ໂທດ​ນັ້ນ ​ເປັນ​ພຽງ​ບາດກ້າວ​ທຳ​ອິດ ​ເພື່ອລົງໂທດຕໍ່ເກົາຫຼີເໜືອ ທີ່ໄດ້ທຳການ
ທ້າທາຍເກາະຜິດຈຳນວນນຶ່ງ ຮວມທັງການໂຈມຕີທາງອິນເຕີແນັດ.

ຖະແຫຼງການສະບັບນຶ່ງຂອງກະຊວງການເງິນສະຫະລັດ ກ່າວວ່າ ການລົງໂທດໃໝ່ນີ້ ຈະ
ເຮັດໃຫ້ການລົງໂທດຕໍ່ເກົາຫຼີເໜືອ ທີ່ມີຢູ່ແລ້ວ ນັ້ນ ຮັດເຄັ່ງຂຶ້ນກວ່າເກົ່າ ໂດຍ ປະຕິເສດ
ບໍ່ໃຫ້ພວກທີ່ຖືກລະບຸໂຕ ເຂົ້າເຖິງລະບົບການເງິນຂອງສະຫະລັດ ຕະຫລອດທັງປ້ອງກັນ
ບໍ່ໃຫ້ພົນລະເມືອງສະຫະລັດ ພົວພັນກັບການຕິດຕໍ່ ຄ້າຂາຍກັບເກົາຫຼີເໜືອ.

XS
SM
MD
LG