ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຍິນດີນຳ ການປະກາດ ຂອງເກົາຫຼີເໜືອ ໃນການປ່ອຍໂຕ ພົນລະເມືອງ ຂອງສະຫະລັດ


ທຸງຊາດເກົາຫຼີເໜືອ ປິວສະບັດ ໃກ້ໆກັບເສັ້ນໜາມໝາກຈັບ ຢູ່ສະຖານທູດ ເກົາຫຼີເໜືອ ປະຈຳ ນະຄອນຫຼວງ ກົວລາລຳເປີ ຂອງມາເລເຊຍ.
ທຸງຊາດເກົາຫຼີເໜືອ ປິວສະບັດ ໃກ້ໆກັບເສັ້ນໜາມໝາກຈັບ ຢູ່ສະຖານທູດ ເກົາຫຼີເໜືອ ປະຈຳ ນະຄອນຫຼວງ ກົວລາລຳເປີ ຂອງມາເລເຊຍ.

ລັດຖະມົນຕີວ່າການຕ່າງປະເທດ​ສະ​ຫະ​ລັດ ທ່ານ ໄມຄ໌ ພອມພຽວ ໄດ້ກ່າວ ຂອບອົກ
ຂອບໃຈ ຕໍ່ເກົາຫຼີເໜືອ ທີ່ໃຫ້ການຮ່ວມມື ໃນການປ່ອຍໂຕ ພົນລະເມືອງຂອງສະຫະລັດ
ຜູ້ນຶ່ງ ຫຼັງຈາກ ເກົາຫຼີເໜືອ ໄດ້ປະກາດວ່າ ຕົນຈະເນ ລະເທດຊາຍຄົນນີ້ ຜູ້ທີ່ໄດ້ຖືກ
ຄວບຄຸມໂຕ ໃນເດືອນຕຸລາຜ່ານມາ ໃນຖານເຂົ້າປະເທດຈາກຈີນ ໂດຍຜິດກົດໝາຍ.

“ສະຫະລັດ ຍິນດີນຳ ການໃຫ້ຄວາມຮ່ວມມື ຂອງ ສາທາລະນະລັດ ປະຊາທິປະໄຕ
ປະຊາຊົນເກົາຫຼີ ແລະ ສະຖານທູດຂອງສະວີເດັນ ໃນການອຳນວຍຄວາມສະດວກ
ເພື່ອປ່ອຍໂຕພົນລະເມືອງຂອງອາເມຣິກາ”
ທ່ານພອມພຽວ ໄດ້ກ່າວ ຢູ່ໃນຖະແຫລງ
ການສະບັບນຶ່ງ ໂດຍໃຊ້ຊື່ທີ່ເປັນທາງການຂອງເກົາຫຼີເໜືອ.

ສະວີເດັນ ເປັນຜູ້ຕາງໜ້າຮັກ​ສາຜົນປະໂຫຍດຂອງສະຫະລັດ ຢູ່ໃນເກົາຫຼີເໜືອ ໃນ​
ຂະ​ນະທີ່​ ສະ​ຫະ​ລັດ ບໍ່​ມີສາຍສຳພັນທາງການທູດ ກັບເກົາຫຼີເໜືອ ນັ້ນ.

ສະຖານະການດັ່ງກ່າວ ແມ່ນໄດ້ຮັບການແກ້ໄຂຢ່າງວ່ອງໄວ ຜິດປົກກະຕິ ອັນເປັນ
ກໍລະນີນຶ່ງ ທີ່ອາດຈະມີຄວາມຫຍຸ້ງຍາກຕໍ່ໄປ ໃນຄວາມພະຍາຍາມໄກ່ເກ່ຍກັນ
ລະຫວ່າງ ສະຫະລັດ ແລະເກົາຫຼີເໜືອ.

ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ນຳພາການທົດລອງອາວຸດຍຸດຖະວິຖີ ຊະນິດໃໝ່ ທີ່ໄດ້ພັດທະນາຂຶ້ນມາ, ໃນພາບນີ້ທີ່ບໍ່ໄດ້ລະບຸເວລາ, ວັນທີ 16 ພະຈິກ 2018, ເປີດເຜີຍໂດຍ ອົງການສູນກາງຂ່າວຂອງເກົາຫຼີເໜືອ ຫຼື້ KCNA.
ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ນຳພາການທົດລອງອາວຸດຍຸດຖະວິຖີ ຊະນິດໃໝ່ ທີ່ໄດ້ພັດທະນາຂຶ້ນມາ, ໃນພາບນີ້ທີ່ບໍ່ໄດ້ລະບຸເວລາ, ວັນທີ 16 ພະຈິກ 2018, ເປີດເຜີຍໂດຍ ອົງການສູນກາງຂ່າວຂອງເກົາຫຼີເໜືອ ຫຼື້ KCNA.

ອົງການຂ່າວ KCNA ທີ່ເປັນທາງການຂອງພຽງງຢາງ ໄດ້ລາຍງານໃນວັນສຸກວານນີ້
ວ່າ ຊາຍສະຫະລັດຄົນນັ້ນ ຈະຖືກເນລະເທດ. ອົງການຂ່າວນີ້ ໄດ້ເວົ້າ ວ່າ “ໃນຂະນະ
ທີ່ຖືກສອບຖາມຢູ່ນັ້ນ ຜູ້ກ່ຽວ ໄດ້ກ່າວວ່າ ລາວໄດ້ເຂົ້າມາໃນປະເທດ ຢ່າງຜິດ
ກົດໝາຍ ພາຍໃຕ້ຄຳສັ່ງຂອງ ອົງການສູນກາງສືບລັບ CIA ຂອງ ສະຫະລັດ.”

ມັນບໍ່ເປັນທີ່ຈະແຈ້ງເທື່ອວ່າ ໃນເວລາໃດ ທີ່ຊາຍຄົນດັ່ງກ່າວ ຈະຖືກເນລະເທດ.

ນອກນັ້ນ ໃນມື້ວັນສຸກວານນີ້ ອົງການຂ່າວ KCNA ຍັງໄດ້ປະກາດວ່າ ຜູ້ນຳເກົາຫຼີເໜືອ
ທ່ານ ກິມ ຈົງ ອຶນ ໄດ້ກວດສອບເບິ່ງ ອາວຸດຊະ​ນິດໃໝ່ອັນນຶ່ງ ຢ່າງເປີດເຜີຍເປັນຄັ້ງ
ທຳອິດ ໃນເກືອບນຶ່ງປີ ຊຶ່ງໄດ້ສົ່ງສັນຍານທີ່ຂັດແຍ້ງກັນ ຕໍ່ສະຫະລັດ ໃນເວລາທີ່
ການເຈລະຈາເລື້ອງອາວຸດພວມ​ມີ​ຄວາມ​ສຳ​ຄັນ.

ພາບທີ່ໄດ້ຖືກເປີດເຜີຍໂດຍສື່ມວນຊົນຂອງທາງການ ສະແດງໃຫ້ເຫັນວ່າ ທ່ານ ກິມ
ຢືນຢູ່ຫາດຊາຍ ​ຫ້ອມລ້ອມດ້ວຍບັນດາເຈົ້າໜ້າທີ່ ທີ່ໃສ່ຊຸດທະຫານ ແຕ່ບໍ່ເຫັນມີ
ອາວຸດໃດໆເລີຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG