ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສ​ຫ​ລ ແລະ ເກົາ​ຫລີ​ເໜືອ ​ນາບ​ຂູ່ກັນເປັນ​ໄນໆ ວ່າຈະ​ເຮັດສົງ​ຄາມ ກ່ອນ​ຮອດ ວັນໝົດ​ກຳ​ນົດ ຂອງ ​ພຽງ​ຢາງ ໃນ​ທ້າຍ​ປີນີ້


ພາບ​ເຜີຍ​ແຜ່​ອອກ​ມາ​ໂດຍອົງ​ການ​ຂ່າວ​ສູນ​ກາງ​ເກົາ​ຫລີ (KCNA) ໃນ​ວັນ​ທີ 18 ພະ​ຈິກ, 2019 ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ ກິມ ຈົງ ອຶນ ຖ່າຍ​ຮູບຮ່ວມ​ກັບ​ພວກ​ທະ​ຫານກອງ​ທັບ​ອາ​ກາດ ແລະ​ຕ້ານເຮືອ​ບິນ​ລົ​ບຂອງ​ເກົາ​ຫລີ​ເໜືອ.
ພາບ​ເຜີຍ​ແຜ່​ອອກ​ມາ​ໂດຍອົງ​ການ​ຂ່າວ​ສູນ​ກາງ​ເກົາ​ຫລີ (KCNA) ໃນ​ວັນ​ທີ 18 ພະ​ຈິກ, 2019 ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ ກິມ ຈົງ ອຶນ ຖ່າຍ​ຮູບຮ່ວມ​ກັບ​ພວກ​ທະ​ຫານກອງ​ທັບ​ອາ​ກາດ ແລະ​ຕ້ານເຮືອ​ບິນ​ລົ​ບຂອງ​ເກົາ​ຫລີ​ເໜືອ.

ສະ​ຫະ​ລັດ ແລະເກົາ​ຫລີ​ເໜືອ ໄດ້​ພາ​ກັນ​ໃຊ້ວິ​ທີ​ການ​ນາບ​ຂູ່ທີ່​ເປັນ​ໄນໆວ່າ ​ຈະ ໃຊ້ກຳ​ລັງ​ທະ​ຫານ ​ກ່ອນ​ວັນ​ກຳ​ນົດ​ເສັ້ນ​ຕາຍ​ໃນ​ທ້າຍ​ປີ​ຂອງ​ພຽງ​ຢາງ ເພື່ອ​ສ້າງ ກ້າວໜ້າ​ໃນ​ການ​ເຈ​ລະ​ຈາເລື້ອງອາ​ວຸດ​ນິວ​ເຄ​ລຍ.

ທ່ານ ພາກ ຈົງ ໂຈນ (Pak Jong Chon), ຜູ້​ບັນ​ຊາ​ການກອງ​ທັບ​ປະ​ຊາ​ຊົນເກົາ​ຫລີ ຫລື KPA, ໄດ້​ນາບ​ຂູ່ວ່າ ຈະ​ກະ​ທຳ​ການ​ແບບ​ດຽວ​ກັນ​ເປັນ​ການ​ຕອບກັບຄືນ​ຕໍ່​ການ​ກະ​ທຳ​ໃດໆ ທີ່​ໃຊ້​ກຳ​ລັງທາງ​ທະ​ຫານ​ຂອງ​ສະ​ຫະ​ລັດ​ ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບນຶ່ງທີ່​ທ່ານ​ໄດ້​ເປີດ​ເຜີຍ​ອອກ​ມາ​ຢູ່​ໃນ​ຂ່າວ​ສານ​ທາງ​ການ​ຂອງ​ເກົາ​ຫລີ​ເໜືອ​ໃນ​ວັນ​ພຸດ​ວານນີ້. ຖະ​ແຫລງ​ການ​ດັ່ງ​ກ່າວ​ເປັນ​ການ​ຕອບ​ໂຕ້​ກັບ​ໂດຍ​ກົງ​ຕໍ່​ຄຳ​ເຫັນ​ຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດີທ​ຣຳ ທີ່​ໄດ້ເວົ້າ​ເປັນ​ໄນໆ​ໃຫ້​ຮູ້​ວ່າ ຈະ​ໃຊ້​ກຳ​ລັງ​ທະ​ຫານ​ຕໍ່ເກົາ​ຫລີ​ເໜືອ ຖ້າ​ຈຳ​ເປັນ.


