ເກົາຫຼີເໜືອ ໄດ້ຈັບກຸມ ປະຊາຊົນອາເມຣິກັນອີກຄົນນຶ່ງ.
ຊາວອາເມຣິກັນເຊື້ອສາຍເກົາຫຼີຄົນນີ້ ຖືກຈັບໃນວັນສຸກຜ່ານມາທີ່ສະໜາມບິນສາກົນ
ໃນນະຄອນພຽງຢາງໃນຂະນະທີ່ລາວພວມກະກຽມຈະອອກເດີນທາງຈາກເກົາຫຼີເໜືອ
ອີງຕາມລາຍງານຂອງອົງການຂ່າວຢອນຮັບ.
ມີລາຍງານວ່າ ຜູ້ຊາຍຄົນນີ້ ທີ່ລະບຸແຕ່ນາມສະກຸນວ່າ ກຶມ ນັ້ນ ໄດ້ຫາລືກ່ຽວກັບການ
ຊ່ວຍບັນເທົາທຸກ ຢູ່ໃນເກົາຫຼີເໜືອ ມາໄດ້ປະມານນຶ່ງເດືອນແລ້ວ.
ເຫດຜົນທີ່ລາວຖືກຈັບກຸມ ແມ່ນຍັງບໍ່ທັນເປັນທີ່ຈະແຈ້ງເທື່ອໃນເວລານີ້.
ການຈັບກຸມຜູ້ຊາຍຄົນນີ້ ເຮັດໃຫ້ຈຳນວນຂອງຊາວອາເມຣິກັນທີ່ຖືກຈັບຢູ່ໃນເກົາຫລີ
ເໜືອເພີ້ມຂຶ້ນເປັນ 3 ຄົນ.
ຜ່ານມາ ເກົາຫຼີເໜືອໄດ້ຈັບປະຊາຊົນອາເມຣິກັນເພື່ອໃຊ້ເປັນເຄື່ອງຕໍ່ລອງໃນການເຈ
ລະຈາກັບວໍຊິງຕັນ.