ເກົາຫລີເໜືອ ຂູ່ທີ່ຈະຖອນຜູ້ແທນຂອງຕົນອອກຈາກການແຂ່ງ
ຂັນກິລາເອຊ່ຽນເກມ ທີ່ມີກຳນົດ ຈະເລີ້ມຂື້ນ ຢູ່ເກົາຫລີໃຕ້ ໃນ
ທ້າຍປີນີ້ ຫລັງຈາກການເຈລະຈາ ກ່ຽວກັບການເຂົ້າຮ່ວມຂອງ
ເກົາຫລີເໜືອ ໄດ້ແຕກຫັກລົງ ໃນອາທິດນີ້.
ອົງການຂ່າວສູນກາງ ຂອງທາງການເກົາຫລີເໜືອ ກ່າວວ່າ ບັນ
ດາເຈົ້າໜ້າທີ່ ເກົາຫລີໃຕ້ໄດ້ຮຽກຮ້ອງຢ່າງຕໍ່ເນຶ່ອງ “ແບບໄຮ້ສາ
ລະ” ໃນການເຈລະຈາກັນ ໃນມື້ວັນພະຫັດວານນີ້ ຢູ່ທີ່ບ້ານຊາຍ
ແດນ Panmunjom.
ໂດຍສະເພາະແລ້ວ ອົງການຂ່າວສູນກາງ ຂອງເກົາຫລີເໜືອ
ກ່າວວ່າ ເກົາຫຼີໃຕ້ໄດ້ຕິຕຽນພຽງຢາງວ່າ ສົ່ງນັກກິລາຫລາຍເກີນໄປ ເພື່ອເຂົ້າຮ່ວມການແຂ່ງຂັນດັ່ງກ່າວ ແລະຍັງກ່າວອີກວ່າ ເກົາຫລີໃຕ້ໄດ້ພະຍາຍາມຈຳກັດຈຳນວນທຸງຂອງ ເກົາຫລີເໜືອ ທີ່ຈະນຳມາປັກຢູ່ໃນພິທີການແຂ່ງຂັນ.
ບັນດາເຈົ້າໜ້າທີ່ເກົາຫລີໃຕ້ ໄດ້ປະຕິເສດໃນວັນສຸກມື້ນີ້ວ່າ ບໍ່ໄດ້ຮຽກຮ້ອງແບບ ນັ້ນແລ້ວ ແລະກ່າວວ່າ ເຂົາເຈົ້າພຽງແຕ່ພະຍາຍາມຢາກຮູ້ລາຍລະອຽດເພີ້ມຕື່ມ ກ່ຽວກັບຈຳນວນ
ຂອງຜູ້ແທນເກົາຫລີເໜືອ ທີ່ຈະມາຮ່ວມໃນການແຂ່ງຂັນ.
ການເຈລະຈາຊຶ່ງຄາດວ່າ ຈະເນັ້ນໜັກໃສ່່ບັນຫາດ້ານພະລາທິການຕ່າງໆສຳລັບ ຄະນະຜູ້ຕາງໜ້າເກົາຫລີເໜືອ ໂດຍມີລາຍງານວ່າ ຕົກລົງກັນບໍ່ໄດ້ກ່ຽວກັບວ່າ ແມ່ນໃຜເປັນຜູ້
ໃຊ້ຈ່າຍ ສຳລັບການເດີນທາງຂອງເກົາຫລີເໜືອ.
ເກົາຫລີໃຕ້ ຊຶ່ງແຕ່ໃດໆມາ ແມ່ນເປັນໃຊ້ຈ່າຍ ໃຫ້ແກ່ຄະນະຜູ້ຕາງໜ້າກົາຫລີເໜືອ ເຖິງ
ແມ່ນເຈົ້າໜ້າທີ່ເກົາຫລີໃຕ້ ກ່າວວ່າ ໃນທີ່ສຸດເຂົາເຈົ້າກໍຢາກໃຫ້ເກົາ ຫລີເໜືອ ເປັນຜູ້ຈ່າຍ
ເອງ ເພື່ອໃຫ້ເປັນທີ່ສອດຄ່ອງກັບມາດຕະຖານສາກົນ.
ກ່ອນໜ້ານີ້ ພຽງຢາງໄດ້ປະກາດວ່າ ຕົນມີແຜນຈະສົ່ງນັກກິລາ 150 ຄົນແລະຄະນະກອງ ເຊຍໄປຮ່ວມການແຂ່ງຂັນກິລາກິລາເອຊ່ຽນເກມ ທີ່ຈະຈັດຂື້ນໃນທ້າຍເດືອນກັນຍາ ຫາຕົ້ນເດືອນຕຸລາ ທີ່ເມືອງ Incheon ໃນເກົາຫຼີໃຕ້.