ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຂົ່ມຂູ່ ຈະຍິງຈະຫຼວດ ໂຈມຕີ ຖານທັບ ສຫລ (ສະໄລດ໌/ວີດີໂອ)


ທະຫານເກົາຫຼີເໜືອ ທີ່ເຂົ້າຮ່ວມການເດີນສວນສະໜາມ ທີ່ຈະຕຸລັດກິມ ອິລ ຊຸງ ໃນກຸງພຽງຢາງ.
ທະຫານເກົາຫຼີເໜືອ ທີ່ເຂົ້າຮ່ວມການເດີນສວນສະໜາມ ທີ່ຈະຕຸລັດກິມ ອິລ ຊຸງ ໃນກຸງພຽງຢາງ.
ເກົາຫຼີເໜືອກ່າວວ່າ ຕົນໄດ້ສັ່ງໃຫ້ໜ່ວຍຍິງຈະຫຼວດຂອງຕົນຢູ່ໃນ
ທ່າກຽມພ້ອມ ໃນລະດັບສູງສຸດ ສໍາລັບທຳການສູ້ລົບ. ການປະ
ກາດທີ່ວ່ານີ້ ແມ່ນຮວມທັງການຂົ່ມຂູ່ຄັ້ງໃໝ່ ທີ່ຈະໂຈມຕີຖານທັບ
ສະຫະລັດ ແລະເກົາຫຼີໃຕ້. ຜູ້ສື່ຂ່າວວີໂອເອ Steve Herman ມີ
ລາຍງານກ່ຽວກັບເລື່ອງນີ້ ຈາກກຸງໂຊລ ດັ່ງໄພສານຈະນຳມາສະ ເໜີທ່ານໃນອັນດັບຕໍ່ໄປ.

ໃນຕອນບ່າຍຂອງວັນອັງຄານວານນີ້ອົງການຂ່າວຂອງທາງການ ເກົາຫຼີເໜືອແລະສະຖານີວິທະຍຸຂອງລັດ ຕ່າງກໍໄດ້ນຳອອກເຜີຍ
ແຜ່ຄຳປະກາດຫລ້າສຸດ ຂອງກອງບັນຊາການສູງສຸດກອງທັບ ທີ່ ສັ່ງໃຫ້ທຸກໜ່ວຍປືນໃຫຍ່ສະໜາມ ຮວມທັງໜ່ວຍຮັບຜິດຊອບລູກ ຈະຫລວດຍຸດທະສາດ ແລະປືນໃຫຍ່ ທີ່ຍິງໄດ້ໄລຍະໄກ ຢູ່ໃນທ່າ
ກຽມພ້ອມສູ້ລົບ ໃນລະດັບສູງສຸດ.

ຜູ້ປະກາດຂ່າວທີ່ອ່ານຖະແຫຼງການຂອງກອງທັບ ທາງສະຖານີວິ
ທະຍຸກະຈາຍສຽງສູນກາງ ໃນນະຄອນຫຼວງພຽງຢາງ ປະກາດວ່າ
ໜ່ວຍປືນໃຫຍ່ຂອງຕົນ “ຈະແນເປົ້າໝາຍ ໃສ່ຈຸດຕ່າງໆຂອງ
ສັດຕູທັງໝົດ ຢູ່ທີ່ຖານທັບຂອງສະຫະລັດ ຊຶ່ງສາມາດໃຊ້ເປັນບ່ອນໂຈມຕີໄດ້ ທັງຢູ່
ໃນແຜ່ນດິນໃຫຍ່ ໃນລັດຮາວາຍ ແລະເກາະກວມ”.



ອີງຕາມການອອກອາກາດ ຂອງເກົາຫຼີເໜືອແລ້ວ ເປົ້າໝາຍເຫຼົ່ານີ້ ແມ່ນຍັງຮວມທັງເກົາຫຼີ ໃຕ້ນໍາ ແລະຄໍາປະກາດເຕືອນວ່າ ໃນການຍິງຖະຫຼົ່ມລູກທຳອິດນັ້ນ ທຸກສິ່ງຢ່າງ ຈະມຸ່ນທະ ລາຍ ແລະກາຍເປັນເຖົ່າຖ່ານ.

ກະຊວງປ້ອງກັນຊາດເກົາຫຼີໃຕ້ກ່າວວ່າ ນີ້ແມ່ນເທື່ອທຳອິດທີ່ທາງກອງທັບເກົາຫລີເໜືອໄດ້ ໃຊ້ຄຳວ່າ “il-ho” ຫຼືລະດັບນຶ່ງ ຢ່າງເປັນການເປີດເຜີຍ ໃນການສັ່ງໃຫ້ກຽມພ້ອມ ເພື່ອທຳ ການສູ້ລົບນັ້ນ.

ນີ້ແມ່ນເທື່ອຫລ້າສຸດ ໃນການໃຊ້ສຳນວນເພື່ອທ້າທາຍເກາະຜິດທີ່ເພີ້ມທະວີຂຶ້ນຂອງເກົາຫຼີ ເໜືອ ຊຶ່ງຮວມທັງການຂົ່ມຂູ່ ທີ່ຈະທຳການໂຈມຕີສະຫະລັດ ດ້ວຍອາວຸດນິວເຄລຍ ແບບບໍ່ ມີການເຕືອນລ່ວງໜ້າ.

ການອອກຄຳສັ່ງຂອງກອງບັນຊາການກອງທັບເກົາຫຼີເໜືອໄປຍັງບັນດາໜ່ວຍຍິງຈະຫຼວດ ຕ່າງໆ ມີຂຶ້ນບໍ່ເທົ່າໃດມື້ ຫຼັງຈາກກອງທັບອາກາດສະຫະລັດ ໄດ້ສົ່ງເຮືອບິນຖິ້ມລະເບີດ ບີ 52 ໄປເຝິກບິນຢູ່ເໜືອແຫຼມເກົາຫຼີອັນເປັນພາກສ່ວນນຶ່ງໃນການຊ້ອມລົບຮ່ວມປະຈຳປີກັບ ກອງທັບເກົາຫຼີໃຕ້ ແລະມີຂຶ້ນບໍ່ເທົ່າໃດຊົ່ວໂມງຫຼັງຈາກປະທານາທິບໍດີເກົາຫຼີໃຕ້ ທ່ານນາງ Park Geun-hye ກ່າວວ່າ ເຖິງເວລາແລ້ວທີ່ເກົາຫລີເໜືອຈະຕ້ອງປ່ຽນແປງເພື່ອເຫັນແກ່ ຜົນປະໂຫຍດ ຂອງຕົນ.

ໃນໂອກາດກ່າວຄຳປາໄສທີ່ສຸສານແຫ່ງຊາດ Daejeon ປະທານາທິບໍດີ Park ເວົ້າວ່າ “ມີ ທາງດຽວເທົ່ານັ້ນ ທີ່ເກົາຫຼີເໜືອຈະຢູ່ລອດໄດ້ ກໍຄືປະເທດດັ່ງກ່າວຕ້ອງປະຖິ້ມໂຄງ ການອາວຸດນິວເຄລຍ ລູກສອນໄຟ ຢຸດເຊົາການທ້າທາຍເກາະຜິດແລະຂົ່ມຂູ່ແລ້ວ ກໍຫັນປ່ຽນຕົນເອງ ໃຫ້ກາຍເປັນສະມາຊິກ ທີ່ມີຄວາມຮັບຜິດຊອບ ຂອງປະຊາຄົມ ນາໆຊາດ.”


ທ່ານນາງ Park ໄດ້ກ່າວຄຳປາໄສນີ້ ຢູ່ໃນພິທີທີ່ຈັດຂຶ້ນ ເພື່ອເປັນຂີດໝາຍວັນລະລຶກເຖິງ ເຫດການຍິງເຮືອລົບຍາມຝັ່ງເກົາຫຼີໃຕ້ຫຼົ້ມ ໃນວັນທີ 26 ມີນາ ປີ 2010 ທີ່ເຮັດໃຫ້ລູກເຮືອ 46 ຄົນເສຍຊີວິດໄປນັ້ນ.

