ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມີນາ ໒໐໒໓

ເກົາຫຼີເໜືອ ຂົ່ມຂູ່ທີ່ຈະຕອບໂຕ້ ຖ້າເກົາຫຼີໃຕ້ ປ່ອຍລູກໂປ່ງ ພ້ອມກັບ ດີວີດີຮູບເງົາເລື້ອງ "The Interview"


ນາຍ Dennis Lavalle ຖືປີ້ ແລະປ້າຍຄຳຂວັນ ຮູບເງົາ "The Interview" ທີ່ສະແດງໂດຍ Seth Rogen ແລະ James Franco.

ກອງທັບ​ເກົາຫຼີ​ເໜືອໄດ້​ຂົ່ມຂູ່​ ທີ່​ຈະ​ຍິງ​ພວກ​ລູກ​ໂປ່​ງ ຫຼື balloons
ທີ່​ພວກ​ນັກ​ເຄື່ອນ​ໄຫວ​ເກົາຫຼີ​ໃຕ້ ວາງ​ແຜນ​ທີ່​ຈະ​ສົ່ງ​ຂ້າມເຂດຊາຍ
​ແດນທີ່​ມີ​ທະຫານ​ຄຸ້ມ​ຄອງ​ຢູ່​ໜ້າ​ແໜ້ນ ​ເຂົ້າ​ໄປ​ໃນ​ເກົາຫຼີ​ເໜືອ
ພ້ອ​ມກັບແຜ່ນ DVD ຮູບ​ເງົາ Hollywood ​ເລື້ອງ The Interview
10 ພັນ​ແຜ່ນ​ ​ນັ້ນ.

ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ວາງ​ແຜນ​ຈະ​ສົ່ງ​ແຜ່ນ
dvd ຮູບ​ເງົາດັ່ງກ່າວ ຊຶ່ງ​ເປັນ​ເລື້ອງ​ຕະຫຼົກ ກ່ຽວ​ກັບແຜນການ​ສົມ
ມຸດ​ຂອງ​ອົງການ​ສືບ​ລັບ CIA ຂອງ​ສະຫະລັດ ​ທີ່​ຈະ​ທຳ​ການຄາດ​
ຕະກຳ ​ທ່ານ​ກິມ ຈົງ​ ອຸນ ​ຜູ້ນຳ​ເກົາຫຼີ​ເໜືອ ພ້ອມ​ກັບ​ໃບ​ປີວ​ໂຄສະນາ
ຊວນ​ເຊື່ອ​ຕ່າງໆ​ ປະມານ 5 ​ແສນ​ໃບ ຂ້າມ​ເຂດ​ປອດ​ທະຫານ​ລະຫວ່າ​ງ ສອງ​ປະ​ເທດ ​ເຂົ້າ​ໄປ​ໃນ​ເກົາຫຼີ​ເໜືອ ​ໃນ​ປະມານ ວັນ​ທີ 26 ມີນານີ້.

ສູນກາງຂ່າວຂອງທາງ​ການ​ເກົາຫຼີ​ເໜືອ ​ເອີ້ນ​ແຜນການ​ສົ່ງ​ໃບ​ປິວ​ໂຄສະນາ​ຊວນ​ເຊື່ອ​ນີ້
​ວ່າ “​ເທົ່າກັບເປັນການ​ປະກາດ​ສົງຄາມ.”

ກອງທັບ​ເກົາຫຼີ​ໃຕ້ ກ່າວ​ວ່າ ຕົນ​ຈະ​ທຳ​ການ​ຕອບ​ໂຕ້ ຖ້າ​ເກົາຫຼີ​ເໜືອ​ເປີດ​ສາກ​ຍິງ​ໃສ່​ເຂດ​ນ້ຳ​ແດນ​ດິນ​ຂອງ​ຕົນ.

ພວກ​ຊາວ​ເກົາຫຼີ​ໃຕ້​ທີ່​ອາ​ໄສ​ຢູ່​ໃນ​ເຂດ​ໃກ້ໆ​ກັບ​ຊາຍ​ແດນ ​ໄດ້​ພາກັນ​ຈົ່ມ​ທຸກ​ວ່າ ພວກ​ນັກ​ເຄື່ອນ​ໄຫວ​ກຳລັງ​ເຮັດ​ໃຫ້​ຊີວິດຂອງ​ພວກ​ປະຊາຊົນ​ໃນ​ເຂດ​ທ້ອງ​ຖິ່ນ​ ຢູ່​ໃນ​ອັນຕະລາຍ ​ໂດຍ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ສາມາດຕົກ​ເປັນ​ເປົ້າ​ໝາຍ​ໄດ້​ນັ້ນ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG