ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ແມ່ນຫົວຂໍ້ ທີ່ສຳຄັນ ຂອງກອງປະຊຸມ ເວລາທ່ານ ພອມພຽວ ເດີນທາງໄປ ເອເຊຍ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ພອມພຽວ
ກ່າວຄຳປາໄສ ຢູ່ກອງປະຊຸມທຸລະກິດ ອິນໂອ-ປາຊີຟິກ ທີ່ສະ
ພາການຄ້າ ສະຫະລັດ. ນະຄອນຫຼວງ ວໍຊິງຕັນ. 30 ກໍລະກົດ, 2018.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ພອມພຽວ ກ່າວຄຳປາໄສ ຢູ່ກອງປະຊຸມທຸລະກິດ ອິນໂອ-ປາຊີຟິກ ທີ່ສະ ພາການຄ້າ ສະຫະລັດ. ນະຄອນຫຼວງ ວໍຊິງຕັນ. 30 ກໍລະກົດ, 2018.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ຈະພົບປະກັບບັນດາ
ຄູ່ຕຳແໜ່ງຂອງທ່ານຈາກ ອາຊຽນ ຢູ່ປະເທດ ສິງກະໂປ ໃນສັບປະດານີ້, ເພື່ອສະໜັບ
ສະໜູນວິໄສທັດ ກ່ຽວກັບ ພາກພື້ນ ອິນໂດ-ປາຊີຟິກ ທີ່ເສລີ ແລະ ເປີດກວ້າງຂອງລັດ
ຖະບານທ່ານ ທຣຳ, ແຕ່ບັນຫາຕ່າງໆ ກ່ຽວກັບ ເກົາຫຼີເໜືອ ແມ່ນອາດຈະຄອບງຳວາ
ລະຂອງກອງປະຊຸມໄດ້.

ຢູ່ກອງປະຊຸມສຸດຍອດລັດຖະມົນຕີເອເຊຍຕາເວັນອອກນັ້ນ, ທ່ານ ພອມພຽວ ຈະພົບ
ປະກັບຄູ່ຕຳແໜ່ງຂອງທ່ານຈາກ 17 ປະເທດ ເພື່ອແກ້ໄຂສິ່ງທ້າທາຍດ້ານການປ້ອງ
ກັນປະເທດ ທີ່ມີຄວາມສຳຄັນທີ່ສຸດຂອງພາກພື້ນ, ລວມມີໄພຂົ່ມຂູ່ນິວເຄລຍຂອງ
ພຽງຢາງ, ຄວາມຂັດແຍ້ງທະເລຈີນໃຕ້, ວິກິດການໂຣຮິງຢາ ໃນລັດຣາໄຄນ໌ ຢູ່ປະເທດ
ມຽນມາ ແລະ ຄວາມປອດໄພທາງຄອມພິວເຕີ ກໍແມ່ນນຶ່ງໃນຫົວຂໍ້ອື່ນໆ.

ເມື່ອຖືກຖາມວ່າທ່ານ ພອມພຽວ ຈະຈັດການປະຊຸມສອງຝ່າຍ ກັບລັດຖະມົນຕີການ
ຕ່າງປະເທດ ເກົາຫຼີເໜືອ ທ່ານ ນີ ຢອງ-ໂຮ ໃນປະເທດ ສິງກະໂປ ຫຼື ບໍ່ນັ້ນ, ເຈົ້າໜ້າທີ່
ອາວຸໂສກະຊວງການຕ່າງປະເທດທ່ານນີ້ ໄດ້ກ່າວບອກບັນດານັກຂ່າວວ່າ, “ສປປ ເກົາ
ຫຼີ ຈະຢູ່ໃນຫ້ອງປະຊຸມເປັນສະມາຊິກປະເທດນຶ່ງ ຂອງກອງປະຊຸມພາກພື້ນ ອາຊຽນ
ໃນບັນດາ 27 ປະເທດພວກນີ້. ສະນັ້ນຈະມີການປຶກສາຫາລືທີ່ລວມມີ ເກົາຫຼີເໜືອນຳ.”

ເຈົ້າໜ້າທີ່ຄົນດັ່ງກ່າວເວົ້າວ່າ ມັນມີໂອກາດໃນການພົບປະກັນ ແລະ ການພົບປະທີ່
ຖືກວາງແຜນໄວ້ ໃນການເຕົ້າໂຮມກັນທີ່ສຳຄັນນັ້ນ, ແຕ່ກໍບໍ່ມີກອງປະຊຸມສອງຝ່າຍ
ຕ່າງໆທີ່ຈະປະກາດໃຫ້ຊາບ.

ກະຊວງການຕ່າງປະເທດ ຣັດເຊຍ ໄດ້ກ່າວໃນວັນພຸດມື້ນີ້ວ່າ ເຂົາເຈົ້າກຳລັງເຮັດວຽກ
ກ່ຽວກັບ ການຈັດກອງປະຊຸມສອງຝ່າຍຂອງລັດຖະມົນຕີຕ່າງປະເທດ ທ່ານ ເຊີເກ
ລາຟຣອຟ ກັບ ຄູ່ຕຳແໜ່ງຕ່າງໆຈາກຫຼາຍປະເທດ, ລວມທັງ ສະຫະລັດ ນຳ.

ລັດຖະມົນຕີການຕ່າງປະເທດ ອີຣ່ານ ທ່ານ ໂມຮຳມັດ ຈາວາດ ຊາຣິຟ ກໍຈະຢູ່ໃນປະ
ເທດ ສິງກະໂປ ເຊັ່ນກັນ, ແຕ່ເຈົ້າໜ້າທີ່ອາວຸໂສກະຊວງການຕ່າງປະເທດ ສະຫະລັດ
ໄດ້ກ່າວວ່າ ບໍ່ມີແຜນສຳລັບການພົວພັນກັບ ອີຣ່ານ.

ບັນຫາຕ່າງໆ ກ່ຽວກັບ ກິດຈະກຳນິວເຄລຍ ແລະ ລູກສອນໄຟໃນ ເກົາຫຼີເໜືອ ທີ່ກຳລັງ
ດຳເນີນຢູ່ນັ້ນ ໄດ້ຂະຫຍາຍຂຶ້ນຢ່າງວ່ອງໄວ ຫຼັງຈາກໜັງສືພິມ ວໍຊິງຕັນ ພົສ ໄດ້ລາຍ
ງານເມື່ອວັນອັງຄານວານນີ້ວ່າ ບັນດາເຈົ້າໜ້າສືບລັບ ສະຫະລັດ ເຊື່ອວ່າ ພຽງຢາງ ຍັງ
ສືບຕໍ່ສ້າງລູກສອນໄຟລູກໃໝ່ຢູ່ສະຖານທີ່ຄົ້ນຄວ້າບ່ອນເກົ່າ ທີ່ເຂົາເຈົ້າໄດ້ໃຊ້ ເພື່ອ
ສ້າງລູກສອນໄຟຂີປະນາວຸດຂ້າມທະວີບ ທີ່ມີຄວາມສາມາດຍິງຮອດຊາຍຝັ່ງກໍ້າຕາ
ເວັນອອກຂອງ ສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG