ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເກົາຫຼີເໜືອ ຂົ່ມຂູ່ ດ້ວຍແຜນການ ໂຈມຕີ ເກາະກວມ ໃນກາງເດືອນສິງຫາ ນີ້


North Korea US Guam
please wait
Embed

No media source currently available

0:00 0:01:24 0:00

ເກົາຫຼີເໜືອ ບໍ່ຫົວຊານຳ ຄຳເຕືອນທີ່ໜັກແໜ້ນ ຂອງປະທານາທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ ທີ່ຈະເລີ່ມປະຕິບັດການ ທາງດ້ານທະຫານ ຕໍ່ລະບອບການປົກຄອງ
ສັງຄົມນິຍົມດັ່ງກ່າວ ຖ້າປະເທດນີ້ ຍັງສືບຕໍ່ ຂົ່ມຂູ່ ສະຫະລັດ.

ທ່ານທຣຳ ໄດ້ເຮັດໃຫ້ບັນດານັກວິຈານ ແລະ ບັນດາພວກທີ່ສະໜັບສະໜູນ ຢູ່ໃນ
ປະເທດ ແລະ ຢູ່ຕ່າງປະເທດ ງົງກັນໄປ ໃນວັນອັງຄານ ຜ່ານມານີ້ ໃນເວລາ ທ່ານ
ໄດ້ປະຕິຍານວ່າ ຈະໂຈມຕີເກົາຫຼີເໜືອ ດ້ວຍ “ໄຟ ແລະ ຄວາມຮ້າຍແຮງ ແບບທີ່
ໂລກບໍ່ເຄີຍເຫັນມາກ່ອນ”
ໂດຍເຂົ້າກັນກັບ ວາທະສິນ ທີ່ທ້າທາຍ ຊຶ່ງພຽງຢາງ ມັກ
ຈະເວົ້າ ໂດຍສະເພາະ.

ແຜນທີ່ ລະບຸຈຸດທີ່ຕັ້ງຂອງເກາະ Guam, ໂດຍມີຈຳນວນຂອງຜູ້ທີ່ໄປຢ້ຽມຢາມ ໃນແຕລະປີ ຜ່ານມາ.
ແຜນທີ່ ລະບຸຈຸດທີ່ຕັ້ງຂອງເກາະ Guam, ໂດຍມີຈຳນວນຂອງຜູ້ທີ່ໄປຢ້ຽມຢາມ ໃນແຕລະປີ ຜ່ານມາ.

ແຕ່ນາຍພົນ Kim Rak Gyom ຜູ້ບັນຊາການ ກອງກຳລັງຈະຫຼວດຍຸດທະສາດ ຂອງ
ເກົາຫຼີເໜືອ ໄດ້ກ່າວ​ຕໍ່ ອົງການຂ່າວສູນ​ກາງ ຫຼື KCNA ຂອງທາງການເກົາຫຼີເໜືອ ໃນ
ວັນພະຫັດມື້ນີ້ ວ່າ “ການສົນທະນາທີ່​ດີ” ແມ່ນເປັນໄປບໍ່ໄດ້ ສຳລັບ ປະທານາທິບໍດີ
ທຣຳ ໂດຍເອີ້ນ ທ່ານທຣຳ ວ່າ ເປັນຄົນທີ່ “ປາດສະຈາກເຫດຜົນ”
ແລະ ວ່າ “ພຽງ
ແຕ່ ກຳລັງເດັດດ່ຽວເທົ່ານັ້ນ ຈະສາມາດເຮັດໃຫ້ທ່ານຮູ້ສຶກໄດ້.”

ເຊີນຊົມ: ປະຕິກິລິຍາ ຕໍ່ໄພຂົ່ມຂູ່ ຈາກເກົາຫຼີເໜືອ

ນາຍພົນ Kim ຍັງໄດ້ບອກອົງການ​ຂ່າວ KCNA ວ່າ ບັນດາຜູ້ນຳທະຫານ ຈະສະຫລຸບ
ແຜນການ ພາຍໃນກາງເດືອນສິງຫານີ້ ທີ່ຈະຍິງລູກສອນໄຟ ລັດສະໝີປານກາງ 4 ລູກ
ທີ່ຮູ້ຈັກກັນ ຄື ລູກຈະຫຼວດ Hwasong-12 ໄປໃນທິດທາງ ເກາະ Guam ຕັ້ງຢູ່ທິດ
ຕາເວັນຕົກ ຂອງປາຊີຟິກ ທີ່ເປັນດິນ​ແດນຂອງສະຫະ ລັດ ແລະ ເປັນຖານທັບໃຫຍ່
ພໍສົມຄວນ ຂອງ ກອງທັບອາກາດ ແລະ ກອງທັບເຮືອ. ຫຼັງຈາກທີ່ໄດ້ບິນຜ່ານຍີ່ປຸ່ນ
ໄປແລ້ວ ພວກເຂົາຄາດໝາຍວ່າ ມັນຈະຕົກລົງ ນ້ຳທະເລ ໄລຍະ 30 ຫາ 40 ກິໂລແມັດ
ນອກຝັ່ງຂອງເກາະກວມ.

ອົງການ​ຂ່າວ KCNA ຂອງທາງການ​ເກົາຫຼີ​ເໜື້ອ ໄດ້ກ່າວວ່າ ແຜນການດັ່ງ ກ່າວນັ້ນ
ບໍ່ເປັນປົກກະຕິ ທີ່ມັນຈະໃຫ້ລາຍລະອຽດ ໃນລະດັບນັ້ນ ຈະໄດ້ຖືກນຳໄປໃຫ້ ຜູ້ນຳ
ເກົາຫຼີເໜືອ Kim Jong Un ແລະ “ຄອຍຖ້າ ຄຳສັ່ງຈາກທ່ານ” ອີງຕາມ ນາຍພົນ ຄິມ.

ເຊີນຊົມ: ປ. ທຣຳ ກ່າວຕໍ່ພຽງຢາງ ວ່າ 'ບໍ່ຄວນ ຂົ່ມຂູ່ ສະຫະລັດ ອີກຕໍ່ໄປ'

Trump: Pyongyang 'Best Not Make Any More Threats'
please wait

No media source currently available

0:00 0:00:31 0:00

ຄຳ​ປະກາດ ຂອງນາຍພົນ ຄິມ ເປັນການໂຕ້ຕອບຄັ້ງຫຼ້າສຸດ ທີ່ວ່ອງໄວ ແລະ ອາດ
ເປັນໄປໄດ້ວ່າ ເປັນການແລກປ່ຽນທີ່ຮ້າຍແຮງ ລະຫວ່າງ ພຽງຢາງ ແລະ ວໍຊິງຕັນ
ຫຼັງຈາກທີ່ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໄດ້ລົງຄະແນນສຽງ ຢ່າງ
ເປັນເອກກະສັນ ເພື່ອ ມາດຕະການລົງໂທດ ຊຸດໃໝ່ ທີ່ໜັກຂຶ້ນຕື່ມ ຕໍ່ເກົາຫຼີເໜືອ ເມື່ອ
ສັບປະດາແລ້ວນີ້. ມາດຕະການລົງໂທດໃໝ່ ແມ່ນມີຈຸດປະສົງ ທີ່ຈະຫລຸດຜ່ອນລາຍ
ຮັບຂອງພຽງຢາງ ຈາກການສົ່ງອອກສິນຄ້າຕ່າງໆ ແລະ ແຮງງານທີ່ໄປເຮັດວຽກຢູ່
ຕ່າງປະເທດ ລົງຢ່າງໜ້ອຍ 1 ຕື້ໂດລາ ຊຶ່ງເປັນນຶ່ງສ່ວນສາມ ຂອງລາຍຮັບປະຈຳປີ
ແລະ ສະນັ້ນ ຈະກົດດັນ ໃຫ້ຍຸຕິ ການພັດທະນາອາວຸດນິວເຄລຍ ຂອງຕົນ.

ເຊີນຊົມ: ທ່ານທິລເລີຊັນ ກ່າວເຖິງ ຂໍ້ຄວາມຂອງທ່ານທຣຳ ຕໍ່ເກົາຫຼີເໜືອ ນັ້ນ ເປັນ
ພາສາ ທີ່ Kim Jong Un ຈະເຂົ້າໃຈ

Tillerson: Trump's Message to North Korea is Language Kim Jong Un Would Understand
please wait

No media source currently available

0:00 0:00:48 0:00

ຫົວໜ້າ ກະຊວງປ້ອງກັນປະເທດ ສະຫະລັດ ທ່ານ Jim Mattis ໄດ້ກ່າວ ໃນວັນພຸດ
ວານນີ້ ວ່າ ເກົາຫຼີເໜືອ ສ່ຽງທີ່ຈະຖືກທຳລາຍລ້າງ ຖ້າຕົນ ເລີ່ມສົງຄາມ ແລະ
ໄດ້ບອກພຽງຢາງ ວ່າ ຕົນຕ້ອງຍຸຕິ ສະແຫວງຫາອາວຸດນິວເຄລຍ.

ທ່ານ Mattis ແລະ ເກົາຫຼີເໜືອ “ຄວນ ຢຸດເຊົາ ການພິຈາລະນາ ກະທຳການໃດ
ທີ່ຈະສົ່ງຜົນໃຫ້ ສິ້ນສຸດ ລະບອບການປົກຄອງຂອງຕົນ ແລະການທຳລາຍ
ປະຊາຊົນຂອງຕົນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG