ເກົາຫລີເໜືອ ໄດ້ຂົ່ມຂູ່ທີ່ຈະ “ໃຊ້ມາດຕະການຮັບມືຢ່າງແຂງ
ຂັນ” ຕໍ່ເກົາຫລີໃຕ້ ຖ້າຫາກວ່າກຸງໂຊລເຂົ້າຮ່ວມໂດຍກົງໃນ
ມະຕິສະບັບໃໝ່ຂອງສະຫະປະຊາຊາດ ທີ່ເພີ້ມທະວີການລົງ
ໂທດຕໍ່ພຽງຢາງ ນັ້ນ.
ຖະແຫລງສະບັບນຶ່ງທີ່ນຳອອກເຜີຍແຜ່ໃນວັນສຸກມື້ນີ້ ໂດຍຄະນະກໍາມະການທ້ອນໂຮມປິຕຸພູມຢ່າງສັນຕິຂອງເກົາຫຼີເໜືອ ເຕືອນວ່າ ການລົງໂທດເຫຼົ່ານີ້ ແມ່ນໝາຍຄວາມວ່າ ສົງຄາມ ແລະການປະກາດສົງຄາມ ຕໍ່ຕ້ານພຽງຢາງ. ນອກນັ້ນຖະແຫລງການຍັງຂົ່ມ ຂູ່ທີ່ຈະຍຸຕິທຸກ ການເຈລະຈາຫາກັບທຸກໆຝ່າຍກ່ຽວກັບການລົ້ມເລີກໂຄງການນິວເຄລຍ.
ໃນວັນພຸດທີ່ຜ່ານມານີ້ ສະພາຄວາມໝັ້ນຄົງສະຫະປະຊາຊາດມີ
ຄວາມ ເຫັນຢ່າງເປັນເອກກະສັນປະນາມການຍິງລູກສອນໄຟຂອງເກົາຫລີເໜືອໃນເດືອນ
ທັນວາຜ່ານມານັ້ນວ່າ ເປັນລະເມີດຕໍ່ການລົງໂທດທີ່ມີຢູ່ແລ້ວນັ້ນທີ່ຫ້າມບໍ່ໃຫ້ເກົາຫຼີເໜືອພັດທະນາລູກສອນໄຟ ແລະເທັກໂນໂລຈີນິວເຄລຍ.
ເກົາຫລີເໜືອ ໄດ້ຕອບໂຕ້ຄືນ ໃນວັນພະຫັດວານນີ້ ໂດຍກ່າວວ່າ ຕົນຈະທຳການທົດລອງ ອາວຸດນິວເຄລຍຄັ້ງທີ່ສາມແລະຈະຍິງລູກສອນໄຟ ຕື່ມອີກ.