ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໓ ກຸມພາ ໒໐໒໖

ເກົາຫຼີເໜືອ ປ່ອຍ ຄົນອະເມຣິກັນ ທີ່ຖືກຈັບ

ທູດພິເສດດ້ານສິດທິມະນຸດຂອງສະຫະຣັດທ່ານ Robert King (ກາງ) ແລະຄະນະຂອງທ່ານ ເດີນທາງໄປ ເຖິງສະໜາມບິນພຽງຢາງ (24 ພຶດສະພາ 2011)
ທູດພິເສດດ້ານສິດທິມະນຸດຂອງສະຫະຣັດທ່ານ Robert King (ກາງ) ແລະຄະນະຂອງທ່ານ ເດີນທາງໄປ ເຖິງສະໜາມບິນພຽງຢາງ (24 ພຶດສະພາ 2011)

ເກົາຫຼີເໜືອກ່າວໃນວັນສຸກມື້ນີ້ວ່າ ຕົນໄດ້ປ່ອຍຊາວອະເມ
ຣິກັນຄົນນຶ່ງທີ່ຖືກຄຸມຂັງມາແຕ່ເດືອນພະຈິກປີກາຍ ໃນຂໍ້
ຫາທີ່ບໍ່ໄດ້ລະບຸໃຫ້ຊາບ.

ອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ ກ່າວວ່າ
ທູດພິເສດໃນດ້ານສິດທິມະນຸດຂອງສະຫະລັດ ທ່ານ Ro-
bert King ທີ່ພວມຢູ່ໃນລະຫວ່າງ ການຢ້ຽມຢາມເກົາຫຼີ
ເໜືອໄດ້ສະແດງຄວາມເສຍໃຈກ່ຽວກັບການຄຸມຂັງດັ່ງກ່າວ
ແລະດ້ວຍເຫດນີ້ ເກົາຫຼີເໜືອຈຶ່ງໄດ້ຕົກລົງປ່ອຍນາຍ Jun
Young-su ຍ້ອນເຫັນແກ່ມະນຸດສະທຳ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ນາຍ Jun ຈະເດີນທາງ
ອອກຈາກນະຄອນພຽງຢາງ ໃນວັນເສົາມື້ອື່ນນີ້ ພ້ອມກັບ
ທ່ານ King ຫຼືບໍ່.

ອະດີດປະທານາທິບໍດີສະຫະລັດທ່ານ Jimmy Carter ໄດ້ພະຍາຍາມ ແຕ່ບໍ່ປະສົບກັບ
ຄວາມສຳເລັດ ທີ່ຢາກໃຫ້ປ່ອຍນາຍ Jun ໃນລະຫວ່າງທີ່ທ່ານເດີນທາງໄປຢ້ຽມຢາມເກົາ
ຫຼີເໜືອຢ່າງເປັນການສ່ວນໂຕໃນເດືອນແລ້ວນີ້.

XS
SM
MD
LG