ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີໃຕ້ ກ່າວວ່າ ເກົາຫລີເໜືອ ເຫັນພ້ອມ ທີ່ຈະເຂົ້າຮ່ວມ ກິລາໂອລິມປິກ ລະດູໜາວ


ບັນທຶກຮູບພາບ ສະໜາມກິລາໂອລິມປິກ ທີ່ກຳລັງກໍ່ສ້າງ ຢູ່ເມືອງພຽງຈາງ ປະເທດເກົາຫລີໃຕ້.
ບັນທຶກຮູບພາບ ສະໜາມກິລາໂອລິມປິກ ທີ່ກຳລັງກໍ່ສ້າງ ຢູ່ເມືອງພຽງຈາງ ປະເທດເກົາຫລີໃຕ້.

ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້​ຄົນ​ນຶ່ງ ກ່າວ​ວ່າ ​ເກົາຫລີ​ເໜືອ​ໄດ້​ສະ​ເໜີ ທີ່​ຈະ​ສົ່ງ​ຜູ້ຕາງໜ້າລະ
ດັບ​ສູງ​ຄະນະ​ນຶ່ງ ​ເຂົ້າຮ່ວມ​ການແຂ່ງຂັນກິລາ​ໂອ​ລິ​ມປິ​ກລະດູ​ໜາວ ທີ່​ເມືອງ​ພຽງ​ຈາງ​
ໃນ​ເດືອນ​ໜ້າ​ນີ້.

ຂໍ້​ສະ​ເໜີ​ດັ່ງກ່າວ ໄດ້​ມີຂຶ້ນໃນ​ວັນ​ອັງຄານ​ມື້​ນີ້ ລະຫວ່າງ​ການເຈລະຈາແບບເຊິ່ງໜ້າ
ກັບ​ຄູ່​ປໍລະປັກ​ທີ່​ຂົມ​ຂຶ່ນ ໃນຮອບສອງ​ປີ. ຮອງ​ລັດຖະມົນຕີທ້ອນໂຮມ​ຊາດ ທ່ານ​ຈຸນ
​ເຮ-ຊຸງ ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າ​ວ​ ໃນ​ນະຄອນຫຼວງ​ໂຊ​ລວ່າ ​ເກົາຫລີ​ເໜືອ​ໄດ້​ສະ​ເໜີ
​ທີ່​ຈະ​ສົ່ງ​ຜູ້​ຕາງໜ້າ ທີ່​ເປັນ​ເຈົ້າ​ໜ້າ​ທີ່ລະດັບ​ສູງ ພ້ອມກັບບັນດາ​ນັກ​ກິລາ ​ແລະ​ກອງ
​ເຊຍ​ເຂົ້າ​ຮ່ວມ​ແຂ່ງ​ຂັນ ທີ່​ຈະ​ລີ້​ມຂຶ້ນ​ໃນ​ວັນ​ທີ 9 ກຸ​ມພາ​ຈະ​ມາ​ເຖິງ​ນີ້.

ທ່ານເຈີນ ​ເຮ-ຊຸງ ຍັງ​ກ່າວ​ວ່າ ​ເກົາຫລີ​ໃຕ້​ໄດ້​ສະ​ເໜີ​ໃຫ້ການ​ພົບພໍ້ບັນດາ​ສະມາຊິກ​ຄອບຄົວຄືນອີກ ທີ່​ໄດ້​ພັດ​ພາກຈາກກັນ ​ຕັ້ງ​ແຕ່ສົງ​ຄາມ​ກາງ​ເມືອງ​ປີ 1950 ຫາ 53 ​ທີ່​
ໄດ້​ແບ່ງ​ແຍກເກົາຫຼີເໜືອ ທີ່​ປົກຄອງ​ຜະເດັດການ ​ແລະ​ເກົາຫຼີໃຕ້ທີ່​ປົກຄອງ​ແບບປະ
ຊາທິປະ​ໄຕ​ ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ໜ້າ​ນີ້​ ລະຫວ່າງ​ບຸນປີ​ໃໝ່ທາງຈັນທະຄະຕິ. ທ່ານ​
ກ່າວວ່າ​ ເກົາຫຼີໃຕ້ໄດ້​ສະ​ເໜີ​ໃຫ້​ສອງ​ຝ່າຍ​ເດີນ​ສວນສະ​ໜາ​ມຮ່ວມ​ກັນ ລະຫວ່າງ​ພິທີ
​ເປີດ​ການແຂ່ງຂັນ​ກິ​ລາໂອລິມປິກ​ທີ່ເມືອງ​ພຽງ​ຈາງ.