ເກົາຫຼີໃຕ້ ແລະປະເທດອື່ນໆ ທີ່ໄດ້ເຂົ້າຮ່ວມໃນການສືບສວນຫຼາຍຝ່າຍ ກ່ຽວກັບເຫດລະ ເບີດທີ່ເຮັດໃຫ້ກຳປັ່ນລົບ Cheonan ຫຼົ້ມຢູ່ທະເລເຫຼືອງນັ້ນສະຫລຸບວ່າກຳປັ່ນລົບດັ່ງກ່າວ ໄດ້ຖືກຕໍປີໂດເກົາຫຼີເໜືອ ແຕ່ພຽງຢາງປະຕິເສດວ່າ ຕົນບໍ່ໄດ້ໂຈມຕີກຳປັ່ນລົບເກົາຫຼີໃຕ້.

ໃນສານສະບັບນຶ່ງທີ່ສົ່ງໄປເຖິງພວກທະຫານເນື່ອງໃນໂອກາດວັນຄົບຮອບການໂຈມຕີກຳ ປັ່ນລົບ Cheonan ນັ້ນລັດຖະມົນຕີກະຊວງປ້ອງກັນປະເທດເກົາຫຼີໃຕ້ ທ່ານ Kim Kwan jin ຮຽກຮ້ອງໃຫ້ທາງກອງທັບ ຕັ້ງຢູ່ໃນທ່າກຽມພ້ອມລະດັບສູງ ເພື່ອວ່າຈະສາມາດທຳການ ຕອບໂຕ້ໄດ້ໃນທັນທີ ຖ້າຫາກມີການໂຈມຕີຂອງເກົາຫຼີເໜືອເກີດຂຶ້ນ.

ໃນຂະນະທີ່ພິທີລະນຶກເຖິງຢ່າງເຄັ່ງຂຶມດັ່ງກ່າວ ມີຂຶ້ນຢູ່ທີ່ເກົາຫຼີໃຕ້ນັ້ນ ກໍປະກົດວ່າ ມີການ ຊ້ອມລົບທາງທະຫານ ຢູ່ໃນເກົາຫຼີເໜືອ ແຕ່ກໍບໍ່ມີຮ່ອງຮອຍໃດໆ ສະແດງໃຫ້ເຫັນວ່າ ການ ໂຈມຕີຕໍ່ເກົາຫຼີໃຕ້ ແມ່ນໃກ້ຈະເກີດຂຶ້ນແລ້ວ.

ທ່ານ Wee Yong-sub ໂຄສົກກະຊວງປ້ອງກັນຊາດເກົາຫຼີໃຕ້ ກ່າວວ່າ

ທ່ານ Wee ເວົ້າວ່າ “ປະກົດວ່າ ພວມມີການຊ້ອມລົບ ທາງທະຫານ ໃນລະດັບລັດ ດ້ວຍການຊ້ອມຍົກພົນຂຶ້ນບົກແລະຊ້ອມປະຕິບັດການຕໍ່ຕ້ານການຍົກພົນຂຶ້ນບົກ ທີ່ດຳເນີນໂດຍກອງທັບເຮືອ ແລະກອງທັບບົກຂອງເກົາຫຼີເໜືອ.”

ການສູ້ລົບກັນເປັນເວລາ 3 ປີລະຫວ່າງເກົາຫຼີເໜືອແລະເກົາຫຼີໃຕ້ ໃນຕົ້ນຊຸມປີ 1950 ນັ້ນ ໄດ້ສິ້ນສຸດລົງໂດຍບໍ່ມີຝ່າຍໃດເປັນຜູ້ຊະນະ. ສົນທິສັນຍາສັນຕິພາບຈຶ່ງບໍ່ເຄີຍໄດ້ເຊັນກັນ.

ເມື່ອສອງອາທິດຜ່ານມານີ້ ພຽງຢາງໄດ້ປະກາດໃຫ້ສັນຍາສະຫງົບເສິກຊົ່ວຄາວທີ່ເຊັນກັນ ໃນປີ 1953 ນັ້ນ ເປັນໂມຄະ. ແຕ່ກອງບັນຊາການສະຫະປະຊາຊາດ ພາຍໃຕ້ການນຳພາ ຂອງສະຫະລັດກ່າວວ່າ ເອກກະສານດັ່ງກ່າວຍັງມີຜົນບັງຄັບໃຊ້ ແລະບໍ່ມີຝ່າຍໃດແຕ່ພຽງ ຝ່າຍດຽວ ສາມາດຍົກເລີກສັນຍາສະຫງົບເສິກດັ່ງກ່າວ ຕາມລໍາພັງໄດ້.
XS
SM
MD
LG