ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີເໜືອ ຍິງທົດລອງ ລູກສອນໄຟ ຂີປະນາວຸດ ຈາກເຮືອດຳນຳ້


ຜູ້ນຳ​ເກົາຫລີ​ເໜືອ ທ່ານ Kim Jong Un ກຳລັງຢ່າງໃຫ້ຄຳແນະ ນຳ ຢູ່ທ່າເຮືອຫາປາແຫ່ງນຶ່ງ ໃນເກົາຫລີເໜືອ.
ຜູ້ນຳ​ເກົາຫລີ​ເໜືອ ທ່ານ Kim Jong Un ກຳລັງຢ່າງໃຫ້ຄຳແນະ ນຳ ຢູ່ທ່າເຮືອຫາປາແຫ່ງນຶ່ງ ໃນເກົາຫລີເໜືອ.

ເກົາຫລີ​ເໜືອ ກ່າວ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ຕົນ​ໄດ້​ທົດ​ລອງ​ຍິງ​ລູກ​
ສອນ​ໄຟ​ຂີ​ປະ​ນາ​ວຸດ ຈາກ​ເຮືອ​ດຳ​ນຳ້ຢ່າງ​ສຳ​ເລັດ​ຜົນ ອັນເປັນ​
ການຊີ້​ບອກໃຫ້ເຫັນເຖິງຄວາມກ້າວໜ້າດ້ານ​ເທັກ​ໂນ​ໂລ​ຈີ​
ທາງ​ທະຫານ ຂອງ​ປະ​ເທດ.

​ເຈົ້າ​ໜ້າ​ທີ່ ອົງການ​ຂ່າວສູນ​ກາງ​ຂອງທາງ​ການ​ເກົາຫລີ​ເໜືອ
ຫລື KCNA ກ່າວ​ວ່າ ຜູ້ນຳ​ເກົາຫລີ​ເໜືອ ທ່ານ Kim Jong
Un ​ໄດ້​ໄປຮ່ວມ​ນຳ ​ແລະ​ໄດ້​ອອກ​ຄຳ​ສັ່ງ​ດ້ວຍ​ຕົນ​ເອງ​ ​ໃຫ້ເລີ້ມ
ການທົດລອງຍິງ. ທ່ານ Kim ກ່າວ​ວ່າ ການ​ຍິງລູກ​ສອນ​ໄຟ
​ດັ່ງກ່າວ​ໄດ້ “​ເປັນຄວາມ​ສຳ​ເລັດ​ທີ່​ເປີດ​ຫູ​ເປີດ​ຕາ” ​ແລະ “​ໄດ້
ກ່າວ​ຄຳ​ຍ້ອງຍໍ​ເປັນ​ຢ່າງ​ສູງ” ຕໍ່ບັນດາ​ນັກວິທະຍາສາດ ​ແລະ​ພວກນາຍຊ່າງ “ທີ່​ໄດ້​ສ້າງ​ເທັ​ກ​ໂນ​ໂລ​ຈີ ຂອງ​ການ​ຍິງ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ ຈາກ​ເຮືອ​ດຳ​ນໍ້າ ໃຫ້​ປະສົບ​ຄວາມສຳ​ເລັດ
ຢ່າງ​ດີ​ເລີດ.”

ລາຍ​ງານ​ຂອງອົງການ​ຂ່າວ KCNA ບໍ່​ໄດ້ເປີດ​ເຜີຍ​ເຖິງ​ ເວລາ​ ວັນ​ທີ ​ແລະ​ສະຖານ​ທີ່ ອັນ​ແທ້​ຈິງ​ຂອງການ​ທົດ​ລອງ ຫລື​ໄລຍະ​ທີ່​ຍິງໄດ້ຂອງ ລູກ​ສອນ​ໄຟ.

ບັນດາ​ນັກວິ​ເຄາະ​ ມີ​ຄວາມ​ເຫັນ​ຂັດ​ແຍ້​ງກັນ ກ່ຽວ​ກັບວ່າ ​ເກົາຫລີ​ເໜືອ ໄດ້ພັດທະນາ​ ໂຄງ
ການລູກ​ສອນ​ໄຟຂີ​ປະ​ນາ​ວຸດຈາກ​ເຮືອ​ດຳ​ນ້ຳ ​ໄປ ກ້າວໜ້າໜ້ອຍ​ຫລາຍ​ສ່ຳໃດ​ແລ້ວ ​ໂດ​ຍ
ອ້າງ​ເຫດຜົນ​ເຖິງ​ຄວາມ​ເກົ່າ​ແກ່​ລ້າ​ສະ​ໄໝ​ຂອງເຮືອ​ດຳ​ນໍ້າ ທີ່​ເກົາຫ​ລີ​ເໜືອ​ມີ​ຢູ່.

​ເກົາຫລີ​ເໜືອ ຍັງ​ຢູ່​ພາຍ​ໃຕ້​ການ​ລົງ​ໂທດຂອງສະຫະ​ປະຊາ​ຊາດ ທີ່ ຫ້າມ​ບໍ່​ໃຫ້​ພັດທະນາ
ຫລື​ໃຊ້ ​ເທັກໂນ​ໂລ​ຈີ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ.

North Korea Missile
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG