ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຈະເປີດປະຊຸມ ສະພາ ປະຊາຊົນສູງສຸດ


ແຜນທີ່ແຫຼມເກົາຫຼີ
ແຜນທີ່ແຫຼມເກົາຫຼີ

ເກົາຫລີ​ເໜືອ​ປະກາດ​ໃນ​ວັນ​ເສົາ​ນີ້​ວ່າ ຈະ​ມີ​ການ​ປະ​ຊຸມສະພາ​ປະຈຳ​ປີ ໃນ​ເດືອນ​ໜ້າ​
ຊຶ່ງ​ໃກ້​ກັບ​ເວລາ​ຕາມແຜນການ​ທີ່​ຈະ​ສົ່ງ​ລູກ​ສອນໄຟ ຊຶ່ງ​ໄດ້​ມີການ​ປະນາມຢ່າງ​ກວ້າງ
ຂວາງ​ນັ້ນ.

ອົງການ​ຂ່າວສູ​ນກາງຂອງເກົາຫລີ​ເໜືອ ກ່າວ​ວ່າ ສະພາ​ປະຊາຊົນສູງ​ສຸດ​ຈະເປີດ​ກອງ​
ປະຊຸມ​ໃນ​ວັນ​ທີ 13 ​ເມສາ. ພວກນັກວິ​ເຄາະ​ກ່າວ​ວ່າ ມີ​ທ່າ​ທາງ​ວ່າ ສະພາປະຊາຊົນ​
ອາດ​ຈະ​ຊຸກ​ຍູ້ ​ຜູ້​ນໍາຂອງ​ປະ​ເທດ ທ່ານ Kim Jong Un ​ໃຫ້​ຂຶ້ນເປັນປະທານກຳມາ​ທິ
ການປ້ອງ​ກັນ​ຊາດ ຊຶ່ງ​ເປັນ​ໜ້າ​ທີ່ເກົ່າ​ຂອງ​ມື້ລາງບິດາຂອງ​ທ່ານຄືທ່ານ Kim Jong Il
ຜູ້​ທີ່​ໄດ້ເຖິງແກ່​ອະສັນ​ຍະ​ກຳ​ໃນ​ເດືອນ​ທັນວາ​ທີ່​ຜ່ານ​ມານີ້.

ອົງການ​ຂ່າວ​ຂອງ​ເກົາຫຼີ​ເໜືອ​ຍັງ​ນໍາ​ເຜີຍ​ແຜ່​ຖະ​ແຫລ​ງການ​ສະບັບ​ນຶ່ງ ຂອງ​ໂຄສົກກະ
ຊວງການ​ຕ່າງປະ​ເທດ ​ທີ່​ກ່າວ​ວ່າ ການ​ສົ່ງ​ດາວ​ທຽມ “​ແມ່ນ​ການ​ຊົມ​ໃຊ້ສິດທິ​ຢ່າງ​ເປັນ
ເອກ​ກະລາດ ​ແລະ​ຖື​ກຕ້ອງຊອບ​ທຳ ອີງ​ຕາມ​ກົດໝາຍຂອງ​ນາໆ​ຊາດ.”

ສະຫະລັດອາ​ເມ​ລິກາ ຣັດ​ເຊຍ ​ເກົາຫລີ​ໃຕ້ ​ແລະ​ຍີ່​ປຸ່ນ ​ໄດ້​ພາກັນ​ປະ ນາມ​ແຜນການ
ສົ່ງ​ດາວ​ທຽມຂອງ​ເກົາຫຼີ​ເໜືອ​ໂດຍ​ກ່າວ​ວ່າ ມັນ​ຝ່າຝືນຕໍ່​ຄຳ​ສັ່ງຂອງສະຫະ​ປະຊາ​ຊາດ
ທີ່​ຫ້າມ​ບໍ່​ໃຫ້​ເກົາຫລີ​ເໜືອ​ ຍິງ​ທົດ​ລອງ​ ໂດຍ​ໃຊ້ເທັ​ກ​ໂນ​ໂລ​ຈີລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ.

ແມ້ນແຕ່ ຈີນ ຊຶ່ງ​ເປັນພັນ​ທະ​ມິດ​ມາ​ເປັນ​ເວລາ​ດົນ​ນານ​ຂອງພຽງຢາງ ກໍ່​ຍັງ​ສະ​ແດງ​
ຄວາມ​ຜິດ​ຫວັງ​ທີ່​ບໍ່​ຄ່ອຍໄດ້​ເຫັນ​ກັນ. ປັກ​ກິ່ງກ່າວ​ວ່າ​ ຕົນ​ມີຄວາມ​ເປັນ​ຫ່ວງ​ ກ່ຽວ​
ກັບ​ກາ​ນສົ່ງດາວ​ທຽມ​ດັ່ງກ່າວທີ່​ອາດຈະ​ເກີດການລົບ​ກວນຕໍ່​ສັນຕິພາບ​ແລະຄວາມ
ປອດ​ໄພ​ຢູ່ໃນ​ຂົງ​ເຂດ.

XS
SM
MD
LG