ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ. ​ກິມ ຈົງອຶນ ແລະ​ ປ. ທ​ຣຳ ສືບ​ຕໍ່ ມີ​ສາຍ​ສຳ​ພັນ “ແບບພິ​ເສດ” ນຳ​ກັນຢູ່ ອີງ​ຕາມ ເກົາຫຼີ​ເໜືອ


ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ແລະ ຜູ້​ນຳເກົາຫຼີ​ເໜືອ, ທ່ານ​ກິມ ຈົງ ອຶນ, ພົບ​ກັນ​ທີ່​ບ້ານ ປັນ​ມຸນ​ຈອມ, ຊາຍ​ແດນ​ ລະ​ຫວ່າງ​ເກົາ​ຫລີ​ເໜືອ ແລະ​ເກົາ​ຫລີ​ໃຕ້ ໃນ​ວັນ​ທີ 30 ມິ​ຖຸ​ນາ, 2019
ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ແລະ ຜູ້​ນຳເກົາຫຼີ​ເໜືອ, ທ່ານ​ກິມ ຈົງ ອຶນ, ພົບ​ກັນ​ທີ່​ບ້ານ ປັນ​ມຸນ​ຈອມ, ຊາຍ​ແດນ​ ລະ​ຫວ່າງ​ເກົາ​ຫລີ​ເໜືອ ແລະ​ເກົາ​ຫລີ​ໃຕ້ ໃນ​ວັນ​ທີ 30 ມິ​ຖຸ​ນາ, 2019

ຜູ້​ນຳເກົາຫຼີ​ເໜືອ, ທ່ານ​ກິມ ຈົງ ອຶນ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ ສືບ​ຕໍ່ “ມີ​ສາຍ​ສຳ​ພັນ “ແບບພິ​ເສດ” ເຖິງ​ແມ່ນ​ວ່າ ​ຈະ​ມີການ​ໂຈະການ​ເຈ​ລະ​ຈາ​ນິວ​ເຄ​ລຍ ໄວ້​ຢູ່​ກໍ​ຕາມ, ອີງ​ຕາ​ມ​ຂ່າວ​ສານ​ລັດ​ຖະ​ບານເກົາຫຼີ​ເໜືອທີ່​ກ່າວ​ໃນ​ວັນພະ​ຫັດ​ມື້ນີ້, ໂດຍ​ຕຳ​ໜິ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ ຂອງ​ສະ​ຫະ​ລັດ ແມ່ນມີ​ສາຍ​ສຳ​ພັນ​ທີ່ບໍ່​ດີ​ກັບປະ​ເທດ​ດັ່ງ​ກ່າວ.

ຄຳ​ຖະ​ແຫລງ​ການທີ່​ວ່ານີ້ ໄດ້​ພິມ​ເຜີຍ​ແຜ່​ຢູ່​ໃນ​ໜັງ​ສື​ພິມ​ຂອງ​ອົງ​ການ​ຂ່າວສູນ​ກາງ​ຂອງ​ເກົາ​ຫລີ ທີ່​ໄດ້​ຮັບ​ມາຈາກທີ່​ປຶກ​ສາ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເກົາຫຼີ​ເໜືອ, ທ່ານ ກິມ ກາຍ ກວານ (Kim Kye Gwan), ທີ່ອ້າງວ່າ ໄດ້ລົມ​ກັບ ທ່ານກິມ “ໃນ​ສອງ ສາມມື້ ກ່ອນ​ນັ້ນ.”
“ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ສາ​ມາດ​ຮູ້ໄດ້​ແບບ​ແນ່​ໃຈ​ກໍ​ຄື ສາຍສຳ​ພັນ​ລະ​ຫວ່າງປະ​ທານ​ຄະ​ນະ​ກຳ​ມະ​ການ​ດ້ານວຽກ​ງານ​ຂອງ​ລັດ​ຖະ​ບານ ສ​ປ​ປ ເກົາ​ຫຼີ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ ທ​ຣຳ ແມ່ນ​ແໜ້ນ​ແຟ້ນ ແລະຄວາມ​ເຊື່ອທີ່​ມີຕໍ່ກັນແລະ​ກັນ​ນັ້ນ ​ແມ່ນ​ຍັງ​ຮັກ​ສາ​ໄວ້​ຢູ່,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ກິມ ໂດຍ​ໃຊ້​ຊື່​ຫຍໍ້​ທີ່​ເປັນ​ທາງ​ການ​ຂອງ​ເກົາ​ຫລີ​ເໜືອ.

ທ່ານ​ກ່າວ​ຕໍ່​ໄປ​ວ່າ “ບັນ​ຫາ​ກໍ​ຄື ມັນ​ເປັນ​ສິ່ງ​ກົງ​ກັນຂ້າມ​ກັບ​ທັດ​ສະ​ນະ​ທາງ​ການ​ເມືອງ ແລະ​ເຈດ​ຕະ​ນາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ, ພວກ​ຢູ່​ໃນ​ວົງ​ການ​ການ​ເມືອງ​ຂອງວໍ​ຊິງ​ຕັນ ແລະ​ບັນ​ດາ​ຜູ້​ສ້າງ​ນະ​ໂຍ​ບາຍ​ຕໍ່ ສ​ປ​ປ ເກົາ​ຫຼີ ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ ແມ່ນ​ມີ​ຄວາມ​ຮຸນ​ແຮງ​ຕໍ່ ​ສ​ປ​ປ ເກົາ​ຫຼີ ໂດຍບໍ່​ມີ​ເຫດ​ຜົນ​ຫຍັງ, ຖືກ​ຄອບ​ງຳໂດຍ​ຄວາມ​ຄິດ​ສະ​ໄໝ​ສົງ​ຄາມ​ເຢັນ ແລະ​ອຸ​ດົມ​ການ​ທີ່​ເປັນ​ອະ​ຄະ​ຕິ​ຢູ່.”

ແ​ຕ່​ວ່າ ສາຍສຳ​ພັນ​ລະ​ຫວ່າງສອງ​ທ່ານນີ້ ບໍ່​ສາ​ມາດ​ທີ່​ຈະ​ທຳ​ການ​ຫັນ​ປ່ຽນສາຍ​ພົວ​ພັນ ລະ​ຫວ່າງ​ສະ​ຫະ​ລັດ​ກັບເກົາຫຼີ​ເໜືອ ໃນ​ແບບ​ກວ້າງໆ ແລະ​ຮັບ​ປະ​ກັນ​ຄວາມ​ກ້າວ​ໜ້າ​ ໃນ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄ​ລຍ​ຂອງເກົາຫຼີ​ເໜືອ ໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG