ເກົາຫລີເໜືອ ຂູ່ຂວັນທີ່ຈະຍິງໂຈມຕີເກົາຫລີໃຕ້ ຖ້າຫາກວ່າ
ບັນດານັກເຄື່ອນໄຫວເກົາຫລີໃຕ້ ຫາກສົ່ງໃບປີວຕໍ່ຕ້ານພຽງ
ຢາງ ຂ້າມເຂດຊາຍແດນເຂົ້າໄປໃນເກົາຫຼີເໜືອ.
ອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ ຫຼື KCNA ກ່າວໃນວັນສຸກນີ້ວ່າ ກອງບັນຊາການກອງທັບປະຊາຊົນເກົາຫຼີໃນເຂດພາກຕາເວັນຕົກຂອງປະເທດ ຈະລົງມື “ໂຈມຕີຢ່າງບໍ່ປານີ” ໂດຍປາສຈາກການເຕືອນລ່ວງໜ້າໃດໆຕໍ່ເມືອງ Phaju ໃນພາກຕາເວັນຕົກສຽງເໜືອ ບ່ອນທີ່ບັນດານັກເຄື່ອນໄຫວກ່າວວ່າ ຕົນຈະສົ່ງໝາກປູມເປົ້າ ທີ່ມີໃບປີວ ເຂົ້າໄປໃນເກົາຫຼີເໜືອນັ້ນ.
ອົງການຂ່າວ KCNA ຂອງເກົາຫຼີເໜືອ ກ່າວຫາທະຫານເກົາຫລີໃຕ້ ວ່າ ພົວພັນໂດຍກົງກັບການໂຄສະນາຊວນເຊື່ອ ແຕ່ກຸງໂຊລໄດ້ປະຕິ ເສດວ່າ ຕົນບໍ່ໄດ້ມີສ່ວນພົວພັນກັບການສົ່ງໃບປີວນີ້ເລີຍ.
ລັດຖະມົນຕີກະຊວງປ້ອງກັນປະເທດເກົາຫລີໃຕ້ ທ່ານ Kim Kwan-jin ຕອບວ່າ ຖ້າການໂຈມຕີຫາກເກີດຂື້ນ ເກົາຫລີໃຕ້ຈະຕອບໂຕ້ຄືນໃນທັນທີ ໂດຍຈະທໍາລາຍທີ່ມາຂອງການໂຈມຕີ.
ເກົາຫລີເໜືອ ໄດ້ປະນາມການສົ່ງໃບປີວໃນຄັ້ງກ່ອນ ໂດຍຂູ່ວ່າຈະໂຈມຕີເກົາຫລີໃຕ້ ໃນການຕອບໂຕ້ຕໍ່ອັນທີ່ເກົາຫຼີເໜືອຮ້ອງວ່າ ເປັນ ການທ້າທາຍເກາະຜິດໂດຍເຈດຕະຈາຂອງກຸງໂຊລ ທີ່ອາດຈະນໍາໄປສູ່ການເກີດສົງຄາມ.