"ສິ່ງ​ນຶ່ງ​ຂ້າ​ພະ​ເຈົ້າ​ຢາກ​ເວົ້າ​ໃຫ້ຮູ້​ຢ່າງ​ຈະ​ແຈ້ງກໍ​ຄື ການ​ໃຊ້​ກຳ​ລັງ​ທະ​ຫານປະ​ກອບ​ອາ​ວຸດບໍ່​ແມ່ນ​ສິດ​ຂອງສະ​ຫະ​ລັດ​ເທົ່າ​ນັ້ນ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ພາກ (Pak) ທີ່​ຖືກ​ລາຍ​ລານ​ວ່າ ທ່ານ​ໄດ້​ກ່າວ​ຜ່ານ ອົງ​ການ​ຂ່າວ​ສູນ​ກາງ​ເກົາ​ຫລີ ຫລື KCNA ໃນ​ວັນ​ທີ 4 ທັນ​ວາ. ທ່ານ​ກ່າວ​ຕໍ່​ໄປ​ວ່າ "ໃຜກໍຄົງ​ຈະ​ສາ​ມາດຄາດ​ເດົາ​ໄດ້​ວ່າ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ເກົາ​ຫລີ ຫລື DPRK ຈະ​ຕອບ​ຄືນ​ແນວ​ໃດ ຖ້​າ​ຫາກ​ສະ​ຫະ​ລັດດຳ​ເນີນ​ການ​ທາງ​ທະ​ຫານ​ຕໍ່ DPRK."

ກ່ອນ​ໜ້ານັ້ນ​ບໍ່​ເທົ່າ​ໃດ ຊົ່ວ​ໂມງ ທ່ານ ທ​ຣຳ​ໄດ້​ກ່າວ​ກ່ຽວ​ກັບ​ເກົາ​ຫລີ​ເໜືອ ຕໍ່​ພວກ​ນັກ​ຂ່າວ​ຢູ່ກອງ​ປະ​ຊຸມ​ເນ​ໂຕ (NATO) ໃນ​ນະ​ຄອນ​ລອນດອນ ໂດຍ​ເວົ້າ​ວ່າ "ດຽວນີ້ ພວກ​ເຮົາ​ມີ​ກຳ​ລັງ​ທະ​ຫານ​ທີ່​ມີ​ພະ​ລັງ​ແຂງ​ແກ່ນ​ທີ່​ສຸດ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ ແລະ​ພວກ​ເຮົາ​ກໍ​ເປັນ​ປະ​ເທດ​ທີ່​ມີ​ພະ​ລັງ​ອຳ​ນາດ​ເໜືອ​ໝູ່​ຫລາຍທີ່​ສຸດ​ຢູ່​ໃນ​ໂລກ. ແລະ​ຫວັງ​ວ່າ ພວກ​ເຮົາ​ບໍ່​ຕ້ອງ​ໄດ້​ໃຊ້​ມັນ ແຕ່​ວ່າຖ້າ​ພວກ​ເຮົາມີ​ຄວາມ​ຈຳ​ເປັນ ພວກ​ເຮົາ​ກໍ​ຈະ​ໃຊ້​ມັນ​. ຖ້າ​ພວກ​ເຮົາ​ຈຳ​ເປັນຕ້ອງ​ໃຊ້ ພວກ​ເຮົາກໍ​ຈະໃຊ້​ມັນ."

ເຖິງ​ແມ່ນ​ວ່າ ສະ​ຫະ​ລັດ ແລະເກົາ​ຫລີ​ເໜືອໄດ້ນາບ​ຂູ່ຕໍ່​ກັນແລະ​ກັນ ​ຫລາຍໆ​ຄັ້ງ ນັບ​ແຕ່​ທ່ານ​ທ​ຣຳ​ຂຶ້ນ​ກຳ​ຕຳ​ແໜ່ງ​ເປັນ​ຕົ້ນ​ມາ​ໃນ​ເດືອນ​ມັງ​ກອນປີ 2017 ກໍ​ຕາມ, ນັກ​ຊ່ຽວ​ຊານ​ບາງ​ທ່ານ​ເຊື່ອ​ວ່າ ການ​ນາບ​ຂູ່​ຕໍ່​ກັນ​ໃນ​ຄັ້ງ​ຫລ້າ​ສຸດ ເປັນ​ຮ່ອງ​ຮອຍສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຫລາຍທີ່​ສຸດ​ວ່າຄວາມ​ເຄັ່ງ​ຕຶງ​ກຳ​ລັງ​ເພີ້ມ​ທະ​ວີ​ສູງຂຶ້ນ.