ການ​ເຈລະຈາດັ່ງກ່າວ​ຈັດ​ຂຶ້ນທີ່ປັນ​ມຸນ​ຈອມ ​ທີ່​ເອີ້ນ​ວ່າບ້ານ​ສະຫງົບ​ເສີກ ທີ່ຕັ້ງຢູ່ໃນ
ເຂດ​ຊາ​ຍ​ແດນ ​ບ່ອນ​ທີ່ມີ​ການ​ເຊັນ​ສັນຍາ​ສະຫງົບ​ເສິກ ໃນການ​ສູ້​ລົບ ​ເມື່ອ​ປີ 1953 ​
ຂອງ​ສົງຄາມ​ເກົາຫລີ​ໄດ້​ສິ້ນ​ສຸດ​ລົງ. ​ໂດຍທາງ​ການ​ແລ້ວທັງ​ສອງ​ປະ​ເທດ​ຍັງຢູ່​ໃນພາ
ວະ​ສົງຄາມ.

ການ​ເຈລະຈາໃນ​ວັນ​ອັງຄານ​ມື້​ນີ້ ແມ່ນ​ໄດ້​ທັບມ້າງສະພາບການກ່ຽວກັບການບໍ່ມີ
ການຕິດຕໍ່ກັນ ທີ່​ມີ​ມາ​ຍາວ​ນານ​ໃນ​ຄວາມ​ສຳພັນ​ເກົາຫລີທີ່ໄດ້ເພີ່ມ​ທະວີ​ຂຶ້ນ​ຍ້ອນ
​ເກົາຫລີ​ເໜືອ ພັດທະນາໂຄງການອາວຸດ​ນິວ​ເຄລຍ​ແລະ​ລູກ​ສອນ​ໄຟ​ຂີ​ປະນາວຸດ​ ​ເພື່ອ
​ທ້າ​ທາຍ​ກັບ​ການ​ລົງ​ໂທດ​ສາກົນ ​ແລະໄດ້ຊຸດໂຊມລົງຕື່ມ ​ຍ້ອນການໃຊ້ຄຳເວົ້າໂຈມຕີ
ກັນ ລະຫວ່າງ​ຜູ້ນຳ​ເກົາຫລີ​ເໜືອ ທ່ານ​ກິມ ຈົງ ອຸນ ແລະ​ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ​
ດໍ​ໂນ​ລ ທຣໍາ.

ທ່ານ​ກິມ ຈົງ ອຸນ ​ໄດ້​ທັບມ້າງສະພາບການດັ່ງກ່າວ​ຢູ່ໃນ​ຄຳ​ປາ​ໄສ ອວຍພອນ​ວັນປີ​ໃໝ່​
ສາກົນ​ ເວລາ​ທ່ານ​ໄດ້​ສະ​ເໜີ​ທີ່​ຈະ​ສົ່ງຄະນະຜູ້ຕາງໜ້າໄປ​ຮ່ວມການແຂ່ງຂັນ​ກິລາ​ໂອ
​ລິ​ມປິກ​ລະດູ​ໜາວ​ ທີ່​ເມືອງ​ພຽງ​ຈາງ.

ປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານ​ມູນ ​ເຈ-ອິນ ຜູ້​ທີ່​ໄດ້​ຊອກ​ຫາ​ຊ່ອງທາງເພື່ອປັບ ປຸງ
ຄວາມສຳພັນກັບເກົາຫຼຼີ​ເໜືອທີ່ເປັນຄູ່ປໍລະປັກນັ້ນ​ໄດ້​ຕອບສະໜອງ​ໂດຍ​ການສະ​ເໜີ
​ໃຫ້​ມີ​ການ​ເຈລະຈາ ​ກັບ​ລັດຖະບານຂອງ​ທ່ານກິມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Koreas Dipolmacy
please wait
Embed

No media source currently available

0:00 0:01:22 0:00

XS
SM
MD
LG