ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຮຽກຮ້ອງໃຫ້ ເກົາຫຼີໃຕ້ ຢຸດຊ້ອມລົບ ແລະ ສາມັກຄີກັນ (ວີດີໂອ)


ຜູ້ນໍາ ເກົາຫລີເໜືອ ທ່ານ Kim Jong Un
ຜູ້ນໍາ ເກົາຫລີເໜືອ ທ່ານ Kim Jong Un
ຄະນະ​ກໍາມະການປ້ອງ​ກັນ​ຊາດເກົາຫລີ​ເໜືອ ​ໄດ້​ສົ່ງ​ໜັງ​ສື​ເປີດ
​ຊອງໄປຫາ​ບັນດາ​ເຈົ້າ​ໜ້າ​ທີ່ເກົາຫລີ​ໃຕ້ ​ໂດຍ​ກ່າວ​ວ່າ ກຸງ​ພຽງ​
ຢາງ “ພິຈາລະນາທີ່​ຈະ​ສ້າງ ​ບັນຍາກາດ​ແຫ່ງຄວາມປອງດອງ
ຊາດ ​ແລະ​ຄວາມເປັນເອກກະພາບ.”

ອົງການຂ່າວສູນ​ກາງ​ຂອງທາງ​ການ​ເກົາຫລີ​ເໜືອໄດ້​ພິມເຜີຍ
ແຜ່ໜັງສື​ເປີດຊອງ ດັ່ງກ່າວ ໃນ​ວັນ​ສຸກ​ມື້​ນີ້ ຊຶ່ງພ້ອມກັນນີ້ ຍັງ​
ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຈ​ະ​ດຳເນີນງານ ເພື່ອ “​ຍຸຕິຢ່າງສິ້ນເຊີງ
ການດຳເນີນການທີ່ເປັນປໍລະປັກທາງ​ທະຫານ​ ເຮັດໃຫ້ການ
ເຕົ້າ​ໂຮມ ຂອງບັນດາ​ຄອບ​ຄົວ ​ທີ່​ໄດ້ພັດ​ພາກ​ຈາ​ກກັນ ເປັນ
ຈິງຂຶ້ນມາ ​ແລະ​ລິເລີ້ມຄືນໃໝ່ ການຮ່ວມມືຮອບດ້ານ ແລະ
ການແລກປ່ຽນລະຫວ່າງ​ເໜືອ​ແລະ​ໃຕ້.

​ແຕ່ຢ່າງ​ໃດ​ກໍ​ດີ ໜັງ​ສື​ເປີດຊອງສະບັບນີ້ໄດ້​ຮຽກຮ້ອງ​ໃຫ້ເກົາຫຼີ​ໃຕ້ຍຸຕິການຊ້ອມ ຮ່ວມ​ລົບ
​ກັບກອງທັບ​ສະຫະລັດ ​ໃນ​ຂະນະ​ທີ່ກ່າວ​ປ້ອງ​ກັນ​ຕົນເອງ ໃນອັນທີ່ເກົາ ຫຼີເໜືອ​ຮ້ອງ​ວ່າ
“ກໍາລັງ​ອາວຸດນິວ​ເຄລຍເພື່ອ​ປ້ອງ​ກັນ​ຕົນ​ເອງທີ່ມີຄຸນຄ່າ.”

ໃນອາທິດ​ແລ້ວ​ນີ້ ຄະນະ​ກໍາມະການ ປ້ອງ​ກັນ​ຊາດ ​ເກົາຫລີ​ເໜືອ ​ໄດ້​ທຳການ ສະເໜີຈຳ
ນວນນຶ່ງ ຮຽກຮ້ອງ​ໃຫ້​ເກົາຫລີ​ໃຕ້ ຍົກເລີກໝາຍກຳນົດ​ການໃນການ ຊ້ອມລົບຮ່ວມ​ ໂດຍ
ທີ່ສະຫະລັດແລະກຸງ​ໂຊ​ລບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການຮຽກ ຮ້ອງຂອງເກົາຫຼີເໜືອໂດຍຖື
ວ່າເປັນການໂຄສະນາຊວນເຊື່ອທີ່ຫລອກລວງນັ້ນ.

korea
please wait
Embed

No media source currently available

0:00 0:00:20 0:00

XS
SM
MD
LG