ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫລີ​ເໜືອ​ ເວົ້າ​ວ່າ ຈະ​ເນ​ລະ​ເທດ ​ຄົນ​ອາ​ເມ​ຣິ​ກັນ​ ຜູ້​ນຶ່ງ ທີ່​ເຂົ້າ​ປະ​ເທດ ຢ່າງ​ຜິດ​ກົດ​ໝາຍ


ທຸງເກົາ​ຫລີ​ເໜືອປີວ​ສະ​ບັດ ຢູ່​ຂ້າງກໍ່​ໜ​ມາ​ໝາກ​ຈັບ ທີ່​ລ້ອມ​ສະ​ຖານ ເອກ​ອັກ​ຄະ​ລັດ​ຖະ​ທູດ ເກົາ​ຫລີ​ເໜືອ ຢູ່​ນະ​ຄອນ ກົວ​ລາ​ລຳ​ເປີຣ໌ ຂອງ​ມາ​ເລ​ເຊຍ.
ທຸງເກົາ​ຫລີ​ເໜືອປີວ​ສະ​ບັດ ຢູ່​ຂ້າງກໍ່​ໜ​ມາ​ໝາກ​ຈັບ ທີ່​ລ້ອມ​ສະ​ຖານ ເອກ​ອັກ​ຄະ​ລັດ​ຖະ​ທູດ ເກົາ​ຫລີ​ເໜືອ ຢູ່​ນະ​ຄອນ ກົວ​ລາ​ລຳ​ເປີຣ໌ ຂອງ​ມາ​ເລ​ເຊຍ.

ເກົາ​ຫລີ​ເໜືອ​ເວົ້າ​ວ່າ ຕົນ​ຈະ​ເນ​ລະ​ເທດ​ຄົນ​ສັນ​ຊາດ​ອາ​ເມ​ຣິ​ກັນ​ຜູ້​ນຶ່ງ ທີ່​ຖືກ​ກັກ​ຂັງ​ໃນ
​ເດືອນ​ຕຸ​ລາ​ຜ່ານ​ມາ ຍ້ອນ​ໄດ້​ເຂົ້າ​ໄປ​ໃນ​ປະ​ເທດ​ດັ່ງ​ກ່າວ ໂດຍ​ຜ່ານ​ຈີນຢ່າງ​ຜິດ​ກົດ
​ໝາຍນັ້ນ. ​

ເຈົ້າ​ໜ້າ​ທີ່ ອົງ​ການ​ຂ່າວສູນ​ກາງ​ KCNA ຂອ​ງ​ລັດ​ຖະ​ບານພຽງ​ຢາງລາຍ​ງານ​ໃນ​ວັນ​ສຸກ
ມື້ນີ້​ວ່າ “ໃນ​ໄລ​ຍະ​ທີ່​ຢູ່​ໃນ​ການ​ສອບ​ສວນນັ້ນ ຜູ້​ກ່ຽວ​ເວົ້າ​ວ່າຕົນ​ໄດ້​ເຂົ້າ​ໄປໃນ​ປະ​ເທດ
​ຢ່າງ​ຜິດ​ກົດ​ໝາຍ ພາຍ​ໃຕ້​ຄຳ​ສັ່ງ​ຂອງອົງ​ການ​ສືບ​ລັບ ຫລື ຊີ​ໄອ​ເອ ຂອງ​ສະ​ຫະ​ລັດ.”

ຍັງບໍ່​ເປັນ​ທີ່​ຈະ​ແຈ້ງ​ໃນ​ທັນ​ທີ ທັນ​ໃດ​ເທື່ອ​ວ່າ ຊາຍ​ຄົນ​ນັ້ນ ຈະ​ຖືກ​ເນ​ລະ​ເທດ​ຕອນ​ໃດ​ແທ້.

ໃນ​ເວ​ລາ​ຜ່ານ​ມາ​ບໍ່​ດົນ​ນີ້ ເກົາ​ຫລີ​ເໜືອ​ໄດ້​ເຄັ່ງ​ຄັດ​ຂຶ້ນ​ກ່ຽວ​ກັບ​ການ​ກັກ​ຂັງ​ພົນ​ລະ​ເມືອງ
​ສະ​ຫະ​ລັດ ທີ່​ຕາມ​ປົກ​ກະ​ຕິ​ແລ້ວ​ ມີ​ແຕ່​ຖືກ​ປ່ອຍ​ຕົວ ພາຍ​ຫລັງ​ທີ່​ມີ​ການ​ສົ່ງ​ນັກ​ການ​ເມືອງ
ສະ​ຫະ​ລັດ ໄປ​ຮຽກເອົາ​ເຂົາ​ເຈົ້າມາ​ເທົ່າ​ນັ້ນ. ພວກ​ຖືກ​ຈັບ​ຊຶ່ງ​ຕາມປົກ​ກະ​ຕິ​ແລ້ວ ແມ່ນ​ຖືກ
​ປ່ອຍ​ໂດຍ​ທີ່​ຍັງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ດີ​ຢູ່.

ແຕ່ຢ່າງ​ໃດ​ກໍ​ຕາມ ໃນ​ກໍ​ລະ​ນີ​ຂອງ​ທ້າວ ອອດ​ໂຕ ວາມ​ບີ​ເອີ, ນັກ​ສຶກ​ສາ​ໃນ​ມະ​ຫາ​ວິ​ທະ​ຍາ​
ໄລ​ຄົນ​ນຶ່ງ​ໃນ​ສະ​ຫະ​ລັດ ແມ່ນບໍ່​ເປັນ​ແນວນັ້ນ. ລາວ​ຖືກ​ປ່ອຍ​ຕົວ​ຢູ່​ໃນ​ສະ​ພາບ​ທີ່ຊຸດ​ໂຊມ
​ປານ​ຜັກ ໃນ​ປີ​ກາຍນີ້ ພາຍ​ຫລັງ​ທີ່​ໄດ້​ຖືກ​ກັກ​ຂັງ​ເປັນ​ເວ​ລາ 17 ເດືອນ ແລະ​ເສຍ​ຊີ​ວິດ​
ໃນ​ເວ​ລາ​ບໍ່​ພໍ​ເທົ່າ​ໃດ​ມື້ ​ຕໍ່​ຈາກນັ້ນ.

ການ​ຕັດ​ສິນ​ໃຈ​ທີ່​ຈະ​ເນ​ລະ​ເທດ​ພົນ​ລະ​ເມືອງ​ສະ​ຫະ​ລັດ ທີ່​ຖືກ​ຈັບ​ເກືອບ​ໝົດ​ທຸກ​ຄົນ​ເມື່ອ
​ມໍ່ໆມານີ້ ອາດ​ຈະ​ເປັນ​ຮ່ອງ​ຮອຍ​ເພື່ອ​ສົ່ງ​ສັນ​ຍານບອກວ່າ ເກົາ​ຫລີ​ເໜືອ ຢາກ​ຈະ​ສືບ​ຕໍ່​
ຮັກ​ສາ​ການ​ພົວ​ພັນ​ທີ່​ຕົນ​ໄດ້​ເລີ້ມ​ດຳ​ເນີນ​ມາ​ກັບ​ສະ​ຫະ​ລັດ​ແລ້ວນັ້ນ. ໃນ​ເດືອນ​ມິ​ຖຸ​ນາ
​ຜ່ານ​ມາຜູ້​ນຳເກົາ​ຫລີ​ເໜືອ ທ່ານ ກິມ ຈົງ ອຶນ ແລະ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ​ທ​ຣຳຂອງ​
ສະ​ຫະ​ລັດ ໄດ້ຈັດ​ກອງ​ປະ​ຊຸມ​ສຸອດຍອດ ຢ່າງ​ເປັນ​ປະ​ຫວັດ​ການ​ ​ຢູ່​ສິງ​ກະ​ໂປ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG