ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີເໜືອ ທົດລອງ ຫົວລູກຈະຫຼວດໃໝ່


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ຢືນກັບນາຍພົນ ສະຫະລັດ ທ່ານ Vincent K. Brooks (ທີສາມຈາກຂວາ) ແລະ ນາຍພົນ Leem Ho-young (ສາມຈາກຊ້າຍ), ໃນຂະນະທີ່ທະຫານ ເກົາຫຼີເໜືອ ແນມເບິ່ງຝັ່ງ ເກົາຫຼີໃຕ້ ໃນບ້ານທີ່ຕັ້ງຢູ່ເຂດ
ຊາຍແດນ Panmunjom, ເຊິ່ງໄດ້ແບ່ງ ແຍກສອງປະເທດ
ເກົາຫຼີ ອອກຈາກກັນ ນັບຕັ້ງແຕ່ສົງຄາມ ເກົາຫຼີ,
17 ມີນາ, 2017.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ຢືນກັບນາຍພົນ ສະຫະລັດ ທ່ານ Vincent K. Brooks (ທີສາມຈາກຂວາ) ແລະ ນາຍພົນ Leem Ho-young (ສາມຈາກຊ້າຍ), ໃນຂະນະທີ່ທະຫານ ເກົາຫຼີເໜືອ ແນມເບິ່ງຝັ່ງ ເກົາຫຼີໃຕ້ ໃນບ້ານທີ່ຕັ້ງຢູ່ເຂດ ຊາຍແດນ Panmunjom, ເຊິ່ງໄດ້ແບ່ງ ແຍກສອງປະເທດ ເກົາຫຼີ ອອກຈາກກັນ ນັບຕັ້ງແຕ່ສົງຄາມ ເກົາຫຼີ, 17 ມີນາ, 2017.

ອົງການຂ່າວສານທາງການ KCNA ກ່າວໃນວັນອາທິດມື້ນີ້ວ່າ ເກົາຫຼີເໜືອ ໄດ້ທົດລອງ ຫົວລູກຈະຫຼວດທີ່ມີກຳລັງແຮງອັນໃໝ່.

Kim Jong Un ຜູ້ນຳເກົາຫຼີເໜືອກ່າວວ່າ ການທົດລອງດ່ັງກ່າວໄດ້ຮັບຜົນສຳເລັດ ແລະ “ເນັ້ນຢໍ້າວ່າ ອີກບໍ່ດົນ ໂລກກໍຈະຮັບຮູ້ ຄວາມສຳຄັນທີ່ຍິ່ງໃຫຽ່ແຫ່ງຍຸກທີ່ມີໄຊຊະນະ ທີ່ພວກພວກເຮົາບັນລຸໃນມື້ນີ້ ດັ່ງທີ່ KCNAໄດ້ລາຍງານໄປນັ້ນ."

ການທົດລອງດັ່ງກ່າວປະກອບດ້ວຍ ການຍິງຫົວຈະຫຼວດ ເວລາມັນຕິດຕັ້ງຢູ່ກັບໜ້າດິນ ບໍ່ໄດ້ຜັກດັນລູກສອນໄຟອອກໄປ. ອີງຕາມຂ່າວສານ KCNA ນັ້ນແມ່ນວ່າ ການຍິງດັ່ງ ກ່າວໄດ້ມີຂຶ້ນຢູ່ຖານສົ່ງຈະຫຼວດ Tongchang-ri ໄກ້ກັບຊາຍແດນທາງພາກເໜືອ ຕິດ ກັບປະເທດ ຈີນ ຊຶ່ງເວົ້າວ່າ ຄິມ ຈອງ ອຶນ ໄດ້ໄປເບິ່ງ “ຕອນປະກອບ ແລະ ອອກຄຳ
ສັ່ງໃຫ້ເລີ່ມທຳການທົດລອງ”
ໃນຕອນຕາເວັນຂຶ້ນ.

ຢູ່ໃນເຂດແຫ່ງດຽວກັນນີ້ ພຽງຢາງ ໄດ້ສົ່ງດາວທຽມຂຶ້ນສູ່ອາວະກາດໃນເດືອນກຸມພາ ປີ
2016 ໂດຍໃຊ້ເທັກໂນໂລຈີລູກສອນໄຟຂ້າມທະວີບທີ່ຖືກຫ້າມ.

ອົງການຂ່າວສານຂອງລັດ ທີ່ອ້າງຄຳເວົ້າຂອງ ຄິມ ຈອງ ອຶນ ແມ່ນວ່າ “ຫົວຈະຫຼວດທີ່
ໃຊ້ກຳລັງແຮງນີ້ ຈະຊ່ອຍປະກອບເຂົ້າກັນ ພື້ນຖານຂອງວິທຍາສາດແລະເທັກໂນ
ໂລຈີ ເພື່ອໃຫ້ທຽບເທົ່າກັບລະດັບດາວທຽມຂອງໂລກທີ່ສາມາດສົ່ງຂຶ້ນໄປ ນອກຮ່ວງ
ອາວະກາດ.”
ນອກຈາກນັ້ນແລ້ວ ອັນນີ້ ຍັງສະແດງໃຫ້ເຫັນວ່າ ການທົດລອງຫົວລະ
ເບີດນີ້ ມີທ່າທາງວ່າຈະໃຊ້ສຳລັບການຍິງລູກສອນໄຟໄລຍະໄກນຳ.

ທ່ານ Rex Tillersonລມຕ ຕ່າງປະເທດ ສະຫະລັດ ໄດ້ເວົ້າເນັ້ນ ໃນວັນເສົາວານນີ້ ໃນ
ລະຫວ່າງການຢ້ຽມຢາມຈີນ ເຖິງຄວາມຈຳເປັນເຖິງວິທີໃໝ່ ໃນການຮັບມືກັບການທ້າ
ທາຍດ້ານນິວເຄຼຍຂອງເກົາຫຼີເໜືອທີ່ເຕີບໂຕຂຶ້ນເລື້ອຍໆ ແລະ ເນັ້ນຢໍ້າເຖິງຄວາມປາຖະ
ໜາຂອງ ສະຫະລັດ ທີ່ຈະພິຈາລະນາເຖິງທາງເລືຶອກຕ່າງໆໃນການຮັບມືກັບນະໂຍບາຍ
ຮຸກຮານທາງທະຫານຂອງ ເກົາຫຼີເໜືອ ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG