ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ຈະຕ້ານຢັນ ຢ່າງແຂງແຮງຂຶ້ນ ຕໍ່ການກົດດັນ ຂອງນາໆຊາດ


ເຈົ້າໜ້າທີ່ຂັ້ນສູງຂອງ ເກົາຫລີເໜືອ ກ່າວວ່າ ພຽງຢາງ ມີຈຸດປະສົງທີ່ຈະ
ຂັດຄ້ານຕ້ານຢັນຢ່າງແຂງແຮງ ຕໍ່ຄວາມກົດດັນຂອງນາໆຊາດ ທີ່ບັງຄັບ ໃຫ້ປະລະໂຄງການນີວເຄລຍນັ້ນ.
ເຈົ້າໜ້າທີ່ຂັ້ນສູງຂອງ ເກົາຫລີເໜືອ ກ່າວວ່າ ພຽງຢາງ ມີຈຸດປະສົງທີ່ຈະ ຂັດຄ້ານຕ້ານຢັນຢ່າງແຂງແຮງ ຕໍ່ຄວາມກົດດັນຂອງນາໆຊາດ ທີ່ບັງຄັບ ໃຫ້ປະລະໂຄງການນີວເຄລຍນັ້ນ.


ເຈົ້າ​ໜ້າ​ທີ່​ຂັ້ນອະ​ວຸ​ໂສ​ຄົນ​ນຶ່ງ
ຂອງເກົາ​ຫລີ​ເໜືອກ່າວ​ວ່າ
ພຽງ​ຢາງມີຈຸດປະສົງ​ທີ່​ຈະຄັດ
ຄ້ານຕ້ານ​ຢັນ​ຢ່າງ​ແຂງ​ແຮງ​ຂຶ້ນ
ຕໍ່ຄວາມ​ກົດ​ດັນ​ຂອງນາໆ​ຊາດ
ທີ່​ບີບ​ບັງ​ຄັບໃຫ້​ຕົນ​ປະລະ​ໂຄງ
ການ​ນີວ​ເຄລຍນັ້ນ.

ທ່ານນາງ Choi Sun Hee
ຜູ້ຮອງອະ​ທິບໍດີ​ຄົນ​ນຶ່ງ​ຂອງ​ກະ
ຊວງການ​ຕ່າງປະ​ເທດ​ເກົາຫລີ​
ເໜືອ ​ໄດ້​ສົ່ງ​ສານທາງ e-mail
ທີ່​ບໍ່​ສູ້​ມີ​ນັ້ນ ​ມາ​ຍັງພະແນ​ກພາ
​ສາ​ເກົາຫລີ ຂອງ​ວິທະຍຸວີ​ໂອ​ເອ ​ໃນ​ວັນ​ພະຫັດຜ່ານ​ມາ​ນີ້​ ລຸນ​ຫລັງການ​ສົນທະນາ​ກັນ​ແບບ​
ບໍ່​ເປັນທາງ​ການ ​ເປັນ​ເວລາ 3 ມື້ ລະ​ຫວ່າງບັນດາ​ນັກ​ການ​ທູດ​ເກົາຫລີເໜືອ ແລະຄະນະ​
ຜູ້ແທນສະຫະລັດ ທີ່​ແມ່ນ​ທາ​ງການຄະນະ​ນຶ່ງ. ​

ທ່ານນາງ Choi ກ່າວ​ວ່າ ທ່ານນາງ​ໄດ້​ນໍາພາ​ທີ​ມຂອງເກົາຫລີ​ເໜືອ ໃນ​ການເຈລະ​ຈາກັນ​ຢູ່
ທີ່ສິງກະ​ໂປໃນອາທິດ​ນີ້ ​ແລະ​ວ່າ ຈາກຜົນ​ຂອງ​ການ​ເຈລະ​ຈານັ້ນ ລັດຖະບານ​ຂອງ​ທ່ານ​ນາງ
ບໍ່​ມີ​ທາງ​ເລືອກອື່ນ​ໃດ ​ນອກຈາກ​ຈະ​ພິຈາລະ​ນາ​ຄືນ​ໃໝ່​ ​ເລື່ອງ​ບັນຫາ​ນີວ​ເຄລຍຂອງ​ຕົນ ​ຍ້ອນ
“ນະ​ໂຍບາຍ​ທີ່​ເປັນ​ປໍ​ລະ​ປັກ​ຢ່າງ​ໜັກ​ແໜ້ນ” ຂອງ ວໍ​ຊິງ​ຕັນ ທີ່​ມີ​ຕໍ່​ຕົນ. ທ່ານ​ນາງກ່າວ​ອີກ​ວ່າ
ຖ້າ​ຫາກ​ບໍ່ມີ​ການປ່ຽນ​ແປງໃນ​ທ່າ​ທີ​ຂອງສະຫະ​ລັດ​ແລ້ວ “ຊ່ອງ​ທາງ​ໃນ​ການ​ທີ່ເກົາຫລີ​ເໜືອ
ຈະ​ປະລະ​ໂຄງການນີວ​ເຄລຍ ຂອງ​ຕົນ” ນັ້ນ ແມ່ນ​ໄກ​ຫລາຍ.

XS
SM
MD
LG