ເກົາຫຼີເໜືອ ໄດ້ຍ່າງອອກຈາກການເຈລະຈານິວເຄລຍລະດັບທີ່ບໍ່ມີລັດຖະມົນຕີ ເຂົ້າຮ່ວມກັບສະຫະລັດ ຢ່າງບໍ່ພໍໃຈໃນວັນເສົາວານນີ້, ໂດຍທີ່ນັກເຈລະຈາລະດັບສູງຂອງພຽງຢາງກ່າວວ່າທ່ານ “ຜິດຫວັງຢ່າງຍິ່ງ” ຕໍ່ວິທີການທີ່ຕາຍຕົວຂອງ ວໍຊິງຕັນ.
ການລົ້ມແຫຼວຢ່າງວ່ອງໄວຂອງການເຈລະຈານິວເຄລຍທີ່ສຳຄັນຄັ້ງທຳອິດຢູ່ໃນຮອບຫລາຍເດືອນຜ່ານມາ ໄດ້ພາໃຫ້ມີຄວາມເປັນໄປໄດ້ວ່າເກົາຫຼີເໜືອຈະທຳການເກາະຜິດຫຼາຍຂຶ້ນ, ພຽງບໍ່ເທົ່າໃດວັນຫຼັງຈາກມີການທົດລອງລູກສອນໄຟຂີປະນາວຸດໄລຍະປານກາງລູກໃໝ່ ທີ່ຖືກອອກແບບມາໃຫ້ຍິງອອກຈາກເຮືອດຳນ້ຳນັ້ນ.
ແຕ່ການຕັດສິນໃຈຂອງເກົາຫຼີເໜືອ ທີ່ຈະຍ່າງໜີອອກຈາກການເຈລະຈານັ້ນ ອາດຈະເປັນເໝືອນການເຮັດກົນລະຍຸດໃນການເຈລະຈາທີ່ມີມາດົນນານນັ້ນຄືນ ເຊິ່ງມີເຈຕະນາຈະເພີ່ມຄວາມກົດດັນຕໍ່ສະຫະລັດ, ອີງຕາມນັກວິເຄາະບາງຄົນເວົ້າ, ຊຶ່ງຄາດວ່າ ພຽງຢາງອາດຈະກັບຄືນສູ່ການເຈລະຈາອີກໃນໄວໆນີ້.
ຫຼັງຈາກການເຈລະຈາໃນນຶ່ງວັນ ຢູ່ເຂດຊານເມືອງຂອງນະຄອນຫຼວງສຕັອກໂຮມ, ປະເທດສະວີເດັນນັ້ນ, ຫົວຜູ້ແທນຂອງເກົາຫຼີເໜືອນຳພາໃນການເຈລະຈານັ້ນກໍໄດ້ອ່ານຖະແຫຼງການສັ້ນສະບັບນຶ່ງ ຕໍ່ບັນດານັກຂ່າວເພື່ອອະທິບາຍວ່າ ເປັນຫຍັງເກົາຫຼີເໜືອ ຈຶ່ງຢຸດການເຈລະຈາ.
ທ່ານ ກິມ ມຽງ ກິລ ໄດ້ກ່າວຢູ່ນອກສະຖານທູດຂອງເກົາຫຼີເໜືອ ໃນນະຄອນຫຼວງຂອງປະເທດສະວີເດັນວ່າ “ເລື້ອງທັງໝົດນີ້ ແມ່ນເປັນຍ້ອນສະຫະລັດບໍ່ລົ້ມເລີກການຢືນຢັດແບບເກົ່າ ແລະນິໄສຂອງເຂົາເຈົ້າທີ່ໄດ້ເຮັດໃຫ້ການເຈລະຈາ ໃນຄັ້ງນີ້ ລົ້ມແຫຼວ.”
ທ່ານໄດ້ກ່າວຕື່ມວ່າ “ສະຫະລັດໄດ້ໄປຮ່ວມການເຈລະຈາແບບມືເປົ່າ ແລະນີ້ໄດ້ສະແດງໃຫ້ເຫັນວ່າ ໃນທີ່ສຸດເຂົາເຈົ້າກໍບໍ່ໄດ້ຍິນດີທີ່ຈະແກ້ໄຂບັນຫາເລີຍ.”
ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານ ມໍແກນ ອໍຕາກຸສ ໄດ້ອອກມາຕອບໂຕ້ຕໍ່ການກ່າວອ້າງທີ່ວ່ານັ້ນຢ່າງວ່ອງໄວ, ໂດຍກ່າວວ່າ ຄຳເຫັນຂອງທ່ານກິມ “ບໍ່ໄດ້ສະແດງໃຫ້ເຫັນເຖິງໄດ້ນຳເອົາເນື້ອໃນ ຫລືບັນຍາກາດຢູ່ໃນ ການສົນທະນາໂອ້ລົມກັນທີ່ດຳເນີນໄປໃນເວລາແປດຊົ່ວໂມງເຄິ່ງຂອງມື້ນີ້ແຕ່ຢ່າງໃດເລີຍ.”
ທ່ານ ອໍຕາກຸສ ໄດ້ກ່າວໂດຍໃຊ້ຄຳຫຍໍ້ອຂງຊື່ທີ່ເປັນທາງການຂອງເກົາຫຼີເໜືອວ່າ “ສະຫະລັດ ໄດ້ນຳເອົາຄວາມຄິດທີ່ມີລັກສະນະປະດິດສ້າງ ແລະ ໄດ້ທຳການປຶກສາຫາລືທີ່ດີກັບຄູ່ຮ່ວມຕຳແໜ່ງຈາກ ສປປ ເກົາຫຼີນັ້ນ.”
ທ່ານ ອໍຕາກຸສ ໄດ້ກ່າວວ່າ ສະຫະລັດ ໄດ້ຮັບເອົາການເຊື້ອເຊີນຂອງສະວີເດັນ ເພື່ອສືບຕໍ່ການເຈລະຈາພາຍໃນສອງອາທິດນີ້.