ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ກ່າວວ່າ ເວລາ ແມ່ນກະແຈດອກສຳຄັນ ສຳລັບການແກ້ໄຂ ຄວາມເຄັ່ງຕຶງໃນ ແຫຼມ ເກົາຫຼີ


ລັດຖະມົນຕີ ການຕ່າງປະເທດ ເກົາຫຼີເໜືອ ທ່ານ ນີ ຢອງ ໂຮ, ຂວາ, ແລະ ຮອງເລຂຂາທິການໃຫຍ່ສຳລັບບັນຫາການເມືອງ
ຂອງ ອົງການສະຫະປະຊາຊາດ ທ່ານ ເຈັຟຟຣີ ເຟລທ໌ແມນ ຈັບມືກັນ ທີ່ຫໍສະພາແຫ່ງຊາດ ມັນຊູແດ, ເກົາຫຼີເໜືອ. 7 ທັນວາ 2017.
ລັດຖະມົນຕີ ການຕ່າງປະເທດ ເກົາຫຼີເໜືອ ທ່ານ ນີ ຢອງ ໂຮ, ຂວາ, ແລະ ຮອງເລຂຂາທິການໃຫຍ່ສຳລັບບັນຫາການເມືອງ ຂອງ ອົງການສະຫະປະຊາຊາດ ທ່ານ ເຈັຟຟຣີ ເຟລທ໌ແມນ ຈັບມືກັນ ທີ່ຫໍສະພາແຫ່ງຊາດ ມັນຊູແດ, ເກົາຫຼີເໜືອ. 7 ທັນວາ 2017.

ທູດພິເສດອົງການສະຫະປະຊາຊາດກ່າວວ່າ ເວລາແມ່ນກຸນແຈສຳຄັນ ເພື່ອແກ້ໄຂບັນ
ຫາຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ຢ່າງສັນຕິ.

ທ່ານ ເຈັຟຟຣີ ເຟລທ໌ແມນ (Jeffrey Feltman) ຮອງເລຂາທິການສຳລັບບັນຫາ
ການເມືອງຂອງອົງການສະຫະປະຊາຊາດ ໄດ້ເດີນທາງຢ້ຽມຢາມ ເກົາຫຼີເໜືອ ໃນສັບ
ປະດານີ້, ໄດ້ຈັດກອງປະຊຸມກັບ ລັດຖະມົນຕີການຕ່າງປະເທດ ທ່ານ ນີ ຢອງ ໂຮ
ແລະ ຮອງລັດຖະມົນຕີການຕ່າງປະເທດ ທ່ານ ແພັກ ມຽງ ກຸກ.

ສື່ມວນຊົນລັດຖະບານ ເກົາຫຼີເໜືອ ກ່າວວ່າ ທັງສອງຝ່າຍ ໄດ້ຕົກລົງກັນວ່າຈະສື່ສານ
ກັນຢ່າງປົກກະຕິ.

ອົງການຂ່າວ KCNA ຂອງລັດຖະບານ ເກົາຫຼີເໜືອ ໄດ້ກ່າວໃນວັນເສົາວານນີ້ວ່າ
ຄວາມຄືບໜ້າຄັ້ງຫຼ້າສຸດແມ່ນຜົນຂອງການຢ້ຽມຢາມ 4 ວັນຂອງທ່ານ ເຟລທ໌ແມນ
ໃນປະເທດທີ່ຖືກຕັດຢູ່ໂດດດ່ຽວ.

ໂຄສົກອົງການສະຫະປະຊາຊາດໄດ້ກ່າວວ່າ ບັນດານັກການທູດສາມທ່ານ “ໄດ້ແລກ
ປ່ຽນວິໄສທັດ ກ່ຽວກັບ ແຫຼມ ເກົາຫຼີ ແລະ ໄດ້ເຫັນດີນຳກັນວ່າ ສະຖານະການໃນປັດ
ຈຸບັນ ມັນເຄັ່ງຕຶງທີ່ສຸດ ແລະ ເປັນບັນຫາຄວາມສັນຕິ ແລະ ຄວາມປອດໄພ ທີ່ອັນຕະ
ລາຍໃນໂລກປັດຈຸບັນນີ້.”

