ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ຂົ່ມຂູ່ ສະຫະລັດ ແລະ ເກົາຫຼີໃຕ້ ເລື່ອງການຕິດຕັ້ງ ລະບົບ ຕໍ່ຕ້ານ ລູກສອນໄຟ ຂີປະນາວຸດ


ຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un ຢືນຊົມການເດີນສວນສະໜາມຈາກລະບຽງ ທີ່ຈະຕຸລັດ Kim Il Sung ໃນນະຄອນຫຼວງ ພຽງຢາງ.
ຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un ຢືນຊົມການເດີນສວນສະໜາມຈາກລະບຽງ ທີ່ຈະຕຸລັດ Kim Il Sung ໃນນະຄອນຫຼວງ ພຽງຢາງ.

ເກົາຫຼີເໜືອ ໄດ້ຂູ່ວ່າ ຈະເອົາ “ບົດບາດທີ່ເປັນໂຕເປັນຕົນ” ຫຼັງຈາກ ສະຫະລັດ ແລະ ໂຊລ ໄດ້ປະກາດແຜນການທີ່ຈະຕິດຕັ້ງລະບົບລູກສອນໄຟຂີປະນາວຸດ ປ້ອງກັນທີ່ທັນສະ ໄໝໃນ ເກົາຫຼີໃຕ້.

ນະຄອນຫຼວງພຽງຢາງ ໄດ້ກ່າວຂົ່ມຂູ່ໃນວັນຈັນມື້ນີ້ ສອງສາມມື້ຫຼັງຈາກ ວໍຊິງ ຕັນ ແລະ ໂຊລ ໄດ້ເປີດເຜີຍແຜນການທີ່ຈະໃຊ້ລະບົບຕໍ່ຕ້ານລູກສອນໄຟຂີ ປະນາວຸດ ຫຼື THAAD ໃນແຫຼມເກົາຫຼີ ຫຼັງຈາກການທົດລອງລູກສອນໄຟຂີ ປະນາວຸດຫຼາຍຄັ້ງ ແລະ ລະເບີດ ນິວເຄລຍໂດຍ ພຽງຢາງ. ສະຖານທີ່ ແລະ ເວລາຂອງການຕິດຕັ້ງດັ່ງກ່າວຍັງບໍ່ໄດ້ຖືກ ປະກາດເທື່ອ.

ອົງການຂ່າວ KCNA ຂອງລັດຖະບານ ພຽງຢາງ ໄດ້ໃຊ້ຮູບແບບການລາຍງານ ຂ່າວທີ່ ດຸຮ້າຍກ່າວໃນວັນຈັນມື້ນີ້ວ່າ “ມັນແມ່ນຄວາມຕັ້ງໃຈອັນເດັດດ່ຽວຂອງ ທະຫານຂອງ ພວກເຮົາທີ່ຈະຮັບມືແບບແກ້ແຄ້ນຕໍ່ ໃນການໂຈມຕີຢ່າງບໍ່ມີ ຄວາມປານີ ແລະ ປ່ຽນ ເກົາຫຼີໃຕ້ ໃຫ້ເປັນທະເລໄຟ ແລະ ກອງຂີ້ເຖົ່າ ໃນເວ ລາທີ່ພວກເຮົາໄດ້ຮັບຄຳສັ່ງລົງ ມືຈັດການ.” ພຽງຢາງ ໄດ້ກ່າວວ່າ “ການຕອບ ໂຕ້ດ້ວຍກຳລັງ” ຈະເກີດຂຶ້ນໃນເວລາ ແລະ ສະຖານທີ່ຕັ້ງຂອງລະບົບຕໍ່ຕ້ານ ລູກສອນໄຟ THAAD ຖືກຢືນຢັນ.

ຈີນ, ຣັດເຊຍ ພ້ອມກັບ ເກົາຫຼີເໜືອ ໄດ້ສະແດງການຄັດຄ້ານຢ່າງແຮງຕໍ່ການ ຕິດຕັ້ງ ລະບົບຕໍ່ຕ້ານລູກສອນໄຟ THAAD ແລະ ໄດ້ຮຽກຮ້ອງໃຫ້ ວໍຊິງຕັນ ແລະ ໂຊລ ຢຸດເຊົາການກະທຳດັ່ງກ່າວ.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Guen-hye ໄດ້ກ່າວໃນວັນຈັນມື້ນີ້ ວ່າລະບົບ ຕໍ່ຕ້ານລູກສອນໄຟ THAAD ແມ່ນພຽງມາດຕະການປ້ອງກັນຢ່າງ ດຽວທີ່ຕັ້ງໃຈມີໄວ້ເພື່ອ ຕໍ່ຕ້ານ ເກົາຫຼີເໜືອ ແລະ ບໍ່ໄດ້ມີເປົ້າໝາຍແນໃສ່ ປະເທດອື່ນ.

ການທົດລອງລູກສອນໄຟຂີປະນາວຸດຄັ້ງຫຼ້າສຸດໂດຍ ພຽງຢາງ ໄດ້ເກີດຂຶ້ນໃນ ສັບປະດາ ທີ່ຜ່ານມາ ເມື່ອມັນໄດ້ຖືກຍິງຂຶ້ນຈາກເຮືອດຳນ້ຳນອກຊາຍຝັ່ງຂອງ ເມືອງທ່າເຮືອ Sinpo. ຂີປະນາວຸດດັ່ງກ່າວຖືກລາຍງານວ່າໄດ້ລະເບີດ ຫຼັງຈາກ ມັນໄດ້ບິນຂຶ້ນສູ່ອາກາດ 10 ກິໂລແມັດ, ເຊິ່ງຄ້າຍຄືກັບການທົດລອງທີ່ໄດ້ຮັບ ຄວາມລົ້ມແຫຼວໃນເດືອນເມສາທີ່ຜ່ານມາ. ແນວໃດກໍຕາມບັນດາເຈົ້າໜ້າທີ່ ທະຫານປະເທດຕາເວັນຕົກກ່າວວ່າ ຄວາມສາມາດຂອງ ພຽງຢາງ ຈະພັດທະ ນາຂຶ້ນດ້ວຍການທົດລອງທຸກໆຄັ້ງ.

ການຍິງຂີປະນາວຸດເຮືອດຳນ້ຳໄດ້ເກີດຂຶ້ນໜຶ່ງມື້ ຫຼັງຈາກ ວໍຊິງຕັນ ແລະ ໂຊລ ໄດ້ປະ ກາດແຜນການນຳສົ່ງລະບົບຕໍ່ຕ້ານລູກສອນໄຟ THAAD ນັ້ນ.

North Korea US
please wait
Embed

No media source currently available

0:00 0:00:39 0:00

North Korea is threatening to take "physical action" after the U.S. and Seoul announced plans for deployment of a sophisticated missile defense system in South Korea.

Pyongyang made the threat Monday, several days after Washington and Seoul revealed plans to use the Terminal High Altitude Area Defense system - THAAD - on the Korean peninsula following a series of ballistic missile and nuclear tests by Pyongyang.The location and timing of the deployment have not been announced.

Pyongyang's official KCNA news agency, using its typical bellicose style, said Monday "It is the unwavering will of our army to deal a ruthless retaliatory strike and turn (the South) into a sea of fire and a pile of ashes the moment we have an order to carry it out." Pyongyang said the "physical response" will take place the moment the time and location of THAAD have been confirmed.

China and Russia, as well as North Korea have expressed strong opposition to the deployment of THAAD and urged Washington and Seoul to put a stop to it.

South Korean President Park Guen-hye said Monday the THAAD system is only intended as a defensive measure against the North, and is not targeted against any other country.

The latest ballistic missile test by Pyongyang took place late last week when a missile was fired from a submarine off the coast of the port city of Sinpo. The missile was reported to have exploded after traveling about 10 kilometers into the air, similar to a failed test in April.Western military officials, however, say Pyongyang's abilities improve with every test.

The submarine missile launch came one day after Washington and Seoul announced plans to deploy THAAD.

XS
SM
MD
LG