ເກົາຫຼີເໜືອ ໄດ້ຂູ່ວ່າຈະໂຈມຕີດ້ວຍນິວເຄລຍລ່ວງໜ້າ ເວລາ
ກຳລັງຂອງສະຫະລັດ ແລະ ເກົາຫຼີໃຕ້ ເລີ້ມຕົ້ນການຊ້ອມລົບ
ຮ່ວມກັນ ຄັ້ງໃຫຍ່ທີ່ບໍ່ເຄີຍມີມາກ່ອນ.
ການຊ້ອມລົບຮ່ວມກັນ ປະຈຳປີ ສ່ວນຫຼາຍ ແມ່ນຈະທະວີຄວາມ
ເຄັ່ງຕຶງ ໃນແຫຼມເກົາຫຼີ ທີ່ຖືກແບ່ງແຍກນັ້ນ ແຕ່ໃນປີນີ້ ສະຖາ
ນະການ ແມ່ນມີຄວາມອ່ອນໄຫວເປັນພິເສດ ເພາະວ່າ ອົງການ
ສະຫະປະຊາຊາດ ໄດ້ວາງມາດຕະການລົງໂທດ ຊຸດໃໝ່ທີ່ໜັກ
ແໜັ້ນຂຶ້ນ ຕໍ່ເກົາຫຼີເໜືອ ຍ້ອນການທົດລອງນິວເຄລຍ ແລະ
ການຍິງຈະຫຼວດໄລຍະໄກ ຂອງເກົາຫຼີເໜືອ ເມື່ອບໍ່ດົນມານີ້.
ປະເທດຟີລິບປິນ ໄດ້ປະຕິບັດການບັງຄັບໃຊ້ ມາດຕະການດັ່ງກ່າວນັ້ນ ໄປແລ້ວ ເວລາ
ຕົນໄດ້ກັກກ່ຳປັ່ນບັນທຸກສິນຄ້າ ທີ່ເຊື່ອມໂຍງກັບເກົາຫຼີເໜືອ.
ການເຝິກຊ້ອມຮ່ວມກັນ ຂອງປີນີ້ ທີ່ຮູ້ຈັກກັນຄື Key Resolve
ແລະ Foal Eagle ຊຶ່ງລວມມີ ທະຫານອາເມຣິກັນ 17,000 ຄົນ
ຊ່ຶງເປັນ 4 ເທົ່າ ຫຼາຍກວ່າ ປີກາຍນີ້ ພ້ອມກັບ ທະຫານເກົາຫຼີໃຕ້
300,000 ຄົນ ແລະ ຝູງເຮືອບິນລົບ ພ້ອມກັບ ເຮືອກ່ຳປັ່ນລົບ
ຂອງທະຫານເຮືອ ຈຳນວນຫຼາຍ ລວມທັງ ເຮືອດຳນ້ຳພະລັງ
ນິວເຄລຍ USS North Carolinaແລະ ເຮືອກ່ຳປັ່ນບັນທຸກ
ເຮືອບິນລົບ ພະລັງນິວເຄລຍ USS John C. Stennis ນຳດ້ວຍ.
ໃນວັນຈັນມື້ນີ້ ຄະນະກຳມາທິການ ປ້ອງກັນແຫ່ງຊາດ ຂອງເກົາຫຼີ
ເໜືອ ໄດ້ປະນາມ ການຊ້ອມລົບທາງທະຫານດັ່ງກ່າວ ຢູ່ໃນຖະ
ແຫລງການສະບັບໜຶ່ງ ແລະ ໄດ້ກ່າວວ່າ ຕົນພ້ອມແລ້ວ ສຳລັບ
“ສົງຄາມສັກສິດ ເພື່ອການເຕົ້າໂຮມຊາດທີ່ຍຸດຕິທຳ.”
ຖະແຫລງການນັ້ນໄດ້ກ່າວອີກວ່າ “ໃນຂະນະທີ່ ການເຝິກຊ້ອມ
ທາງທະຫານຮ່ວມກັນໄດ້ຈັດຕັ້ງຂຶ້ນ ໂດຍພວກສັດຕູ ແມ່ນເຫັນ
ວ່າ ເປັນການຊ້ອມສົງຄາມນິວເຄລຍ ທີ່ບໍ່ມີການປິດບັງ ໃດໆ
ເລີຍ ທີ່ມີເປົ້າໝາຍແນໃສ່ ເພື່ອແຊກແຊງ ເຂົ້າໃນອະທິປະໄຕ
ຂອງເກົາຫຼີເໜືອ ຊຶ່ງທະຫານປະຕິບັດການຕໍ່ຕ້ານ ຂອງຕົນ
ຈະໂຈມຕີດ້ວຍນິວເຄລຍ ລ່ວງໜ້າ ຫຼາຍຂຶ້ນກວ່າເກົ່າ ເພື່ອ
ຮັບມືກັບພວກເຂົາ.”
ໃນຂະນະດຽວກັນ ສະຫະລັດ ແລະ ເກົາຫຼີໃຕ້ ກໍປົກປ້ອງການ
ເຝິກຊ້ອມຮ່ວມປະຈຳປີ ວ່າ ເປັນການຊ້ອມ ໃນສະພາບຂອງ
ການປ້ອງກັນຕົວ ຊຶ່ງໃນປີນີ້ ພັນທະມິດທັງສອງປະເທດ ຈະທຳ
ການຊ້ອມການໂຈມຕີລ່ວງໜ້າ ທາງດ້ານທະຫານ ເພື່ອທຳລາຍເປົ້າໝາຍຕ່າງໆ ຂອງ
ເກົາຫຼີເໜືອ.
ໂຄສົກ ກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ ທ່ານ Moon
Sang-kyun ໄດ້ເອີ້ນ ການຂົ່ມຂູ່ໂຈມຕີລ່ວງໜ້າ ຂອງເກົາຫຼີ
ເໜືອນັ້ນ ວ່າ “ຮັບເອົາບໍ່ໄດ້.”
ທ່ານໄດ້ກ່າວໃນວັນຈັນມື້ນີ້ວ່າ “ຖ້າເກົາຫຼີເໜືອ ບໍ່ຫົວຊານຳ
ຄຳເຕືອນ ຂອງພວກເຮົາແລະ ເກາະຜິດ ທະຫານຂອງພວກ
ເຮົາ ຈະຕອບໂຕ້ຢ່າງເດັດຂາດ ແລະ ບໍ່ປານີເລີຍ. ພວກເຮົາ
ເຕືອນ ເກົາຫຼີເໜືອ ວ່າ ຕົນຕ້ອງຮັບຜິດຊອບ ສຳລັບ ທຸກສະ
ຖານະການ ຊຶ່ງຈະນຳໄປສູ່ການເກາະຜິດທີ່ໄຮ້ຄວາມຄິດນີ້.”