ສື່ມວນຊົນລັດຖະບານ ເກົາຫຼີເໜືອ ໄດ້ກ່າວວ່າ ການຢ້ຽມຢາມຂອງທ່ານ ເຟລທ໌ແມນ
“ໄດ້ປະກອບສ່ວນເຂົ້າໃນການສົ່ງເສີມຄວາມເຂົ້າໃຈກັນຍິ່ງຂຶ້ນ ລະຫວ່າງ ສປປ
ເກົາຫຼີ ແລະ ກອງເລຂາທິການ ອົງການສະຫະປະຊາຊາດ.”

ສປປ ເກົາຫຼີ ແມ່ນຊື່ຫຍໍ້ຂອງຊື່ທາງການຂອງ ເກົາຫຼີເໜືອ ຄື ສາທາລະນະລັດ ປະຊາ
ທິປະໄຕ ເກົາຫຼີ.

ການຢ້ຽມຢາມຂອງທ່ານ ເຟລທ໌ແມນ ໄດ້ມີຂຶ້ນຫຼັງຈາກ ສະຫະລັດ ແລະ ເກົາຫຼີໃຕ້
ໄດ້ເປີດການຊ້ອມຮົບປະຈຳປີຮ່ວມກັນ, ເຊິ່ງເປັນຄັ້ງທີ່ໃຫຍ່ທີ່ສຸດຂອງເຂົາເຈົ້າ.

ອົງການຂ່າວ KCNA ໄດ້ກ່າວວ່າ ພຽງຢາງ ໄດ້ພິຈາລະນາການຊ້ອມຮົບຮ່ວມກັນນັ້ນ
ດັ່ງກັບສ່ວນນຶ່ງຂອງ “ແຜນການຂອງ ສະຫະລັດ ທີ່ຈະທຳການໂຈມຕີດ້ວຍອາວຸດ
ນິວເຄລຍພຽງຜູ້ດຽວ” ຕໍ່ ເກົາຫຼີເໜືອ.

ອີງຕາມການກ່າວຂອງອົງການຂ່າວ KCNA ນັ້ນ, ເກົາຫຼີເໜືອ ໄດ້ກ່າວຢໍ້າໃນກອງ
ປະຊຸມກັບນັກການທູດ ອົງການສະຫະປະຊາຊາດວ່າ “ສະຖານະການຄວາມເຄັ່ງຕຶງ
ໃນປັດຈຸບັນ” ໃນແຫຼມ ເກົາຫຼີ “ແມ່ນໄດ້ເກີດມາຈາກ ສະຫະລັດ ທັງໝົດ, ຈາກນະ
ໂຍບາຍທີ່ມຸ່ງຮ້າຍ, ການຂົ່ມຂູ່ໃຊ້ອາວຸດນິວເຄລຍ ແລະ ການຂົ່ມຂູ່ຂອງເຂົາເຈົ້າ.”

ໃນການທົດລອງລູກສອນໄຟຂີປະນາວຸດຂ້າມທະວີບ ຫຼື (ICBM) ທີ່ຮຸນແຮງຄັ້ງໃໝ່
ຂອງ ເກົາຫຼີເໜືອ ໃນທ້າຍເດືອນພະຈິກທີ່ຜ່ານມານັ້ນ ບັນດາຜູ້ຊ່ຽວຊານໄດ້ກ່າວວ່າ
ມີຄວາມສາມາດທີ່ຈະເດີນທາງຮອດ ສະຫະລັດ. ລູກສອນໄຟ ICBM ແມ່ນນຶ່ງໃນ
ລູກສອນໄຟຫຼາຍລູກທີ່ຖືກດຳເນີນການທົດລອງໂດຍ ພຽງຢາງ, ພ້ອມກັບການທົດ
ລອງລະເບີດນິວເຄລຍຫຼາຍຄັ້ງ, ໃນການທ້າທາຍຕໍ່ມາດຕະການລົງໂທດສາກົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG