ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ອະນຸຍາດໃຫ້ ຄະນະຜູ້ແທນຈີນ ໄປຢ້ຽມຢາມ ເພື່ອເຂົ້າຊົມການເດີນສວນສະໜາມ


ໃນຮູບທີ່ຖ່າຍໃນນະຄອນຫຼວງພຽງຢາງ, ເກົາຫຼີເໜືອ, ວັນທີ 19 ກໍລະກົດ 2023 ນີ້, ປະຊາຊົນ ພາກັນເຂົ້າຊົມງານສະແດງຮູບພາບແຫ່ງຊາດ ຢູ່ທີ່ຫໍວັດທະນະທໍາປະຊາຊົນ ເພື່ອສະເຫຼີມສະຫຼອງຄົບຮອບ 70 ປີ ຂອງການສິ້ນສຸດສົງຄາມເກົາຫຼີ.
ໃນຮູບທີ່ຖ່າຍໃນນະຄອນຫຼວງພຽງຢາງ, ເກົາຫຼີເໜືອ, ວັນທີ 19 ກໍລະກົດ 2023 ນີ້, ປະຊາຊົນ ພາກັນເຂົ້າຊົມງານສະແດງຮູບພາບແຫ່ງຊາດ ຢູ່ທີ່ຫໍວັດທະນະທໍາປະຊາຊົນ ເພື່ອສະເຫຼີມສະຫຼອງຄົບຮອບ 70 ປີ ຂອງການສິ້ນສຸດສົງຄາມເກົາຫຼີ.

ເກົາຫຼີເໜືອ ກໍາລັງວາງແຜນ ເພື່ອຈັດການສະເຫຼີມສະຫຼອງ ຄົບຮອບ ການສະ ຫງົບເສິກໃນສົງຄາມເກົາຫຼີ “ຄັ້ງໃຫຍ່” ພາຍໃນອາທິດນີ້ ເຊິ່ງຈະເຂົ້າຮ່ວມງານດັ່ງກ່າວໂດຍນັກການທູດຂອງຈີນ, ໂດຍຮູ້ວ່າເປັນຜູ້ທີ່ມາຢ້ຽມຢາມຈາກຕ່າງປະ ເທດຜູ້ທໍາອິດ ນັບຕັ້ງແຕ່ປິດຊາຍແດນມາໃນຊ່ວງການລະບາດໃຫຍ່ ປີ 2020 ຂອງພຽງຢາງ, ອີງຕາມລາຍງານຂອງອົງການຂ່າວ AFP.

ສື່ມວນ​ຊົນຂອງລັດຖະບານກ່າວວ່າ ພຽງຢາງ ຈະຈັດງານສະເຫຼີມສະຫຼອງຄົບ ຮອບ 70 ປີ ນັບຕັ້ງແຕ່ມີການເຊັນສັນ​ຍາສະຫງົບເສິກ, ໂດຍຮັບຮູ້ວ່າ ເປັນວັນແຫ່ງໄຊຊະນະຂອງເກົາຫຼີເໜືອ, ເປັນຄວາມ “ຍິ່ງໃຫຍ່ ທີ່ຈະຖືກຈາລຶກລົງໃນປະຫວັດສາດ.”

ອົງການຂ່າວສູນກາງຂອງ​ທາງ​ການເກົາຫຼີເໜືອ ຫຼື KCNA ລາຍງານ, ແລະ ປັກກິ່ງ ໄດ້ຢືນຢັນໄປແລ້ວວ່າ ຄະນະຜູ້ແທນຂອງຈີນ ເຊິ່ງນໍາໂດຍສະມາຊິກ​ກົມ​ການ​ເມືອງ​ສູນ​ກາງ​ຂອງ​ພັກ ທ່ານລີ ຮົງຊົງ (Li Hongzhong) ຈະເດີນ ທາງໄປເກົາຫຼີເໜືອ ເພື່ອຮ່ວມງານດັ່ງກ່າວນີ້ ເຊິ່ງຮູ້ວ່າເປັນຜູ້ຢ້ຽມຢາມທໍາອິດ ໂດຍຄະນະຜູ້ແທນຕ່າງປະເທດ ນັບຕັ້ງແຕ່ເລີ້ມຕົ້ນການລະບາດໃຫຍ່ຂອງພະຍາດໂຄວິດ.

ໃນຈໍໂທລະພາບ ສະແດງໃຫ້ເຫັນແຟ້ມຮູບການຍິງລູກສອນໄຟຂອງເກົາຫຼີເໜືອ ໃນລະຫວ່າງການລາຍງານຂ່າວ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 2໌5 ກໍະກົດ 2023.
ໃນຈໍໂທລະພາບ ສະແດງໃຫ້ເຫັນແຟ້ມຮູບການຍິງລູກສອນໄຟຂອງເກົາຫຼີເໜືອ ໃນລະຫວ່າງການລາຍງານຂ່າວ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 2໌5 ກໍະກົດ 2023.

ເກົາຫຼີເໜືອ, ຢູ່ພາຍໃຕ້ການປິດຕົນເອງຢ່າງເຂັ້ມງວດເນື່ອງຈາກໄວຣັສໂຄໂຣນາ ນັບຕັ້ງແຕ່ປີ 2020 ເພື່ອປ້ອງກັນຕົນເອງຈາກພະຍາດ COVID-19, ໂດຍຍັງໄດ້ປ້ອງກັນປະຊາຊົນຂອງຕົນເອງ ບໍ່ໃຫ້ເຂົ້າປະເທດນໍາອີກດ້ວຍ.

ເກົາຫຼີເໜືອ ພຽງແຕ່ກັບມາດໍາເນີນການຄ້າຂາຍກັບ ຈີນ ໃນປີແລ້ວນີ້ ແລະໄດ້ອະນຸຍາດໃຫ້ນັກການທູດຄົນໃໝ່ຂອງປັກກິ່ງ ເຂົ້າມາປະຈໍາການໃນຕົ້ນປີນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG