ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເກົາຫຼີ​ເໜືອ ຍັງເປັນ ບັນຫາຫຼັກ ໃນຊ່ວງ ພັກການ ຂອງທ່ານທຣຳ


ທ່ານທຣຳ ຍ່າງຜ່ານສະໜາມຫຍ້າ South Lawn ທີ່ທຳນຽບ
ຂາວ ໃນວໍຊີງຕັນ ເພື່ອຂຶ້ນເຮືອບິນເຮລິຄອບເຕີ Marine One ເພື່ອການເດີນທາງສັ້ນໆ ໃນຖານທັບອາກາດ Andrews, ລັດ Maryland, ໄປຍັງ Bedminster, N.J., ເພື່ອພັກງານ, 4 ສິງຫາ, 2017.
ທ່ານທຣຳ ຍ່າງຜ່ານສະໜາມຫຍ້າ South Lawn ທີ່ທຳນຽບ ຂາວ ໃນວໍຊີງຕັນ ເພື່ອຂຶ້ນເຮືອບິນເຮລິຄອບເຕີ Marine One ເພື່ອການເດີນທາງສັ້ນໆ ໃນຖານທັບອາກາດ Andrews, ລັດ Maryland, ໄປຍັງ Bedminster, N.J., ເພື່ອພັກງານ, 4 ສິງຫາ, 2017.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ຟັງລາຍ​ງານ​ກ່ຽວ​ກັບຂໍ້​ມູນ​ສືບລັບທີ່​
ສະໂມ​ສອນ​ຫຼິ້ນກ໊ອຟ ​ໃນ​ລັດ New Jersey ​ໃນ​ວັນ​ຈັນ​ວານ​ນີ້ ​ແລະ​ໄດ້​ທຳ​ການ​ໂອ​ລົມ
​ສົນທະນາ​ທາງ​ໂທລະສັບ ​ເພື່ອ​ປຶກສາ​ຫາລືເລື່ອງ​ເກົາຫຼີ​ເໜືອ ກັບ​ລັດຖະມົນຕີ​ການ​
ຕ່າງປະ​ເທດ ທ່ານ Rex Tillerson ​ແລະ​ໄດ້​ຮັບ​ລາຍ​ງານ​ກ່ຽວ​ກັບ​ການ​ເດີນທາງ​ໄປ
​ຍັງ​ເອ​ເຊຍ​ອາຄະ​ເນ​ຂອງ​ທ່ານ.

​ໂຄສົກ​ປະຈຳ​ທຳນຽບຂາວ ທ່ານ​ນາງ Lindsay Walters ​ໄດ້​ອະທິ​ບາຍເຖິງ​ລາຍ
​ລະອຽດກ່ຽວ​ກັບ ​ “ການ​ເຮັດ​ວຽກ​ໃນ​ຊ່ວງພັກ​ງານ​ຂອງ​ທ່ານ.” ຫົວໜ້າ​ທີ່​ປຶກສາ​ປະຈຳ​ທຳນຽບຂາວນາຍ​ພົນ John Kelly ​ແລະ​ຜູ້​ຊ່ອຍ​ອື່ນໆ ​ກໍ​ຢູ່​ທີ່​ນັ້ນກັບທ່ານ​ ໃນ ລັດ
New Jersey.

​ເຊົ້າ​ວັນ​ຈັນ​ວານ​ນີ້ ເກົາຫຼີ​ເໜືອ ​ໄດ້​ກ່າວ​ໂຈມ​ຕີຕໍ່ການ​ຕັດສິນ​ໃຈ​ຢ່າ​ງ​ເປັນ​ເອກ​ກະສັນ​
ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາຊາດ ທີ່​ໄດ້ລົງ​ໂທດ​ເພີ່ມ​ຕື່ມ ​ຕໍ່ພຽງ​ຢາງ
ໃນການທົດ​ລອງ​ລູກ​ສອນ​ໄຟ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ​ນີ້.

ທ່ານ Tillerson ​ແມ່ນ​ໄດ້​ຢູ່​ໃນ​ນະຄອນຫຼວງ​ມະນີ​ລາ ​ເພື່ອເຂົ້າຮ່ວມກອງ​ປະຊຸມ​ປະຈຳ​ປີ​
ຂອງ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຂອງ​ບັນດາ​ກຸ່ມ​ສະມາຊິກ​ອາ​ຊຽນ. ລັດຖະມົນ
ຕີ​ການ​ຕ່າງປະ​ເທດຂອງ​ເກົາຫຼີ​ເໜືອ ທ່ານ Ri Yong Ho ກໍ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງ
ກ່າວ​ເຊັ່ນ​ກັນ ​ແຕ່​ວ່າ ບໍ່​ໄດ້​ມີ​ການ​ພົບ​ປະກັນ​ແບບ​ຊຶ່ງ​ໜ້າ ລະຫວ່າງ​ທັງ​ສອງ​ທ່ານ ​ໃນ​ກອງ
​ປະຊຸມ ASEAN ນັ້ນ.

ສະຫະລັດ ຈະ “ຕ້ອງ​ຊົດ​ໃຊ້​ດ້ວຍ​ລາຄາ​ແພງ” ຊຶ່ງ​ທາງ​ລັດຖະບານ ເກົາຫຼີ​ເໜືອ ​
ໄດ້​ອອກ​ຖະ​ແຫຼ​ງ​ການສະບັບນຶ່ງ​ວ່າ ​ແລະ​ຍັງ​ໄດ້​ປະຕິຍານ​ວ່າ ຕົນ “ຈະ​ໃຊ້​ທຸກ​ວິທີ​ທາງ​
ໃຫ້ເຖິງ​ທີ່​ສຸດ”
ຖ້າ​ຫາກ​ວ່າ​ ວໍ​ຊີງ​ຕັນ “ບໍ່​ປະຕິບັດ​ຕົວ​ແບບ​ສຸ​ຂຸມ ຮອບ​ຄອບ.”

​ໃນ​ການ​ໂອ້​ລົມ​ເພີ່ມ​ຕື່ມ​ກັບ​ທ່ານ Tillerson ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ​ທຣຳ ຍັງ​ໄດ້​ປຶກສາ
ຫາລືກ່ຽວ​ກັບ​ການ​ຂົ່ມ​ຂູ່​ຂອງ​ເກົາຫຼີ​ເໜືອ ກັບປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານ Moon
Jae-in. ຫຼັງ​ຈາກ​ການ​ໂອ້​ລົ​ມສົນທະນາ​ກັນ​ແລ້ວ​ນັ້ນ ປະທານາທິບໍດີ​ສະຫະລັດ ​ໄດ້​ຂຽນ​
ລົງ​ໃນ Twitter ວ່າ “ທ່ານ​ມີ​ຄວາມ​ດີ​ໃຈຫຼາຍ ​ແລະ​ປະ​ທັບ​ໃຈ ທີ່​ໄດ້​ມີ​ການ​ລົງ​ຄະ​ແນນ
​ສຽງ15 ຕໍ່ 0 ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໃນ​ການ​ລົງ​ໂທດ​ຕໍ່ເກົາຫຼີ​ເໜືອ
.”

ຍ້ອນ​ວ່າ ຣັດ​ເຊຍ ຫຼື ຈີນ ບໍ່​ໄດ້​ໃຊ້​ສິດ​ຢັບຢັ້ງ ​ຫຼື​ບໍ່​ອອກສຽງ​ໃນ​ການ​ຮ່າງ​ຍັດຕິ​ຂອງ​ອົງການ​
ສະຫະ​ປະຊາ​ຊາດ, ການ​ເອົາ​ບາດກ້າວ​ຂອງ​ອົງການ​ສະຫະ​ປະຊາ​ຊາດແມ່ນ​ເບິ່ງ​ຄື​ວ່າ ​
ເປັນ​ການ​ໄດ້​ຮັບໄຊຊະນະທາງ​ການ​ທູດ ສຳຫຼັບ​ລັດຖະບານ​ຂອ​ງທ່ານ​ທຣຳ.

ທ່ານ​ທຣຳ ​ໄດ້​ປະຕິບັດ​ໜ້າ​ທີ່ໃນ​ການ​ເປັນ​ປະທານາທິບໍດີ​ສະຫະລັດຂອງ​ທ່ານ ​ມາ​ໄດ້
200 ມື້​ແລ້ວໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​ໄດ້​ຂຽນ​ລົງ​ໃນ Twitter ວ່າ ​ເບິ່ງ​ຄື​ວ່າ ລາຍ​ງານ​
ຈາກສື່ມວນ​ຊົນ ​ທີ່​ກ່າວ​ວ່າ ພວກ​ທີ່​ສະໜັບສະໜຸນ​ທາງ​ການ​ເມືອງ​ຂອງ​ທ່ານ​ໃນ​ປະ​ເທດ ​
ແມ່ນ​ໄດ້ ຫລຸດນ້ອຍ​ຖອຍ​ລົງ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG