ອົງການສະຫະປະຊາຊາດສົ່ງທ່ານນາງ Valerie Amos ຫົວໜ້າໃຫ້ການຊ່ອຍເຫຼືອທາງ
ດ້ານມະນຸດສະທຳໄປຍັງເກົາຫຼີເໜືອໃນເດືອນໜ້ານີ້ ເພື່ອຊັ່ງຊາຕີລາຄາເບິ່ງສະຖານະການ ທາງດ້ານອາຫານຂອງປະເທດດັ່ງກ່າວ.
ອົງການສະຫະປະຊາຊາດກ່າວວ່າ ທ່ານນາງ Amos ຈະເດີນທາງໄປຢ້ຽມຢາມເກົາຫຼີເໜືອ
ເປັນເວລາ 5 ເລີ່ມແຕ່ວັນທີ 17 ຕຸລາເປັນຕົ້ນໄປອັນເປັນພາກສ່ວນນຶ່ງຂອງການເດີນທາງ
ທີ່ຮວມທັງການຢຸດແວ່ທີ່ປະເທດຈີນນຳ.
ເກົາຫຼີເໜືອ ໄດ້ຮ້ອງຂໍໃຫ້ນາໆຊາດຊ່ອຍຮັບມື ກັບການຂາດແຄນອາຫານແບບຊໍາເຮື້ອທີ່
ມີສາເຫດສ່ວນນຶ່ງແລ້ວ ມາຈາກໄພນໍ້າຖ້ວມ ແລະການລົງໂທດກ່ຽວກັບໂຄງການສ້າງອາ
ວຸດນິວເຄລຍ.
ອົງການສະຫະປະຊາຊາດໄດ້ຮ້ອງຂໍການຊ່ອຍເຫຼືອໃນມູນຄ່າ 218 ລ້ານໂດລາສຳລັບເກົາ
ຫຼີເໜືອ ແຕ່ກ່າວວ່າ ຕົນໄດ້ຮັບການສະໜອງຕອບແຕ່ພຽງ 10% ຂອງຈຳນວນດັ່ງກ່າວ.
ກະຊວງການຕ່າງປະເທດສະຫະລັດກ່າວວ່າ ສະຫະລັດຍັງຈະບໍ່ໃຫ້ການຊ່ອຍເຫຼືອທາງດ້ານ
ອາຫານແກ່ເກົາຫຼີເໜືອເທື່ອ ຈົນກວ່າຕົນຈະສາມາດຊັ່ງຊາຕີລາຄາເບິ່ງຢ່າງຄົບຖ້ວນກ່ຽວກັບ ຄວາມຕ້ອງການຂອງເກົາຫຼີເໜືອ.