ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເກົາ​ຫຼີ​ເໜືອ ເປີດ​ເຜີຍ​ຫົວ​ລະ​ເບີດ​ນິວ​ເຄ​ລຍ ທີ່​ມີ​ຂະ​ໜາດ​ນ້ອຍ​ລົງ​ກວ່າ​ເກົ່າ


ມີ​ການ​ອອກ​ຂ່າວທາງ​ໂທ​ລະ​ພາບ ກ່ຽວ​ກັບ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ​ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 28 ມີ​ນາ 2023. ເກົາ​ຫຼີ​ເໜືອ​ໃນ​ມື້​ວານນີ້ ໄດ້​ເປີ​ດ​ເຜີຍຫົວ​ລະ​ເບີດ​ນິວ​ເຄ​ລຍ ທີ່​ມີ​ຂະ​ໜາດ​ນ້ອຍ​ລົງ.
ມີ​ການ​ອອກ​ຂ່າວທາງ​ໂທ​ລະ​ພາບ ກ່ຽວ​ກັບ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ​ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 28 ມີ​ນາ 2023. ເກົາ​ຫຼີ​ເໜືອ​ໃນ​ມື້​ວານນີ້ ໄດ້​ເປີ​ດ​ເຜີຍຫົວ​ລະ​ເບີດ​ນິວ​ເຄ​ລຍ ທີ່​ມີ​ຂະ​ໜາດ​ນ້ອຍ​ລົງ.

ເກົາ​ຫຼີ​ເໜືອ​ໄດ້​ເປີດ​ເຜີຍ​ຫົວ​ລະ​ເບີດ​ນິວ​ເຄ​ລຍ​ຊະ​ນິດ​ໃໝ່ ທີ່​ມີ​ຂະ​ໜາດ​ນ້ອຍກວ່າ​ເກົ່າ ແລະ​ປະ​ຕິ​ຍານ​ວ່າຈະ​ຜະ​ລິດ​ວັດ​ຖຸ​ນິວ​ເຄ​ລຍ​ໃຫ້​ໄດ້​ຫຼາຍ​ຂຶ້ນ​ເພື່ອ​ຂະ​ຫຍາຍ​ຄັງ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ປະ​ເທດ ນັ້ນ​ຄື​ລາຍ​ງານ​ຂອງ​ສື່ມວນ​ຊົນ​ທາງ​ການ ​ໃນ​ວັນ​ອັງ​ຄານ​ວານນີ້ ໃນ​ຂະ​ນະ​ທີ່​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ຂອງ​ສະ​ຫະ​ລັດ ​ເດີນ​ທາງ​ໄປ​ເຖິງ​ເກົາ​ຫຼີ​ໃຕ້ ເພື່ອ​ເຂົ້າ​ຮ່ວມ​ການ​ຊ້ອມ​ລົບ​ທາງ​ທະ​ຫານ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

​ອົງ​ການຂ່າວ​ສູນ​ກາງຂອງເກົາ​ຫຼີເໜືອ ຫລື KCNA ໄດ້​ເປີດ​ເຜີຍ​ຮູບ​ພາບ​ຂອງ​ຫົວ​ລະ​ເບີດ ທີ່​ມີ​ຊື່​ວ່າ ຮົວ​ຊານ-31. ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ​ອຶນ ໄດ້​ໄປ​ຢ້ຽມ​ຢາມ​ສະ​ຖາ​ບັນ​ອາ​ວຸດ​ນິວ​ເຄ​ລຍ ແລະ​ກວດ​ກາ​ເບິ່ງ​ອາ​ວຸດ​ນິວ​ເຄ​ລຍ​ສະ​ໜາມ​ຊະ​ນິດ​ໃໝ່​ ແລະ​ເທັກ​ໂນ​ໂລ​ຈີ​ສຳ​ລັບ​ຕິດ​ຕັ້ງ​ຫົວ​ລະ​ເບີດ​ໃສ່​ລູກ​ສອ​ນ​ໄຟ​ຂີ​ປະ​ນາ​ວຸດ ຕະ​ຫຼອດ​ທັງ​ແຜນປະ​ຕິ​ບັດ​ງານ​ໃນການ​ໂຈມ​ຕີ​ຕອບ​ໂຕ້​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ KCNA.

ພວກ​ນັກ​ຊ່ຽວ​ຊານ​ດ້ານ​ນິວ​ເຄ​ລຍ​ກ່າວ​ວ່າ ຮູບ​ພາບ​ດັ່ງ​ກ່າວ​ອາດ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ກ້າວ​ໜ້າໃນ​ການ​ເຮັດ​ໃຫ້​ຫົວ​ລະ​ເບີດ​ນິວ​ເຄ​ລຍ​ນ້ອຍ​ລົງ​ແຕ່​ຍັງ​ມີ​ຄວາມແຮງ​ຢູ່ເພື່ອ​ໃຫ້ສາ​ມາດ​ຕິດ​ຕັ້ງ​ໃສ່​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ​ສາ​ມາດ​ຍິງ​ໂຈມ​ຕີ​ສະ​ຫະ​ລັດ​ໄດ້.

“ມັນ​ມີ​ຄວາມ​ແຮງກວ່າ ໃນ​ຂະ​ໜາດ​ທີ່​ນ້ອຍ​ລົງ. ມັນ​ເປັນ​ເລື້ອງ​ ທີ່​ໜ້າ​ເປັນ​ຫ່ວງ” ທ່ານ​ຄູນ ວາຍ ຊູ (Kune Y. Suh) ສາ​ສະ​ດາ​ຈານ​ວິ​ສາ​ວະ​ກຳ​ນິວ​ເຄ​ລຍ​ທີ່ຊົງຄຸນ​ນະ​ວຸດ​ທິຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຢູ່​ໂຊ​ລ ໄດ້​ປຽບ​ທຽບ​ຫົວ​ລະ​ເບີດ​ຊະ​ນິດ​ໃໝ່ ​ກັບ​ຫົວ​ລະ​ເບີດທີ່​ຜະ​ລິດ​ໃນ​ປີ 2016.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG