ການທົດລອງເຄື່ອງຍິງຈະຫຼວດທີ່ຍິງໄດ້ຫຼາຍລູກພ້ອມກັນຂະໜາດໃຫຍ່ພິເສດ ຄັ້ງຫລ້າ ສຸດໃນມື້ນຶ່ງກ່ອນໜ້ານັ້ນ ຖືວ່າເປັນຜົນສໍາເລັດອັນນຶ່ງ, ອີງຕາມຂ່າວສານ ແຫ່ງລັດຂອງປະເທດດັ່ງກ່າວໃນວັນຈັນມື້ນີ້.
ເກົາຫລີເໜືອໄດ້ຍິງສິ່ງທີ່ປາກົດວ່າ ເປັນລູກສອນໄຟຂີປະນາວຸດທີ່ຍິງໄລຍະສັ້ນ ສອງລູກ ອອກຈາກຝັ່ງທະເລກໍ້າຕາເວັນອອກຂອງປະເທດນັ້ນ ໃນວັນອາທິດ ວານນີ້, ຊຶ່ງເປັນການ ການຍິງເພື່ອປັ່ນປ່ວນທີ່ເກົາຫລີໃຕ້ວິຈານວ່າ “ເປັນສິ່ງບໍ່ສົມ ຄວນເຮັດ” ທ້າມກາງການລະ ບາດລະດັບໂລກຂອງໄວຣັສໂຄໂຣນາ.
ອົງການຂ່າວທາງການຂອງເກົາຫລີເໜືອ KCNA ເວົ້າວ່າ ການຍິງດັ່ງກ່າວ ແມ່ນ ແນໃສ່ ກວດກາເບິ່ງຄຸນລັກສະນະທາງຍຸດທະສາດ ແລະທາງເທັກນິກຂອງ "ເຄື່ອງຍິງຈະຫຼວດທີ່ຍິງໄດ້ຫຼາຍລູກພ້ອມກັນຂະໜາດໃຫຍ່ພິເສດ” ທີ່ໄດ້ຖືກທົດ ລອງມາຫລາຍຄັ້ງແລ້ວ ນັບຕັ້ງແຕ່ໄດ້ຮັບການກວດເບິ່ງຂອງຜູ້ນໍາ ກິມຈົງ ອຶນໃນ ເດືອນສິງຫາປີກາຍນີ້ ເປັນຕົ້ນມາ ກ່ອນຈະນໍາເອົາມັນໄປໃຊ້ງານ.
ອົງການຂ່າວ KCNA ບໍ່ໄດ້ກ່າວເຖິງການເຂົ້າຮ່ວມຂອງທ່ານກິມ ຢູ່ໃນການທົດ ລອງຄັ້ງຫລ້າສຸດນີ້ ທີ່ນໍາພາໂດຍຮອງປະທານພັກທີ່ປົກຄອງປະເທດ, ທ່ານ ຣີ ພຽງ ໂຈລ (Ri Pyong Chol) ແລະໄດ້ດໍເນີນໄປຢູ່ໃນວິທະຍາຄານວິທະຍາສາດ ໃນການປ້ອງກັນຊາດນັ້ນແຕ່ຢ່າງໃດ.
"ການນໍາເອົາໄປໃຊ້ໃນການປະຕິບັດງານຂອງລະບົບອາວຸດຂອງເຄື່ອງຍິງຈະຫຼວດທີ່ຍິງໄດ້ຫຼາຍລູກພ້ອມກັນຂະໜາດໃຫຍ່ພິເສດ ເປັນພາລະກິດທີ່ສໍາຄັນ ສຸດຂີດຂອງຄວາມສໍາຄັນອັນຍິ່ງໃຫຍ່ຫລາຍ ໃນການເຮັດໃຫ້ ຈຸດປະສົງທາງຍຸດ ທະສາດໃໝ່ຂອງພັກໃນການປ້ອງກັນຊາດໃຫ້ກາຍເປັນຈິງ," ນັ້ນຄືຄໍາເວົ້າຂອງ ທ່ານ ຣີ ທີ່ໄດ້ຖືກເອີ່ຍເຖິງວ່າ ໄດ້ກ່າວຢູ່ໃນໄລຍະທີ່ທໍາການທົດລອງດັ່ງກ່າວ ໂດຍທີ່ບໍ່ໄດ້ມີການອະທິບາຍເພີ້ມເຕີມອີກ ແຕ່ຢ່າງໃດ.
ອົງການຂ່າວ KCNA ໄດ້ເວົ້າອີກວ່າ "ການທົດລອງນີ້ ໄດ້ດໍາເນີນໄປຢ່າງສໍາ ເລັດຜົນ.
ມັນເປັນການຍິງທົດລອງຄັ້ງທີ 4 ແລ້ວ ໃນເດືອນນີ້ ນັບຕັ້ງແຕ່ເກົາຫລີເໜືອ ໄດ້ສະແດງການຊ້ອມລົບ ແລະທໍາການທົດລອງຄືນມາອີກ ພາຍຫລັງ ທີ່ໄດ້ ຢຸດໄປໄດ້ 3 ເດືອນແລ້ວ.
ການເຄື່ອນໄວດັ່ງກ່າວ ແມ່ນເປັນການສະແດງໃຫ້ເຫັນເຖິງຄວາມກ້າວໜ້າ ໃນການພັດທະນາ ອາວຸດ ໃນຂະນະທີ່ການເຈລະຈາລົບລ້າງອາວຸດນີວເຄລຍ ກັບສະຫະລັດຍັງຢູ່ໃນສະພາບທີ່ບໍ່ແນ່ນອນຢູ່.