ທ່ານ ຈອນ ແດ​ລ​ເລີ​ຣີ (John Delury), ນັກ​ວິ​ເຄາ​ະກ່ຽວ​ກັບເກົາ​ຫລີ​ເໜືອ ແລະ​ຮອງ​ສາ​ສະ​ດາ​ຈານ​ດ້ານ​ການ​ສຶກ​ສາ​ກ່ຽວ​ກັບ​ຈີນ ຢູ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ ຢອນ​ໄຊ (Yonsei) ໃນ​ນະ​ຄອນ​ຫລວງ​ໂຊ​ລເວົ້າ​ວ່າ "ມີ​ການ​ສະ​ແດງ​ໃຫ້​ເຫັນ​ເປັນ​ປະ​ຈຳ ຢູ່​ໃນຖ້ອຍ​ຄຳ​ຂອງເກົາ​ຫລີ​ເໜືອໃນ​ຕະ​ຫລອດ​ປີ. ພວກ​ເຂົາ​ເຈົ້າໄດ້​ຄິດ​ແບບ​ຮອບ​ຄອບ​ສົມ​ຄວນ ກ່ຽວ​ກັບ​ການບໍ່​ຕຳ​ໜິ​ທ່ານ​ທ​ຣຳ​ແບບໂດຍ​ກົງ." ທ່ານ​ກ່າວ​ຕໍ່​ໄປ​ວ່າ "ຖ້ອຍ​ຄຳ​ໂວ​ຫານຄັ້ງ​ນີ້ ທີ່​ທ່ານ ທ​ຣຳ ແລະ​ທ່ານ​ກິມ ກຳ​ລັງ​ໄດ້​ເລີ້ມກ້າວ​ໄປ​ຕຳ​ໜິກັນໂດຍ​ກົງ ຫລື ແຕ່​ລະ​ຄົນ​ຕ່າງ​ກໍ​ເຫັນ​ວ່າ ອີກ​ຝ່າຍ​ນຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ບັນ​ຫາ ນັ້ນ​ແມ່ນເປັນ​ເລື້ອງ​ທີ່​ສຳ​ຄັນ​ຫລາຍ."

ກ່ອນ​ໜ້ານັ້ນ ໃນວັນ​ທີ 3 ທັນ​ວາ​ຜ່ານ​ມານີ້, ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງໃນກະ​ຊວງ​ການ​ຕ່າງ​ປະ​ເທດເກົາ​ຫລີ​ເໜືອ ໄດ້​ກ່າວ​ຫາ​ສະ​ຫະ​ລັດ​ວ່າ ການຮັກ​ສາເກົາ​ຫລີ​ເໜືອ ໄວ້​ຢູ່​ໃນ “ຂໍ້ຜູກມັດ​ຂອງການ​ເຈ​ລະ​ຈາ" ວ່າເປັນ "ເລ້ຫລ່ຽມທີ່​ໂງ່​ງ່າວ" ຫລື​ເປັນ​ເຄື່ອງ​ມື​ທາງ​ການ​ເມືອງ ​ເພື່ອ​ໃຊ້​ຢູ່​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ປີ 2020. ທ່ານ ນີ ແທ ຊອງ (Ri Thae Song), ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ທີ 1 ຂອງ​ກະ​ຊວງ​ດັ່ງ​ກ່າວ ຍັງ​ໄດ້​ກ່າວ​ອີກວ່າ "ສຸດ​ແລ້ວ​ແຕ່​ສະ​ຫະ​ລັດ​ຈະ​ເລືອກ​ເອົາ​ວ່າ ຢາກ​ໄດ້​ຫຍັງ​ເປັນ​ຂອງ​ຂວັນ​ວັນຄ​ຣິ​ສ​ມາ​ສ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG