ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີເໜືອ ຂົ່ມຂູ່ ຈະຍົກເລີກ ການເຕົ້າໂຮມ ຄອບຄົວ ທີ່ ພັດພາກ (ວີດີໂອ)


ຊາວເກົາຫລີໃຕ້ ລຸງ Yun Sang-in (ຊ້າຍ) ກອດຈູບ ອ້າຍ ຂອງລາວ ລຸງ Yun Tae Young ຢູ່ ເກົາຫລີເໜືອ ໃນພິທີ ທ້ອນໂຮມຄອບຄົວ ປີ 2010.
ຊາວເກົາຫລີໃຕ້ ລຸງ Yun Sang-in (ຊ້າຍ) ກອດຈູບ ອ້າຍ ຂອງລາວ ລຸງ Yun Tae Young ຢູ່ ເກົາຫລີເໜືອ ໃນພິທີ ທ້ອນໂຮມຄອບຄົວ ປີ 2010.
ເກົາຫລີ​ເໜືອ ຂົ່ມຂູ່​ທີ່​ຈະ​ຍົກເລີກ ການພົບພໍ້ເຕົ້າໂຮມຂອງຄອບ
ຄົວທີ່ພັດພາກຈາກກັນໃນປາງສົງຄາມທີ່ຕົນຫາກໍປະກາດໄປກັບ
ເກົາຫຼີໃຕ້ ຖ້າ​ຫາກ​ກຸງ​ໂຊ​ລແລະ​ກຸງ​ວໍ​ຊິງ​ຕັນຍັງດຳເນີນການຕໍ່ໄປ
ໃນການຊ້ອມ​ລົບຮ່ວມ​ທາງ​ທະຫານ ທີ່​ຈະ​ມີ​ຂຶ້ນໃນໄວໆ​ນີ້.

ການ​ຂົ່ມຂູ່ນີ້ ມີ​ຂຶ້ນ​ນຶ່ງ​ມື້​ ຫລັງ​ຈາກກຸງ​ພຽງ​ຢາງແລະ​ກຸງ​ໂຊ​ລ​ຕົກ
ລົງ​ທີ່​ຈະ​ຈັດໃຫ້ມີ ການພົບພໍ້ ເຕົ້າໂຮມຄອບຄົວ ທີ່​ໄດ້​ພັດພາກ​
ຈາກ​ກັນ ​ຍ້ອນສົງຄາມ​ເກົາຫລີ ໃນ​ປີຊຸມປີ 1950 ຂຶ້ນໃນທ້າຍ
ເດືອນນີ້ ອັນເປັນຮ່ອງຮອຍ ທີ່ບໍ່ຄ່ອຍເຫັນກັນ ໃນການຮ່ວມມື
ລະຫວ່າງສອງເກົາຫຼີ.

ຢູ່​ໃນ​ລາຍການ​ໂທລະພາບຂອງລັດຖະບານ ​ໃນ​ວັນ​ພະຫັດ​ມື້​ນີ້ ໄດ້ມີການອ້າງຄຳເວົ້າຂອງ
ຄະນະ​ກໍາມາທິການປ້ອງ​ກັນ​ປະ​ເທດເກົາຫລີ​ເໜືອ ທີ່ກ່າວວ່າ ການ​ຊ້ອມ​ລົບ ແມ່ນບໍ່ສອດ
ຄ່ອງ ກັບການປັບປຸງຄວາມສໍາພັນ​ ລະຫວ່າງ​ເກົາຫລີ.

ຄະນະກຳມາທິການກ່າວວ່າ “ພວກ​ເຮົາ​ຂໍກ່າວ​ຢ່າງຈະ​ແຈ້ງ​ວ່າ ການ​ສົນທະນາແລະ​ການ
ຊ້ອມ​ລົບທີ່ມີລັກສະນະແບບຮຸກຮານຈະບໍ່​ສາມາດ​ຢູ່ຮ່ວມ​ກັນ​ໄດ້ດັ່ງດຽວກັນກັບການ​ສ້າງ
ຄວາມປອງດອງຊາດ ​ແລະ​ການ​ຂັດ​ແຍ້​ງຈະ​ບໍ່​ສາມາດ​ຢູ່​ຮ່ວມ​ກັນ​ໄດ້ນັ້ນ.”

​ຖະ​ແຫລ​ງການຂອງເກົາຫຼີເໜືອຍັງ​ໄດ້​ປະນາມສະຫະລັດທີ່​ຖືກກ່າວຫາວ່າ​ສົ່ງ​ເຮືອບິນ​ຖີ້ມ
ລະ​ເບີດ B-52 ​ໄປຍັງ​ເກົາຫລີ​ໃຕ້ ໃນ​ວັນ​ພຸດ​ວານ​ນີ້ ​ໃນ​ຂະນະ​ທີ່ການ​ເຈລະຈາ ​ລ​ະຫວ່າງ
ກຸງ​ໂຊ​ລແລະ​ກຸງ​ພຽງ​ຢາງ ດໍາ​ເນີນ​ຢູ່​ນັ້ນ.

ສະຫະລັດ ບໍ່ໄດ້ໃຫ້ຄວາມເຫັນ​ໃດໆ​ຕໍ່ການ​ກ່າວ​ຫາ​ຂອງເກົາຫລີ​ເໜືອກ່ຽວກັບເລື່ອງເຮືອ ບິນຖິ້ມ​ລະ​ເບີດ B-52 ຊຶ່ງ​ຜ່ານ​ມາກໍເຄີຍມີການສົ່ງເຮືອບິນດັ່ງກ່າວ ໄປຍັງເກົາຫລີໃຕ້ ​ໃນ ລະຫວ່າງການ​ຊ້ອມລົບ ທີ່ມີຂຶ້ນເປັນປົກກະຕິນັ້ນ.

​ແຕ່​ອົງການ​ຂ່າວ Yonhap ຂອງ​ເກົາຫລີ​ໃຕ້ ​ໄດ້​ອ້າງ​ຄໍາ​ເວົ້າ​ແຫ​ລ່ງຂ່າວທາງທະຫານຂອງ​
ກຸງ​ໂຊ​ລ ທີ່​ກ່າວ​ວ່າ ​ເຮືອບິນ​ຖີ້ມລະ​ເບີດ​ລໍາ​ນຶ່ງ ​ໄດ້​ບິນ​ເຂົ້າຮ່ວມ ການຊ້ອ​ມລົບ​ ໃນ​ວັນ​ພຸດ​ວານ​ນີ້.

ຂະນະດຽວກັນ ທ່ານ Kim Min-seok ໂຄສົກກະຊວງປ້ອງກັນປະເທດເກົາຫຼີໃຕ້ ຢືນຢັດ
ວ່າ ກຸງໂຊລແມ່ນເດັດດ່ຽວ ແລະຈະບໍ່ຍົກເລີກ ການຊ້ອມລົບຮ່ວມໃນເດືອນນີ້.

Koreas Reunion
please wait
Embed

No media source currently available

0:00 0:00:10 0:00
XS
SM
MD
LG